26/07/2015 15:15 GMT+7 Email Print Like 0

ເຂດພູພຽງຫີນ ຕົວຈົ່ວ

ເຂດພູພຽງຫີນ ຕົວຈົ່ວ ຕັ້ງຢູ່ເມືອງຕົວຈົ່ວ, ແຂວງດຽນບຽນ ມີລະດັບຄວາມສູງ 1.500 ແມັດເມື່ອທຽບກັບໜ້ານ້ໍາທະເລ ແລະມີຮູບຊົງເໝືອນຫີນຫູແມວ “ຈັດວາງເປັນຊັ້ນ ເປັນຫລືບ” ພ້ອມກັບມີຊື່ເອີ້ນທີ່ແປກໆຫູເຊັ່ນ: ພູຫີນຕໍ່ກູແຍ, ຈຸງຄ້ວາ, ຈຸງຊີແຊງ, ວ່າງລົ່ງ ແລະ ອື່ນໆ ໄດ້ດຶງດູດເອົາແຂກຕ່າງດ້າວທ້າວຕ່າງເມືອງມາສູ່ພາກຕາເວັນຕົກສ່ຽງເໜືອຍ້ອນ ຄວາມສວຍສົດງົດງາມ ແບບດັ້ງເດີມຂອງທໍາມະຊາດທີ່ຮົກເຮື້ອວ່າງເປົ່າ ແລະ ໃຫຍ່ໂຕມະໂຫຖານຂອງມັນ. 
ໂດຍຫ່າງຈາກໃຈກາງແຂວງດຽນບຽນເກືອບ 130 ກິໂລແມັດ ແລະ 3/4 ຂອງເນື້ອທີ່ທັງໝົດແມ່ນພູຫີນຫູແມວ, ພູພຽງຫີນ ຕົວຈົ່ວໄດ້ຖືກຂະໜານນາມວ່າເປັນ “ພູພຽງຫີນ ດົ່ງວັນ ແຫ່ງທີສອງ” ຂອງ ຫວຽດນາມ.

ຈາກໃຈກາງເມືອງຕົວຈົ່ວ ລຽບຕາມເສັ້ນທາງຫລວງໝາຍເລກ 129 ຂອງແຂວງ, ພວກຂ້າພະເຈົ້າຕ້ອງໄດ້ຜ່ານໄລຍະທາງຍາວ 30 ກິໂລແມັດ ຊຶ່ງເປັນເສັ້ນທາງຄົດໂຄ້ງ, ຜ່ານພູຫີນຊັນ, ເຫວເລິກ ຈຶ່ງໄປຮອດ ເຂດພູພຽງຫີນຕົວຈົ່ວ. ແຕ່ກໍ່ກຸ້ມຄ່າເພາະສິ່ງຕອບແທນແກ່ການລຳບາກ ໃນການເດີນທາງນັ້ນ ແມ່ນພວກຂ້າພະເຈົ້າ ໄດ້ເຊີຍຊົມທິວທັດ ທຳມະຊາດທີ່ວິຈິດພິດ ສະດານຂອງພູຜາປ່າໄມ້ພາກຕາເວັນຕົກສຽງເໜືອແຫ່ງນີ້.

