• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ເຂດອຸດສາຫະກຳ VSIP, ອານຸສອນການພົວພັນຫວຽດນາມ-ສິງກະໂປ

ເຂດອຸດສາຫະກຳຫວຽດນາມ-ສິງກະໂປ (VSIP) ໄດ້ນັບຖືວ່າ ເປັນອານຸສອນຜົນສຳເລັດ ໃນການພົວພັນຄູ່ຮ່ວມມືຍຸດທະ ສາດຫວຽດນາມ-ສິງກະໂປ. ພາຍຫຼັງ 20 ປີ, ນັບແຕ່ມື້ VSIP ແຫ່ງທຳອິດໄດ້ຮັບການສ້າງຕັ້ງທີ່ແຂວງບິ່ງເຢືອງ, ມາຮອດ ປັດຈຸບັນ, ຫວຽດນາມໄດ້ມີ VSIP 7 ແຫ່ງ, ດຶງດູດຫລວງ ຫລາຍບໍລິສັດ, ສະຫະກຸ່ມແຖວຫນ້າຂອງໂລກມາລົງທຶນດຳເນີນການຜະລິດ-ທຸລະກິດ, ບັນລຸມູນຄ່າການສົ່ງອອກ 32 ຕື້ໂດລາ ສະຫະລັດ. 
ວັນທີ 14 ກັນຍາ, ທີ່ຫໍປະຊຸມ ແລະ ວາງສະແດງແຂວງບິ່ງເຢືອງ, ບໍລິສັດຮ່ວມທຸລະກິດຈຳກັດ ເຂດອຸດສາຫະກຳຫວຽດນາມ-ສິງກະໂປ (VSIP)  ແລະ ຄະນະກຳມະການປະຊາຊົນ ແຂວງ ບິ່ງເຢືອງໄດ້ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 20 ປີ ແຫ່ງວັນ ສ້າງຕັ້ງເຂດອຸດສາຫະກຳຫວຽດນາມ-ສິງກະໂປ (VSIP). ເຂົ້າຮ່ວມພິທີດັ່ງກ່າວມີ ຮອງນາຍົກລັດຖະມົນຕີຜູ້ປະຈຳການ ທ່ານເຈືອງຮວ່າບິ່ງ ແລະ ທ່ານຮອງນາຍົກລັດຖະມົນຕີ ສິງກະໂປ Teo Chee Hea. 

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ແລະ ທ່ານຮອງ ນາຍົກລັດຖະມົນຕີ ສິງກະໂປ Teo Chee Hea ເຂົ້າຮ່ວມ
ພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ VSIP. ພາບ: ຫງວຽນວັນຫວຽດ/VNA

 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມເຂດ ອຸດສາຫະກຳ VSIP ເງ້ອານ (ເດືອນສິງຫາ 2016). ພາບ: ຖົ໋ງເຍິດ/VNA


ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງຢ້ຽມຢາມເຂດອຸດສາຫະກຳ VSIP I ຢູ່ແຂວງບິ່ງເຢືອງ (ເດືອນເມສາ 2013). ພາບ: ຈີ້ຢຸງ/VNA


ອະດີດລັດຖະມົນຕີທີ່ປຶກສາຂັ້ນສູງສິງກະໂປ Lee Hoon Leong ຢ້ຽມຢາມເຂດອຸດສາຫະກຳ VSIP ບິ່ງເຢືອງ (ເດືອນເມສາ 2009). ພາບ: ແກວັກລຳ/VNA


ທ່ານປະທານາທິບໍດີ ສິງກະໂປ Tony Tan Keng Yam ຢ້ຽມຢາມເຂດອຸດສາຫະກຳ VSIP II ຢູ່ແຂວງບິ່ງເຢືອງ (ເດືອນເມສາ 2014). ພາບ: ຮວ່າງຫາຍ/VNA


ອະດີດນາຍົກລັດຖະມົນຕີ, ລັດຖະມົນຕີກິຕິມະສັກຂັ້ນສູງ ສິງກະໂປ Goh Chok Tong ຢ້ຽມຢາມເຂດອຸດສາຫະ ກຳ VSIP ບັກນິງ (ເດືອນກັນຍາ 2014) ພາບ: ຖ໋າຍຮຸ່ງ/VNA

