• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ເກາະ ໂກໂຕ-ຈຸດມັດໝາຍ ສຳລັບ ນັກທ່ອງທ່ຽວ

ຕັ້ງຢູ່ທາງທິດຕາເວັນອອກ ຂອງ ແຂວງ ກວາງນິງ, ເກາະ ໂກໂຕ ເປັນຈຸດນັດໝາຍ ທີ່ໜ້າອ່າວຄະນິງຫາ ສຳລັບ ນັກທ່ອງທ່ຽວ ຜູ້ ຮັກມັການສຳຫຼວດ ຄວາມງາມ ແບບທຳມະຊາດ ກັບ ຫາດ ຊາຍ ທີ່ຂາວສະອາດ ຢັ່ງຢາຍໄປທົ່ວ ໃນລະດູແລ້ງ.
ຕົ້ນເດືອນມິຖຸນາ, ພວກຂ້າພະເຈົ້າພ້ອມກັບ ຊາວໜຸ່ມກຸ່ມໜຶ່ງ ເດີນທາງໄປທ່ອງທ່ຽວເກາະ ໂກໂຕ ຊຶ່ງ ບໍລິສັດຫຸ້ນສ່ວນ ທ່ອງ ທ່ຽວ ຈຸງ ເປັນຜູ້ຈັດ. ຈາກທ່າກຳປັ່ນ ກ໋າຍຣົ່ງ, ພວກຂ້າພະເຈົ້າ ຊື້ປີ້ດ້ວຍລາຄາ 200.000 ດົ່ງ/ຄົນ ແລະ ລົງກຳປັ່ນດ່ວນ ເລີ່ມ ໄປຍັງເກາະ ໂກໂຕ.

ອອກຈາກທ່າກຳປັ່ນ, ນັ່ງລົດໄຟຟ້າ ແລ່ນຜ່ານໃຈກາງ ເທດສະ ບານ ໂຕ, ພວກຂ້າພະເຈົ້າເຫັນຮ້ານອາຫານ, ໂຮງແຮມຫຼາຍ ແຫ່ງ ໄດ້ຮັບການກໍ່ສ້າງໃໝ່ ເພື່ອຕອບສະໜອງ ຕາມຄວາມ ຮຽກຮ້ອງຕ້ອງການ ຂອງນັກທ່ອງທ່ຽວ. ພວກຂ້າພະເຈົ້າ ພັກຢູ່ Co To mini resort  ລວມມີ 40 ຫ້ອງພັກ ຊຶ່ງສ້າງ ຕາມແບບ ເຮືອນໄມ້ຂະໜາດນ້ອຍ ຫັນໜ້າສູ່ທະເລ ຮົ່ງວ່ານ. ຄ່າເຊົ່າ ມີ ລາຄາ ແຕ່ 800.000 - 2.000.000 ດົ່ງ/ຫ້ອງ.

ນັກທ່ອງທ່ຽວຂຶ້ນກຳປັ່ນດ່ວນ ເພື່ອກຽມອອກເດີນທາງສູ່ ເກາະໂກໂຕ. 


ຄວາມງາມບົນເສັ້ນທາງອອກສູ່ ເກາະ ກັບບັນດາໂນນພູ ຂອງ ມໍລະດົກໂລກ ອ່າວ ຮ່າລອງ. 


ສີສັນທີ່ຫຼາກຫຼາຍ ຂອງ ເຮືອນກໍ່ດ້ວຍໄມ້ ຢູ່ ຫາດຊາຍທະ ເລ ຮົ່ງວ່ານ. 


ຫາດຫີນ ມ໋ອງຣົ່ງ (ເລັບມັງກອນ) ແມ່ນການປະສານກົມກຽວ ລະຫວ່າງຫີນ ແລະ ນ້ຳ, ເມື່ອຕາເວັນທ່ຽງ, ນີ້ແມ່ນຈຸດສຳຫຼວດ
ທີ່ບໍ່ຄວນພາດ ເມື່ອມາທ່ຽວເກາະໂກໂຕ. 