ພູພຽງຫີນຕົວຈົ່ວ ນອນຢູ່ໃນພື້ນທີ່ບໍລິເວນຂອງສອງຕາແສງ ຊີ໋ນຈາຍ ແລະ ຕ່າຟີ່ນ. ບັນດາສາຍພູຫີນຫູແມວຢູ່ແຫ່ງນີ້ ບໍ່ຕັ້ງສູງເພີ້ເວີ້ ຄືຢູ່ພູພຽງຫີນດົ່ງວັນ ຫາກເປັນໂນນພູຕໍ່າ, ຄົດໂຄ້ງ ແລະ ຕັ້ງຢັ່ງຢາຍ ລຽບຕາມເສັ້ນທາງຫຼວງໝາຍເລກ 129 ຂອງແຂວງ. ພູມອາກາດຢູ່ແຫ່ງນີ້ປາກົດວ່າບໍ່ຮ້າຍແຮງພໍປານໃດ. ເພາະສະນັ້ນ, ການດໍາລົງຊີວິດຂອງພີ່ນ້ອງຊາວເຜົ່າມົ້ງ 570 ກວ່າຄອບຄົວ, 3.300 ກວ່າຄົນຈຶ່ງສາມາດພັດທະນາເສດຖະກິດ ກະສິກຳໄດ້ເປັນຢ່າງດີ ດ້ວຍການປູກຕົ້ນໄມ້ ແລະ ພືດຊະນິດຕ່າງໆ ເຊັ່ນ: ສາລີ, ເຂົ້າໄຮ່, ໝາກໝັ້ນ ແລະ ໝາກຄາຍ.

ພວກຂ້າພະເຈົ້າໄດ້ພົບກັບອ້າຍ ຮາມັກ ແລະ ເມຍຂອງລາວ ຢູ່ບ້ານ ແຊ໋ວຟິ່ນ ໃນຂະນະທີ່ລາວ ພວມໃຊ້ຄວາຍ ເພື່ອໄຖຄາດ ຢູ່ເທິງໄຮ່ຂອງລາວ. ເມື່ອຜູ້ເປັນຜົວ ແລະ ຄວາຍໄຖໄປໄດ້ໜານໃດ, ຜູ້ເປັນເມຍຍ່າງຕາມຫຼັງ ຫວ່ານເມັດສາລີ ລົງໜານນັ້ນ. ບາງຄັ້ງບາງຄາວ ຄວາຍຢືນຊຶ້ງຢູ່ບາດໜຶ່ງແລ້ວຈຶ່ງໄຖຕໍ່. ອ້າຍມັກໃຫ້ຮູ້ວ່າ: “ຄວາຍຢູ່ເຂດພູພຽງແຫ່ງນີ້ ພິເສດຫລາຍ, ມັນຮູ້ຈັກ ແລະ ຢຸດກັບທີ່ເມື່ອພວມໄຖຢູ່ ຫາກພົບຫີນ. ເພາະສະນັ້ນ, ສົບໄຖຂອງຊາວເຜົ່າມົ້ງໜ້ອຍໜັກໜ້ອຍໜາທີ່ຈະຖືກຫັກ”  ເຫັນພາບຄວາຍກົ້ມໜ້າກົ້ມຕາອອກກ່ອນ, ຜົວເມຍຮາມັກຕາມຫລັງ ພ້ອມທັງຫວ່ານແນວພັນພືດ ແລະ ຝາກຝັງຄວາມຫວັງໄວ້ກັບຕອນດິນທີ່ນ້ອຍນິດຢູ່ລະຫວ່າງກາງໂງ່ນຫີນແບບນີ້ເຮັດໃຫ້ພວກຂ້າພະເຈົ້າຮັບຮູ້ໄດ້ວ່າ ຜູ້ຄົນໃນທີ່ນີ້ຈັງແມ່ນດຸໝັ່ນຂະຫຍັນພຽງ ແລະ ດໍາລົງຊີວິດແບບເຈືອຈານກັບທໍາມະຊາດອີຫລີ.


ມູມໜຶ່ງຂອງພູພຽງຫີນຕົວຈົ່ວແນມຈາກທີ່ສູງລົງມາ. 


ພໍ່ແມ່ປະຊາຊົນຊາວເຜົ່າມົ້ງ ອົດທຸກໄດ້ຍາກ, ດຸໝັ່ນ ຂະຫຍັຍພຽນ ແລະ ມີການໃຊ້ຊີວິດຢ່າງກົມກືນກັບທຳມະຊາດ.