ກ່າວປາໄສທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໃຫ້ຄວາມເຫັນວ່າ, ໃນ 20 ຜ່ານມາ, ບັນດາເຂດອຸດສາຫະກຳ VSIP ໄດ້ສະໜິດຕິດພັນກັບຂະບວນການປ່ຽນແປງໃໝ່ ແລະ ຂະຫຍາຍຕົວຢູ່ຫວຽດນາມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການພັດທະນາເສດຖະກິດຂອງບັນດາທ້ອງຖິ່ນ ແລະ ໃນທົ່ວ ປະເທດ, ຮັດແໜ້ນການພົວພັນທີ່ໄວ້ວາງໃຈ ແລະ ຜູກພັນໄມ ຕີລະຫວ່າງຫວຽດນາມ ແລະ ສິງກະໂປ.

ລັດຖະບານຫວຽດນາມຕີລາຄາສູງການປະກອບສ່ວນຂອງບັນດາວິສາຫະກິດສິງກະໂປຢູ່ຫວຽດນາມ ແລະ ຢືນຢັນຈະຮັກສາ ໝັ້ນທ່ຽງສະພາບແວດລ້ອມຂອງການລົງທຶນ, ຊຸກຍູ້ຢ່າງແຂງ ແຮງຂະບວນການປະຕິຮູບລະບຽບການບໍລິຫານໃຫ້ມີປະ ສິດທິຜົນ, ເຮັດໃຫ້ສົມບຸນແບບລະບົບກົດໝາຍ, ສືບຕໍ່ສ້າງເງື່ອນ ໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະ ເທດເວົ້າລວມ ແລະ ເວົ້າສະເພາະແມ່ນວິສາຫະກິດສິງກະໂປ ທີ່ເຂົ້າມາລົງທຶນຢູ່ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງມີຄວາມເຊື່ອໝັ້ນວ່າ, ພ້ອມໆກັບການສະໜັບສະໜູນຊ່ວຍເຫຼືອຂອງລັດຖະບານສອງ ປະເທດຫວຽດນາມ-ສິງກະໂປ, VSIP ຈະສືບຕໍ່ເປັນອານຸສອນຂອງການຮ່ວມມືອັນດີງາມລະຫວ່າງສອງປະເທດ ແລະ ພັດທະນາ ຢ່າງແຂງແຮງຢູ່ຫວຽດນາມ; ປະກອບສ່ວນເຮັດໃຫ້ ການພົວພັນ ຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ມີຄວາມ ເລິກເຊິ່ງຍິ່ງກ່ວາອີກ.

ທ່ານຮອງນາຍົກລັດຖະມົນຕີ Teo Chee Hea ໃຫ້ຮູ້ວ່າ, ໃນການຢ້ຽມຢາມຫວຽດນາມຂອງທ່ານອະດີດນາຍົກລັດຖະມົນຕີສິງກະໂປ Goh Chok Tong ປີ 1994, ທ່ານອະດີດນາຍົກລັດ ຖະມົນຕີ ຫວຽດນາມ ຫວໍວັນກຽດໄດ້ນຳສະເໜີການ ພັດທະນາ ເຂດອຸດສາຫະກຳ ຕາມມາດຕະຖານສິງກະໂປ ແລະ ຫຼັງນັ້ນ 2 ປີ, ບໍລິສັດຮ່ວມທຸລະກິດຂອງບໍລິສັດສິງກະໂປ ໂດຍແມ່ນກຸ່ມ ບໍລິສັດ SembCorp  ນຳໜ້າ ໄດ້ຮ່ວມມືກັບບໍລິສັດໃຫຍ່ Becamex IDC ໄດ້ສ້າງຕັ້ງເຂດອຸດສາຫະ ກຳ VSIP ແຫ່ງ ທຳອິດຢູ່ແຂວງບິ່ງເຢືອງ. ແລະ ຜົນສຳເລັດຂອງ VSIP ແຫ່ງ ທຳອິດນັ້ນໄດ້ເປັນການເປີດທາງໃຫ້ແກ່ຂະບວນການຂະຫຍາຍ ຕົວເຄືອຄ່າຍຂອງ VSIP ຢູ່ໃນປະເທດ ຫວຽດນາມ.

