• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ເຂດປູກ ກາຣົດ ຖ້າຍເຕິນ

ຕາແສງ ຖ້າຍເຕິນ ທີ່ຂຶ້ນກັບເມືອງ ນາມແຊັກ, ແຂວງ ຫາຍເຢືອງ  ເດີມເປັນເຂດດິນສັນດອນທີ່ປູກພຽງແຕ່ຖົ່ວດິນ ແລະ ສາລີດ້ວຍສະມັດຕະພາບຕໍ່າ, ປະສິດທິຜົນດ້ານເສດ ຖະກິດບໍ່ສູງ.ເພາະສະນັ້ນ ຊາວບ້ານຈຶ່ງຫັນປ່ຽນມາເພາະປູກກາຣົດແທນ. ພືດຊະນິດນີ້ ເໝາະກັບດິນຟ້າອາ ກາດຂອງຂົງເຂດດັ່ງກ່າວຈຶ່ງເຮັດໃຫ້ສະມັດຕະພາບການຜະລິດສູງ,   ລະດັບຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ,ເສດຖະກິດຂອງທ້ອງຖິ່ນນັບມື້ນັບພັດທະນາຂຶ້ນ.
ພວກ​ຂ້າພະ​ເຈົ້າ​​ໄດ້​ໄປ​ຮອດ​ໄປ​ເຖິງຕາ​ແສງ ຖ້າຍ​ເຕິນ ກໍ່​ພໍດີ​ເໝາະ​ເຈາະ​ກັບ​ໄລຍະ​ຊາວ ບ້ານ ບິ່ງຢາງ, ອານ​ເຢີ​ດ, ​ເຕິ​ນ ຖັງ, ໝາກ​ເກົ່າ ​ເລີ່​ມ​ກ້າວ​ເຂົ້າສູ່​ລະດ​ູ​ເກັບກ່ຽວ ກາຣົດ. ​ໃນ​ເນື້ອ​ທີ່​ປູກ​ ກາຣົດພຽງ 4 ​ໄຮ່ ຂອງຄອບຄົວອ້າຍ ຮ່ວາງ​ວຽດຮວິ​ງ ຢູ່ບ້ານ ບິ່ງ​ຢາງ ​ມີ​​​ແຮງ​ງານຫຼາຍ​ສິບ​ຄົນ​ພວມ​ເກັບ​ກ່ຽວ​ກາຣົດ. ດີ​ໃຈ​ຍ້ອນ​ກາ​ຣົດ ປີ​ນີ້ ​ໃຫ້​​ສະມັດ​ຕະພາບ​ສູງ, ​ພໍ່ຄ້າ​​ແມ່​ຄ້າ​ກໍ່ມາ​​ເກັບຊື້​ກັບ​ທີ່, ອ້າຍ ຮວ່າງ​ວຽດຮວິ​ງ ​ໃຫ້ຮູ້​ວ່າ: “​ເຂົາ​ເຈົ້າ​ມາ​ຊື້​ກາ​ຣົດ ດ້ວຍ​ລາຄາ 10.000 ດົ່ງ​/1kg, ​ໄຮ່​ໜຶ່ງ​ປູກ​ກາຣົດໄດ້ 2 ​ໂຕນ, ຫັກ​ຄ່າ​ໃຊ້​ຈ່າຍ​ຕ່າງໆອອກ ໝົດ​ແລ້ວ, ຄອບຄົວຂ້າພະ​ເຈົ້າ​​ມີ​ກຳ​ໄລຢູ່​ສິບກວ່າ ລ້ານດົ່ງ​”.

ຊາວບ້ານ ຖ້າຍ​ເຕິນ ລົງທຶນ​ກໍ່ສ້າງ​ລະບົບ​ຊົນລະປະທານ​ທີ່​ທັນ​ສະ​ໄໝ ​ເພື່ອ​ຍົກ​ສູງປະລິມານ​ການ​ຜະລິດ. 

ຊາວບ້ານ ຖ້າຍ​ເຕິນ ​ພວມເກັບ​ກ່ຽວ​ກາຣົດສຳ​ເລັດ​ຮູບ.

ເພື່ອ​​​ເກັບ​ກ່ຽວ​ກາຣົດ​​ໃຫ້ຖືກ​ກັບ​ລະດູ​ຄືເດືອນ​ພະຈິກ​ໃນ​ແຕ່ລະ​ປີ, ຫລາຍ​ຄອບຄົວ​ໃນບ້ານ
ຖ້າຍ​ເຕິນຕ້ອງ​ຈ້າງ​ແຮງ​ງານ​ນອກມາ​ເກັບ​ກ່ຽວ​ເພື່ອ​ໃຫ້​ທັນ​ລະດູ​ການ​.


