• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍຈະສ້າງແຜນບູລະນະສ້ອມແປງຖະໜົນຍ່າງໂຮ່ເກືອມ


ຖະໜົນຍ່າງໂຮ່ເກືອມ
​​      ວັນ​ທີ 18/2, ທ່ານ ຫງວຽນ​ດຶກ​ຈູງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນນະ​ຄອນ ຮ່າ​ໂນ້ຍ ໄດ້​ພົບ​ປະ​ກັບ​ບັນ​ດາ​ນັກ​ສີ​ລະ​ປິນ​ໃນ​ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສີ​ລ​ະ​ປະ ຮ່າ​ໂນ້ຍ. ທ່ານ​ປະ​ທານ ຫງວຽນ​ດຶກ​ຈູງ, ໃຫ້​ຮູ້​ວ່າ: ເພື່ອ​​ເສີມຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຢູ່​ອ້ອມ​ແອ້ມ​ໜອງ ຮ່​ວານ​ກຽມ, ຮ່າ​ໂນ້ຍ ຈະ​ມີ​ແຜນ​ການ​ປະ​ດັບ​ປະ​ດາ​ລະ​ບົບ​​ໄຟ​ຟ້າ​ເຍືອງ​ທາງ, ຂຸດ​​ໜອງ ຮ່ວານ​ກຽມ, ບຳ​ບັດ​ນ້ຳ​ໃນ​ໜອງ, ​ບູ​ລະ​ນະ​ສ້ອມ​ແປງ​ຂ້າງ​ຖະ​ໜົນ ແລະ ທາງ​ໜ້າ​ເຮືອນ​ຂອງ​ປະ​ຊາ​ຊົນ, ສຳ​ນັກ​ງານ​ຕ່າງໆ​ຢູ່​ອ້ອມ​ໜອງ. ນອກ​ຈາກນັ້ນ, ໃນ​ແຕ່​ລະ​ເດືອນ, ຮ່າ​ໂນ້ຍ ຈະ​ເຊື້ອ​ເຊີນ 2 ແຂວງ​​ນຳ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ ແລະ ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​​ມາສະ​ແດງ​ຢູ່​ຖະ​ໜົນ​​ຍ່າງ, ແຕ່​ລະ​ປີ​ຈະ​ແນະ​ນະ​ວັດ​ທະ​ນະ​ທຳ​ຂ​ອງ​ບັນ​ດາ​ປະ​ເທດ ອາຊຽນ ແລະ ບັນ​ດາ​ປະ​ເທດ ເອີ​ລົບ ຢູ່​ຖະ​ໜົນ​ຍ່າງ. ສຳ​ລັບໜອງ ​ໂຮ່ໄຕ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ນະ​ຄອນ​ຈະ​ສ​້າງ​ໂຄງ​ການ​​ຈັດ​ຕັ້ງ​ໜອງ ໂຮ່ໄຕ ​ຄືນ​ໃໝ່ພ້ອມ​​ທັງ​ບູ​ລະ​ນະ​ລະ​ບົບ​ຕົ້ນ​ໄມ້ ແລະ ປະ​ດັບ​ປະ​ດາ​​ໄຟ​ຟ້າ​ເຍືອງ​ທາງ​ຢູ່​ອ້ອມ​ໜອງ.
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top