ເຂດອຸດສາຫະກຳ VSIP II ຢູ່ແຂວງບິ່ງເຢືອງ. ພາບ: VSIP


ພື້ນຖານໂຄງລ່າງທີ່ທັນສະໄໝຂອງ VSIP.  ພາບ: VSIP


ຮູບຈຳລອງເຂດສາທາລະນະຂອງໂຄງການເຂດຕົວເມືອງ VSIP ກວ່າງຫງາຍ. ພາບ: ຊີ໊ຖັ໋ງ/VNA


ໂຮງງານຜະລິດໂທລະສັບຂອງກຸ່ມບໍລິສັດ Microsoft ຢູ່ເຂດ ອຸດສາຫະກຳ VSIP ບັກນິງ. ພາບ: ເອກະສານ


ສຳນັກງານບໍລິສັດ Dearm Techຈຳກັດ (ເປັນການລົງທຶນຂອງ ສ.ເກົາຫຼີ 100%) ທີ່ VSIP ບັກນິງ. ພາບ: ທົງຫາຍ


ຕ່ອງໂສ້ຜະລິດທີ່ທັນສະໄໝຂອງບໍລິສັດ Nittan ຫວຽດນາມຢູ່ ເຂດ VSIP ບັກນິງ. ພາບ: ທົງຫາຍ


ຕ່ອງໂສ້ຜະລິດສິ້ນສ່ວນຍ່ອຍເຄື່ອງເອເລັກຕໂຣນິກຂອງບໍລິສັດ ຫວຽດນາມ Seibi Semiconductor  ຈຳກັດ (ຍີ່ປຸ່ນ) ຢູ່ເຂດອຸດສາຫະກຳ VSIP II (ແຂວງບິ່ງເຢືອງ). ພາບ: ແກວັກລຳ/VNA


ຕ່ອງໂສ້ຜະລິດຢາປົວພະຍາດຂອງບໍລິສັດຢາຫຸ້ນສ່ວນ ໄຊງ່ອນ (Sapharco) ຢູ່ເຂດອຸດສາຫະກຳ VSIP ບິ່ງເຢືອງ. ພາບ: ເຖ໋ແອງ/VNA

ຫຼັງ 20 ກວ່າປີ, ໄດ້ມີ 7 ໂຄງການ VSIP ຕັ້ງຢູ່ທັງ 3 ພາກ ຄື: ພາກເໜືອ, ພາກກາງ ແລະ ພາກໃຕ້ຂອງຫວຽດນາມ. ຈາກບັນດາເຂດອຸດສາຫະກຳໃນເບື້ອງຕົ້ນ, ມາຮອດປັດຈຸບັນ, VSIP ໄດ້ມີການພັດທະນາເປັນເຂດປະສົມອຸດສາຫະກຳ-ຕົວເມືອງ-ບໍລິການ ໄດ້ດຶງດູດເອົາບັນດາຂະແໜງອຸດສາຫະກຳ ມູນຄ່າສູງ ແລະ ແຫຼ່ງຊັບພະຍາກອນມະນຸດມາດຕະຖານຊັ້ນ ສູງ...

ຕາມທ່ານ ຫງວຽນວັນຮຸ່ງ, ເປັນປະທານຮ່ວມສະພາບໍລິຫານ VSIP, ປະທານສະພາສະມາຊິກ, ຜູ້ອຳນວຍການໃຫຍ່ ບໍລິສັດໃຫຍ່ Becamex IDC, ມາຮອດປັດຈຸບັນເຂດ VSIP ດຶງດູດໄດ້ 630 ວິສາຫະກິດ, ມູນຄ່າການລົງທຶນ 9 ຕື້ກວ່າ ໂດລາສະຫະລັດ, ລວມມີ 30 ປະເທດ ແລະ ເຂດແຄວ້ນເຂົ້າ ມາດຳເນີນຜະລິດ-ທຸລະກິດໃນເຂດອຸດສາຫະກຳຂອງ VSIP, ສ້າງວຽກເຮັດງານທຳໄດ້ 174.000 ຄົນໃນຫວຽດນາມ.