ຫຼັງ​ຈາກ​ຫລົກ​ກາ​ຮົດຂຶ້ນມາ​, ຊາວບ້ານ​ຕັດ​ໃບມັນ​ອອກ, ບັນຈຸ​ໃສ​່ເປົາ​ແລ້ວ​ເອົາ​ໄປ​ຂາຍ.

ຊາວບ້ານ ​ເຕີນ​ຖັງ ຜູ້ໜຶ່ງ​ພວມ​ເກັບ​ກ່ຽວ​ກາ​ຣົດ ​ໃນ​ເນື້ອ​ທີ່ປູກ​ 5 ​ໄຮ່​ຂອງຕົນ.

ທົ່ງ​ນາ​ປູກ​ກາ​ຣົດຂອງ​ຕາ​ແສງ ຖ້າຍ​ເຕິນ ມີ​ເນື້ອ​ທີ່​ກວ້າງ ຫຼາຍ​ຮ້ອຍ​ເຮັກຕາ ພວມ​ໃນ​ລະດູ​ເກັບ​ກ່ຽວ.

ເປົາກາຣົດ​ທັງຫລາຍ​ກໍາລັງ​ຈະ​ຂາຍ​ສົ່ງ​ອອກຢູ່ທີ່​ທົ່ງ​ນາ. 

ພໍ່ຄ້າ​​ແມ່​ຄ້າ​ພວມ​ເກັບ​ຊື້​ກາຣົດຢູ່ກັບ​ທີ່. 

ຊາວບ້ານ ຖ້າຍ​ເຕິນ ​ຫຼາຍ​ຄົນ​ໄດ້​ລົງທຶນ​ຊື້​​ເຄື່ອງຈັກປຸງ​ແຕ່ງ​ກາຣົດ ໃນ​ຂັ້ນ​ຕົ້ນ
ເພື່ອ​ຍົກ​ສູງ​ລາຄາ​ຂາຍ​ກໍ່​ຄື​ຄຸນ​ນະພາ​ບ ຂອງ​ຜະລິດ​ຕະພັນ.


ກາຣົດ ​ຂອງຄອບຄົວ​ລຸງ ຫວູວັນ​ຕວ້າໄດ້​ມີ​ການລ້າງ​ໃຫ້​ສະອາດ​ ​ແລະ  ຫຸ້ມ​ຫໍ່​ຢ່າງ​ຄັກ​ແນ່ແລ້ວ​ຈຶ່ງ​ເອົາ​ໄປ​ຂາຍ.

ລຸງ ດິງຖໍ້ເລິມ ດີ​ໃຈ​ຫລາຍຍ້ອນ​ກາຣົດປີ​ນີ້ ​ໄດ້​ຮັບ​ຜົນດີ​ ​ແລະ ລາຄາຂາຍ​ກໍ່​ສູງ.

ຫ່າງ​ຈາກທົ່ງ​ນາ​ຂອງ​ຄອບຄົວ​ອ້າຍ​ຮວິ​ງບໍ່​ໄກ​ປານ​ໃດ, ຄອບ ຄົວ​​ເອື້ອຍ ​ເວື​ອງທິ​ແອວ​ງ ຢູ່ບ້ານ ​ເຕິນ​ຖັງ ກໍ່​ພວ​ມຂາຍ​ກາ​ຣົດອອກ​ເປັນ​ຈຳນວນຫຼາຍ​ສິບ​ໂຕນ. ຍ້ອນ​ວ່າພໍ່ຄ້າ​ແມ່​ຄ້າ​ເພິ່ນ​ສັ່ງ​ຊື້​ກ່ອນ​ແລ້ວ. ສະ​ນັ້ນ, ຄອບຄົວ​ລາວ​ຕ້ອງ​ຈ້າງ​ແຮງ​ງານ​ທາງ​ນອກ​ເພີ່ມ​ເພື່ອມາ​ເກັບ​ກ່ຽວ​ແຕ່​ເຊົ້າ. ​ເອື້ອຍ ​ແອວ​ງ ​ໃຫ້​ຮູ້​ວ່າ: ຕົ້ນ​ກາຣົດ ​ນັບແຕ່​ເວລາ​ປູກ​ຈົນເຖິງ​ເວລາ​ເກັບ​ກ່ຽວ​ຕ້ອງ​​ໃຊ້​ເວລາ​ 3 ​ເດືອນກວ່າ, ຕົ້ນກາຣົດ ບົວລະບັດງ່າຍ, ​ແຕ່ລະ​ປີ​ສາມາດ​ເກັບ​ກ່ຽວ​ໄດ້ 2 ລະດູ.​ ກໍ່​ຍ້ອນ​ກຳ​​ແໜ້ນ ເຕັກນິກ​ການ​ປູກ ​ແລະ ບົວລະບັດ​ກາຣົດ, ສະ​ນັ້ນ ປີນີ້ ຄອບ ຄົວ​ເອື້ອຍ ​​ແອວ​ງ ຈຶ່ງ​ຕັດສິນ​ໃຈ​ລົງທຶນ​ປູກ​ກາຣົດຕື່ມອີກ​ເຮັກຕາ​ໜຶ່ງ ​ແລະ ບັນ​ລຸ​ໄດ້​​ສະມັດ​ຕະພາບ​ສູງ. ຫັກ​ຄ່າ​ໃຊ້​ຈ່າຍ​ຕ່າງໆອອກ​ແລ້ວ, ​ເອື້ອຍ​ ​ແອວ​ງຄາດ​ຄະ​ເນ​ວ່າ​ຈະ​ມີ​ກຳ​ໄລ​ເປັນ​ຮ້ອຍລ້ານດົ່ງ.
 