ປະຊາຊົນທີ່ດໍາລົງຊີວິດຢູ່ເຂດພູພຽງຕົວຈົ່ວ 100% ແມ່ນພີ່ນ້ອງຊາວເຜົ່າມົ້ງ. 


ເສັ້ນທາງຕອນໜຶ່ງທີ່ລັດຜ່ານພູພຽງຫີນຢູ່ເຂດຕາແສງ ຊີ໋ນຈາຍ. 


ຊາວເຜົ່າມົ້ງທີ່ໃຊ້ຊີວິດຢູ່ເຂດພູພຽງຫີນ ທີ່ຕາແສງຊີ໋ນຈາຍ ໃຊ້ຄວາຍໄຖນາຢູ່ເທິງຕອນດິນນ້ອຍໆ,
ລະຫວ່າງບັນດາໂກນຫີນ ແຫຼມນ້ອຍເພື່ອການປູກຝັງ. 



ປູກພືດພັນທັນຍາຫານຢູ່ຕາມຮ່ອມຫລືບໂງ່ນຫີນຫູແມວ. 


ມູນໜຶ່ງຂອງກຳແພງຫີນວ່າງລົ່ງ ໄດ້ຮັບການກໍ່ຕັ້ງ ດ້ວຍເຕັກນິກ
ຈັດລຽງຫີນດ້ວຍຫັດຖະກໍາໂດຍບໍ່ໃຊ້ທາດຕິດຈອດ. 



ພໍ່ເຖົ້າ ຖ່າວອາມາງ ກັບແຜ່ນຫີນທີ່ໄດ້ນຳໃຊ້ ເພື່ອມຸງ ຫຼັງຄາເຮືອນ. 


ຫຼັງຄາເຮືອນທີ່ມຸງດ້ວຍຫີນທັງໝົດຂອງ ພໍ່ເຖົ້າຖ່າວອາມາງ ຢູ່ຕາແສງ ຊີ໋ນຈາຍ. 
 
ຕັ້ງສະຫຼັບສັບກັນຢູ່ເທິງພູພຽງຫີນຕົວຈົ່ວ ແມ່ນໝູ່ບ້ານຕ່າງໆ ຂອງຊາວເຜົ່າ ມົ້ວຊີ໋ (ຫຼືກໍເອີ້ນວ່າມົ້ງແດງ) ຊຶ່ງປະກອບດ້ວຍ ເຮືອນບູຮານທີ່ເປັນເອກະລັກພິເສດ ເຮັດໃຫ້ຜູ້ຄົນຜູ້ໃດມາຜ່ານກໍ່ລ້ວນແຕ່ມີຄວາມຍົກຍ້ອງ ປະທັບໃຈ.   ພວກຂ້າພະເຈົ້າແວ່ ຢາມເຮືອນຫຼັງໜຶ່ງ ທີ່ມຸງດ້ວຍຫີນທັງໝົດ ຂອງຄອບຄົວ ພໍ່ເຖົ້າ ຖ່າວ ອາ ມາງ. ພໍ່ເຖົ້າມາງໃຫ້ຮູ້ວ່າ, ເພື່ອໃຫ້ໄດ້ຫີນມາມຸງຫຼັງຄາ ເຮືອນຫຼັງນີ້, ລາວຕ້ອງຂຶ້ນເມືອເຂດແມ່ນໍ້າຊົງດ່າພຸ້ນເພື່ອຂົນລົງມາດ້ວຍເຮືອຈັກ, ດ້ວຍມ້າ ແລະ ສຸດທ້ານແມ່ນດ້ວຍລົດໂອໂຕຈຶ່ງຂົນມາຮອດບ້ານ. ໄລ່ສະເພາະເງິນຊື້ຫີນ ມຸ້ງຫຼັງຄາເຮືອນ ຫຼັງນີ້, ລາວຕ້ອງສິ້ນເປືອງກ້ອນເງິນເຖິງ 90 ລ້ານດົ່ງ.