ເພື່ອເຮັດໃຫ້ຕໍ່ເນື່ອງທ່າຂອງການພັດທະນາ ແລະ ສະໜອງ ການ ບໍລິການຫລາຍຮູບຫລາຍແບບໃຫ້ນັກລົງທຶນຕື່ມນັ້ນ, ເນື່ອງໃນ ໂອກາດດັ່ງກ່າວ, VSIP ໄດ້ຖະແຫລງບົດບັນທຶກເຊັນສັນຍາ ຊ່ວຍຈຳວ່່າດ້ວຍການສຳຫຼວດຄວາມອາດສາມາດຜັັນຂະຫຍາຍ 2 ໂຄງການ ເປີດກວ້າງທີ່ແຂວງບິ່ງເຢືອງ ແລະ ແຂວງບັກນິງ. ສອງໂຄງການເປີດກວ້າງດັ່ງກ່າວມີຄວາມອາດສາມາດເພີ່ມຂຶ້ນ  ເປັນ 1.500 ເຮັກຕາ ເຂົ້າໃນເນື້ອທີ່ລວມ 6.660 ເຮັກຕາ ຂອງ 7 ໂຄງການ ຢູ່ບັນດາແຂວງຄື: ແຂວງບິ່ງເຢືອງ, ບັກນິງ, ຫາຍຟ່ອງ, ກວ່າງຫງ້າຍ, ຫາຍເຢືອງ ແລະ ແຂວງເງ້ອານ.

ອາດເວົ້າໄດ້ວ່າ, ຜົນສຳເລັດຂອງເຄື່ອງໝາຍການຄ້າ VSIP ໃນ 20 ປີຜ່ານມາເປັນຂີດໝາຍທີ່ພິສູດໃຫ້ເຫັນຄວາມມີຊີວິດ ຊີວາຂອງການພົວພັນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.



ສິງກະໂປເປັນຄູ່ຮ່ວມມືເສດຖະກິດແຖວໜ້າຂອງຫວຽດນາມ, ໂດຍມີຫລາຍກວ່າ 1.600 ໂຄງການ ກຳລັງເຄື່ອນໄຫວ, ລວມມູນຄ່າການລົງທຶນທັງຫມົດປະມານ 38 ຕື້ໂດລາສະຫະລັດ. ມາຮອດ ປັດຈຸບັນ, ຫວຽດນາມມີເຂດອຸດສາຫະກຳ VSIP ທັງໝົດ 07 ແຫ່ງໃນ ທົ່ວປະເທດເຊັ່ນ: ເຂດ VSIP I ແລະ II ຢູ່ແຂວງບິ່ງ ເຢືອງ (1996, 2005), ເຂດ VSIP ບັກນິງ (2007), ເຂດ VSIP ຫາຍຟ່ອງ (2010), ເຂດ VSIP ກວ່າງຫງາຍ (2013), ເຂດ VSIP ຫາຍເຢືອງ (2015), ເຂດ VSIP ເງ້ອານ (2015). ຫຼັງ 20 ປີແຫ່ງການ ເຄື່ອນໄຫວ, ເຂດ VSIP ດຶງດູດໄດ້ 630 ວິສາຫະ ກິດ, ລວມມູນຄ່າການລົງທຶນຫລາຍກວ່າ 9 ຕື້ໂດລາສະຫະລັດ, ທີ່ມາຈາກ 30 ປະເທດ ແລະ ເຂດແຄວ້ນເຂົ້າມາຜະລິດ-ດຳເນີນ ທຸລະກິດຢູ່ ໃນບັນດາເຂດອຸດສາຫະກຳ VSIP ດັ່ງກ່າວ, ໄດ້ສ້າງວຽກເຮັດງານທຳໄດ້ 174.000 ຄົນ ແລະ ໄດ້ບັນລຸມູນຄ່າການສົ່ງອອກ 32 ຕື້ໂດລາສະຫະລັດ.


ປະຕິບັດໂດຍ: VNA/VNP

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top