ປະຈຸບັນຢູ່ ຖ້າຍ​ເຕິນ, ​ເພ່ືອ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ຫົວ​ກາ​ຣົດ, ມີ​ຄອບຄົວຈຳນວນ​ໜຶ່ງ​ໄດ້​ຕັດສິນ​ໃຈລົງທຶນຊື້​ອຸປະ ກອນ​ເຄື່ອງຈັກ​ປຸງ​ແຕ່ງ​ກາຣົດ​ໃນ​ຂັ້ນ​ຕົ້ນ, ຫຸ້ມ​ຫໍ່​ຄັກ​ແນ່ແລ້ວ​ຈຶ່ງສົ່ງ​​ໄປຂາຍ​ຢູ່​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.
 
​ເປັນ​ຜູ້ໜຶ່ງ​ທີ່​ມີ​ປະສົບ​ການ​​ໃນ​ການ​ປູກ​ກາ​ຣົດມາ​ເປັນ​ເວລາ​ຫຼາຍ​ສິບປີ, ລຸງ ຫວູວັນ​ຕວ້າ ຢູ່​ບ້ານ ​ເຕີນຖັງ ມີ​ຄວາມ​ມຸ່ງ​ ມາ​ດ ປາດ​ຖະໜາຢາກ​ຍົກ​ສູງ​ຄຸນ​ນະພາ​ບ, ກໍ່​ຄື​ລາຄາ​ຂອງ​ຫົວ​ກາຣົດ, ສະ​ນັ້ນ ຄອບຄົວ​ລາວ​ໄດ້​ລົງທຶນ​ຊື້​ເຄື່ອງ​ຈັກ​ປຸງ​ແຕ່ງ​ກາຣົດ​ໃນຂັ້ນ​ຕົ້ນ 2 ​ເຄື່ອງ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ 10 ກວ່າແຮງ​ງານ​. ທ່ານ ຕວ້າ ​​ໃຫ້​ຮູ້​ວ່າ: “​​ ໃນ​ໂຮງງານ​ຂອງ​ຄອບຄົວ ຂ້າ​ພະ​ເຈົ້າ, ສະ​ເລ່ຍ​ແລ້ວທັງ​ລ້າງ​ທັງຫຸ້ມ​ຫໍ່​ກາຣົດ​ໄດ້ປະມານ 30 ​ໂຕນ​ຕໍ່​ມື້. ກາຣົດ ຖ້າ​ຍ​ເຕິນ ສ່ວນ​ຫຼາຍ​​ໄດ້ຂາຍ​ອອກ​ໄປບັນດາ​ແຂວງ, ນະຄອນ​ຄື:  ຮ່າ​ໂນ້ຍ, ຫາຍ​ຝ່ອງ ​ແລະ ກວາງ​ນິງ”.
 
ກາຣົດ ຫຼັງ​ຈາກ​ ​ເກັບກູ້​ມາ​ຈາກ​ທົ່ງ​ນາ​ແລ້ວ ຈະ​ໄດ້​ລ້າງ​ສະອາດ​ດ້ວຍ​ຈັກ ​ແລະ ​ເອົາ​ໄປ​ຫຸ້ມຫໍ່​ໃສ່ຖົງ​ຢາງ ​ແລ້ວ​ຈຶ່ງເອົາ​ໄປ​ຂາຍ. ຍ້ອນ​ວິທີ​​ເຮັດ​ຄື​ດັ່ງກ່າວນີ້, ຄຸນ​ນະພາ​ບກໍ່​ຄື​ລາຄາ​ຂອງ​ຜະລິດ​ຕະພັນ​ກາຣົດ ຖ້າຍ​ເຕິນຈຶ່ງ​ສູງຂຶ້ນ​ຢ່າງ​ຊັດ​ເຈນ, ຄ່ອຍໆກາຍ​ເປັນ​ເຂດ​ປູກ​ສະ​ເພາະ​ກາຣົດ ທີ່​ມີ​ເຄື່ອງ ໝາຍ​ການ​ຄ້າ​ຂອງ​ແຂວງ ຫາຍ​ເຢືອງ.
ບົດ: ກວິ່ງ​ແອ​ງ - ພາບ: ວັນ​ກວ່ຽນ

bichlien

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top