ພາບ ຂອງ ໝູ່ບ້ານຊາວປະມົງ ແລະ ເຂດພາລາທິການ ອາ ຊີບປະມົງ ເທິງເກາະ ໂຕໂຕ.  


ທີ່ນີ້, ນັກທ່ອງທ່ຽວສາມາດລົງມືປະຕິບັດຕົວຈິງ ກ່ຽວກັບການ ຂຸດຄົ້ນ, ປຸງແຕ່ງສິນໃນນ້ຳ ຂອງ ຊາວປະມົງ ເທິງ ເກາະໂກໂຕ. 

ດ້ວຍການຊ່ວຍເຫຼືອຢ່າງຈິງໃຈ ຂອງ ຜູ້ເປັນເຈົ້າຂອງ Co To mini resort , ພວກຂ້າພະເຈົ້າໄດ້ເຊົ່າລົດຈັກ ໃນລາຄາ 125.000 ດົ່ງ/ຄັນ/ວັນ ເພື່ອສະດວກໃນການ ໄປມາສຳຫຼວດ ບັນດາຈຸດນັດໝາຍທີ່ໜ້າທ່ຽວຊົມ ຢູ່ເທິງເກາະທີ່ສວຍງາມ ແຫ່ງນີ້.

ຈຸດທຳອິດ ໃນການເດີນ ຂອງ ພວກຂ້າພະເຈົ້າ ແມ່ນ ປ້ອມຫໍ ພະຄານ ໂກໂຕ, ຊຶ່ງມີຄວາມສູງ 100 ແມັດ ເມື່ອທຽບກັບ ໜ້າ ນ້ຳທະເລ ແລະ ຖືວ່າ ເປັນ “ຫຼັງຄາ” ຂອງ ເກາະ. ທາງຂຶ້ນ ຫໍພະ ຄານ ມີຂັ້ນ ໄດເຖິງ 72 ຂັ້ນທີ່ເປັນວົງ ກ້ຽວເກາະກັນ ຈົນເຖິງ ຍອດ ຫໍພະຄານ ແລະ ສົ່ງສາຍຕາອອກໄປໄກ ພວກຂ້າພະເຈົ້າ ສາມາດ ແນມ ເຫັນ ທຸກດ້ານ ຂອງ ເກາະ ທີ່ມີຄວາມງາມແບບ ກົມກືນ ກັນ ຂອງ ທະເລ, ທ້ອງຟ້າ ກັບສີຂຽວຂອງປ່າໄມ້.

ໄດ້ຍິນວ່າຢູ່ ເກາະໂກໂຕ ມີຫາດຫີນ ມ໋ອງຣົ່ງ (ເລັບມັງກອນ) ຊຶ່ງເປັນ ການປະສານສົມທົບ ທີ່ບໍ່ຄ່ອຍເຫັນລະຫວ່າງ ຫີນ ແລະ ນ້ຳ, ຮອດຍາມທ່ຽງ, ນະແຫ່ງນີ້ ຈະແມ່ນ ຈຸດນັດໝາຍ ທີ່ເປັນ ເອກະລັກ ທີ່ນັກທ່ອງທ່ຽວ ບໍ່ຄວນພາດ ແລະ ມາຮອດທີ່ນີ້, ພວກຂ້າພະເຈົ້າ ເຖິງກັບຕົກສະເງີ້ ເມື່ອ ໄດ້ຊົມຮູບພາບ ຂອງ ບັນດາ ສາຍພູ ທີ່ໃຫຍ່ໂຕມະໂຫຖານ ເນັ່ງອອກສູ່ທະເລ ເໝືອນ ດັ່ງເລັບ ຂອງ ໂຕມັງກອນ.