ອ້າຍໂຕວັນຕວນ, ຮອງຫົວໜ້າຫ້ອງການກະສິກຳເມືອງຕົວຈົ່ວ ພາພວກຂ້າພະເຈົ້າໄປຢ້ຽມຢາມເຂດຮ່ອງຮອຍປະຫວັດສາດ ກຳແພງ ວ່າງລົ່ງ. ຕາມຕຳນານປະຫວັດສາດທີ່ຈົດກ່າຍໄວ້, ກຳແພງວ່າງລົ່ງ ໄດ້ຮັບການກໍ່ສ້າງຫ່າງຈາກນີ້ 2 ສະຕະວັດ ກວ່າ ແລະ ກໍາແພງແຫ່ງນີ້ໄດ້ຮັບການຕີລາຄາວ່າເປັນກິດຈະການ ສະຖາປັດຕະຍະກຳສິລະປະ ທີ່ມີຄຸນຄ່າໃຫຍ່ຫລວງດ້ານ ປະຫວັດສາດ ແລະ ວັດທະນະທຳ. ກຳແພງ ວ່າງລົ່ງ ໄດ້ຮັບການ ກໍ່ສ້າງເປັນຮູບວົງມົນປິດ ດ້ວຍເຕັກນິກການກອງຫີນແບບຫັດຖະກໍາ ແລະ ບໍ່ມີທາດຕິດຈອດ. ບັນດາແຜ່ນຫີນໄດ້ຮັບການຈັດລຽງ ແບບມີວິທະຍາສາດຄື: ຫີນແຜ່ນໃຫຍ່ຕັ້ງຢູ່ໃຕ້ສຸດ ແລະ ຫີນແຜ່ນຂະໜາດນ້ອຍກວ່າ ຈະຖືກຈັດລຽງ ກອງຂຶ້ນຕາມລຳດັບ ຮອດໜ້າກຳແພງ ແລະ ສ້າງເປັນໜ້າພຽງ. ກຳແພງສູງປະມານ 3 ແມັດ, ກວ້າງ 1 ແມັດກວ່າ, ບໍ່ພຽງແຕ່ຄົນ ຫາກມ້າກໍ່ຍັງສາມາດຍ່າງເທິງໜ້າກໍາແພງໄດ້.

ອອກຈາກເຂດຮ່ອງຮອຍປະຫວັດສາດກໍາແພງ ວ່າງລົ່ງ ກໍ່ພໍດີຈົບສິ້ນມື້ໜ່ຶງເຕັມໆທີ່ຜ່ານປະສົບການຕົວຈິງຢູ່ເຂດພູພຽງ ຕົວຈ່ົວ. ເໝືອນກັບວ່າຍັງມີສິ່ງໃດສິ່ງໜຶ່ງທີ່ຍັງອາໄລອາວອນ ເສຍດາຍ ເພາະສະນັ້ນ, ພວກຂ້າພະເຈົ້າຈຶ່ງໄດ້ປີນຂຶ້ນໂນນຫີນສູງໜ່ວຍໜຶ່ງເພື່ອເຊີຍຊົມພູມພາບທັງໝົດຂອງເຂດ “ທົ່ງພຽງນ້ອຍດົ່ງວັນ” ຕົວຈົ່ວ ອີກເທື່ອໜຶ່ງເພື່ອເກັບຮັກສາໄວ້ໃນໜ່ວຍຕາຄວາມສວຍສົດ ງົດງາມດັ່ງແຕ້ມແຕ່ງ ດິນແດນແຫ່ງພາກຕາເວັນຕົກສ່ຽງເໜືອແຫ່ງນີ້./. 

ບົດ: ຖາວວີ - ພາບ: ຫວຽດເກື່ອງ, ຮວ່າງຮ່າ

 

ບັນດາບົດທີ່ຖືກນຳສະເໜີ