ຕາມປະຊາຊົນ ທ້ອງຖິ່ນ ທີ່ດຳລົງຊີວິດເທິງເກາະໃຫ້ຮູ້ວ່າ ຫາດ ຫີນ ມ໋ອງຣົ່ງ ຍັງມີຊື່ ເອີ້ນວ່າ ເກົ່າມີ້, ມີເນື້ອທີ່ ກວ່າ 40 ເຮັກ ຕາ, ມີຄວາມຍາວ ປະມານ 2 ກິໂລແມັດ ຢັ່ງຢາຍຕາມທິດຕາ ເວັນຕົກສ່ຽງເໜືອ-ຕາເວັນຕົກສ່ຽງໃຕ້. ຫາດຫີນ ມ໋ອງຣົ່ງ ໄດ້ປະ ກົດເປັນຮູບເປັນຮ່າງ ຈາກ ຂະບວນວິວັດການກັດເຊາະ ແລະ ໂຮມເຂົ້າກັນ ຂອງ ນ້ຳທະເລ. ຈາກການປ່ຽນແປງ ແລະ ຜັນແປ ທາງ ດ້ານທໍລະນີສາດ ເປັນເວລາຫຼາຍພັນປີ, ບັນດາຫຼືບຫີນ ຈຶ່ງມີຮູບຮ່າງຊ້ອນກັນເປັນຊັ້ນໆ ດ້ວຍສີສັນຢ່າງມີຊີວິດຊີວາ. ຫາດຫີນ ມ໋ອງຣົ່ງ ຖືວ່າ ເປັນບ່ອນຕ້ອນຮັບ ອາລຸນວັນໃໝ່ ງາມ ທີ່ສຸດ ຢູ່ເທິງເກາະ ໂກໂຕ.

ລົດແລ່ນຜ່ານເສັ້ນທາງທີ່ມີຊື່ວ່າ  “ເສັ້ນທາງແຫ່ງຄວາມຮັກ” ຢູ່ ພາຍໃນເທສະບານ, ພວກຂ້າພະເຈົ້າ ໄດ້ໄປຍັງຫາດຊາຍທະ ເລ ວ່ານຈ໊າຍ ຊຶ່ງຖື ວ່າ ແມ່ນຫາດຊາຍທະເລ ສວຍງາມທີ່ສຸດ ຢູ່ແຫ່ງນີ້. ເດືອນ ມິຖຸນາ ແມ່ນເດືອນເລີ່ມເຂົ້າ ລະດູການທ່ອງ ທ່ຽວ, ເພາະສະນັ້ນ ໃນຊ່ວງເວລານີ້, ຫາດຊາຍທະເລ ວ່ານໄຈ໊ ຈະມີນັກທ່ອງທ່ຽວ ມາທ່ຽວ ເປັນຈຳນວນຫຼວງຫຼາຍ. ໃນຍາມ ຄ້າຍແລງ, ບັນຍາກາດ ຢູ່ແຫ່ງນີ້ມີຄວາມອຶກກະທຶກນຶກນັນ ເນື່ອງຈາກການມ່ວນຊື່ນ ຢອກຫຼິ້ນກັນ ຂອງ ບັນດານັກທ່ອງທ່ຽວ.

ນັກທ່ອງທ່ຽວສຳຫຼວດ ຫໍພະຄານ ຈຸດສູງສຸດ ຂອງ ເກາະ ໂກໂຕ. 


ປ້ອມຫໍພະຄານ ໂກໂຕ ແມ່ນ 1 ໃນຈຳນວນ 30 ຕາທະເລຍາມ ຄ່ຳຄືນ ກຳລັງເຄື່ອນໄຫວໃນທົ່ວນ່ານນ້ຳຫວຽດນາມ ໄດ້ຮັບການສ້າງ
ແຕ່ທ້າຍສະຕະວັດທີ 19. ປະຈຸບັນໄຟສັນຍານ ທາງ ທະເລ ແມ່ນໃຊ້ພະລັງງານແສງຕາເວັນ ໃຫ້ແສງສະຫວ່າງ ໄດ້ດົນກວ່າ. 


ເກາະ ໂຕໂຕ ແນມແຕ່ຍອດ ຫໍພະຄານ. 


ຈາກ ຫໍພະຄານແນມອອກໄປ ສາມາດເຫັນ ເກາະ ໂກໂຕ ແລະ ເກາະ ແທງເລີນ ຊຶ່ງມີຫາດຊາຍ ທີ່ສວຍງາມ ຈົນຫຼົງໄຫຼ. 


ຫາດຊາຍທະເລວ່່ານໄຈ. 


ນັກທ່ອງທ່ຽວເຈືອຈານເຂົ້າກັບກະແສນຳ້ ແລະ ຫາດຊາຍ ທະເລ ວ່ານໄຈ ທີ່ສົດໃສ ແລະ ເຢັນດີ. 


ຖ້າຫາດຊາຍທະເລ ຮົ່ງວ່ານ ແລະ ຫາດຫີນ ມ໋ອງຣົ່ງ ເປັນບ່ອນ ຊົມແສງອາລຸນວັນໃໝ່ ທີ່ແສນປະທັບໃຈ, ແຕ່ຫາດຊາຍ ວ່ານ ໄຈ
ຢູ່ຈຸດສຸດທ້າຍຂອງ ເກາະໂກໂຕ ຊ້ຳພັດມີຄວາມສວຍງາມ ດັ່ງໃນຝັນ ເມື່ອຍາມອັດສະດົງລົງແລງ. 



ຕັ້ງກອງໄຟ ຢູ່ແຄມທະເລ ໃນຍາມລາຕີ ເພື່ອແລກປ່ຽນ ປະສົບ ການ ດ້ານການທ່ອງທ່ຽວ ຂອງ ຄະນະນັກທ່ອງທ່ຽວ.


ວິນາທີຜ່ອນຄາຍອາລົມຂອງນັກທ່ອງທ່ຽວ ຢູ່ ຣີຊອດ  ແຄມທະ ເລ ຮົ່ງວ່ານ.


ມາຍັງ ເກາະໂກໂຕ, ນັກທ່ອງທ່ຽວຈະມີຄວາມຮູ້ສຶກໃກ້ຊິດ ກັບ ທຳມະຊາດ ທີ່ສວຍງາມຢູ່ແຫ່ງນີ້. 

ຕອນຄ່ຳ, ພວກຂ້າພະເຈົ້າໄດ້ຊີມລົດຊາດ ຂອງ ລາຍການອາ ຫານທີ່ໄດ້ຮັບການປຸງແຕ່ງຈາກສິນທະເລເຊັ່ນ: ກຸ້ງ, ມຶກ, ຫອຍ... ທ່າມກາງສຽງຟອງນ້ຳກະທົບໃສ່ຝັ່ງ ແລະ ແສງລະຍິບ ລະຍັບຈາກໂຄມພາຍຸ. ຂະບວນການເດີນທາງ ສຳຫຼວດເກາະ ໂກໂຕ ຂອງພວກຂ້າພະເຈົ້າໄດ້ສິ້ນສຸດລົງ ດ້ວຍການຮ້ອງເພງ ແລະ ພົບປະແລກປ່ຽນຢ່າງປະທັບໃຈ ກັບບັນດາ ເພື່ອນຮ່ວມ ທາງ ທ່າມກາງແສງກອງໄຟຕັ້ງຄ້າຍ ຢູ່ແຄມ ທະເລ. 

ທ່ອງທ່ຽວໂກໂຕ ມີລາຄາແຕ່ 999.000/ຄົນ. ສົນໃຈເຊີນຕິດຕໍ່ ກັບ ບໍລິສັດຫຸ້ນສ່ວນທ່ອງທ່ຽວ ຈຸງ:
ທີ່ຢູ່: ຊັ້ນ 16, ຕຶກອາຄານ ICON4, ເລກທີ 243 ເດລາແທ່ງ, ບ້ານ ລ໋າງຫ້າ, ເມືອງ ດົ໋ງດາ, ຮ່າໂນ້ຍ
ໂທລະສັບ: 0868146656
ເວັບໄຊ: www.dichoichung.com
ເຟດບຸກ: https://www.facebook.com/dichoichung/

ບົດ: ເງີນຮ່າ - ພາບ: ກົງດາດ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top