• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຮ່ອງຮອຍ ແລະ ວັດຖຸສິ່ງຂອງທີ່ເປັນຫຼັກຖານພະຍານ ທາງປະຫວັດສາດຂອງນັກລົບພິເສດ ໄຊງ່ອນ

40 ປີໄດ້ຜ່ານພົ້ນໄປ, ຂຸມລັບທີ່ເກັບຮັກສາອາວຸດຈໍານວນເກືອບ 3 ໂຕນຂອງ ກອງນັກລົບພິເສດ ໄຊງ່ອນ ໃນພື້ນເຮືອນເລກທີ 287/70 ຖະໜົນ ຫງວຽນດິ່ງຈຽວ, ຕາແສງ 5, ເມືອງ 3, ນະຄອນ ໂຮ່ຈີມິນ ທີ່ເຄີຍຮັບໃຊ້ບັ້ນບຸກໂຈມຕີ ທຳນຽບ ດົກເລິບ ເມື່ອປີ 1968 ນັ້ນ, ປະຈຸບັນໄດ້ກາຍເປັນເຂດຮ່ອງຮອຍປະຫວັດສາດແຫ່ງໜຶ່ງ. ຂຸມລັບດັ່ງກ່າວນີ້ ເປັນໜຶ່ງໃນບັນດາຫຼັກຖານ ພະຍານ ທີ່ສະຫວ່າງສະໄຫວຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ເພື່ອໃຫ້ໄດ້ມາວັນມະຫາໄຊຊະນະ 30/04/1975  ແລະ ທ້ອນໂຮມປະເທດຊາດເປັນເອກະພາບ.
ເຮືອນເລກທີ 287/70 ຕັ້ງ​ຢູ່​ລະຫວ່າງ​ກາງ 2 ດ້ານ​ໜ້າ ​ຂອງ 2 ຮ່ອມ​ທາງທີ່​ທະລຸອອກ​ສູ່ 2 ຖະໜົນ ຫງວຽນດິ່ງຈຽວ ແລະ ຫວໍວັນເຕີ່ນ ມີເນື້ອທີ່ປະມານ 37 ແມັດມົນທົນ, (ລວງຍາວ 14,9 ແມັດ, ລວງກວ້າງ 2,5 ແມັດ). ເຈົ້າຂອງເຮືອນແມ່ນລຸງ ເຈິ່ນວັນ ລາຍ (ນຳລາຍ), ຊື່​ເຄື່ອນ​ໄຫວ​ປິດ​ລັບແມ່ນ ມາຍໂຮ່ງເກ້ວ ​ເພິ່ນ​ໃຊ້​ເວລາ 3 ປີ (ແຕ່ປີ 1966-1968) ເພື່ອຊື້ເຮືອນ ແລະ ຂຸດຂຸມ ລັບ. ​ໃນ​ໄລຍະ​ນີ້​ເພິ່ນ​ທັງ​ເຮັດ​ວຽກໃຫ້ທຳນຽບ ດົກ​ເລິບ ໃນນາມ ຜູ້ຮັບເໝົາ ນຳ U-SOM (ຍ້ອນວ່າ​ເພິ່ນ​ເຄີຍເຂົ້າອອກອົງການ U-SOM ຂອງ ອາເມລິກາ ຢູ່ເລື້ອຍໆ ​ເພື່ອ​ປະມູນ​ການ​ກໍ່ສ້າງ) ທັງ ເຄື່ອນໄຫວຢ່າງປິດລັບໃນໜ່ວຍ ຮັບປະກັນຂອງກອງນັກລົບພິເສດ ໄຊງ່ອນ.



ບັນດາສະຫາຍກອງລຳລຽງຂົນສົ່ງອາວຸດໃຫ້ກອງຮັບປະກັນການຕໍ່ສູ້ທີ່ທີ່ໝັ້ນ ຖາຍໝີ໋-ກູຈີ. ພາບ: ເອກະສານ

ນັກທ່ອງທ່ຽວຕ່າງປະເທດມາຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບ ຮ່ອງຮອຍ ແລະ ວັດຖຸສິ່ງຂອງ
ທີ່ເປັນຫຼັກຖານພະຍານ ທາງປະຫວັດສາດຂອງນັກລົບພິເສດ ໄຊງ່ອນ. ພາບ: ເລມິນ/VNP
ອ້າງເຫດຜົນວ່າ​​ສ້ອມແປງເຮືອນ​ ຕ້ອງການຂຸດອ່າງ​ສວ້ມ​ຖ່າຍ ແລະ ລະບົບລະບາຍນຳ້ເພື່ອປິດຕາສັດຕູ, ລາວສົ່ງເມຍກັບ ລູກ ເມືອເມືອງ ງໍ່ເວິບ, ລາວຢູ່ ໃນເຮືອຍຫຼັງນັ້ນຜູ້ດຽວ, ກາງເວັນໄປ ຮັບເໝົາ, ກາງຄືນຢູ່ເຮືອນ ຂຸດຂຸມ, ດິນຂຸດຂຶ້ນມາ ລາວເອົາ​ໃສ່​ຖັງກາກ​ຕົງ ຂົນ​ຂຶ້ນ​ລົດ​ເອົາໄປ ຖອກຖິ້ມຢູ່ ​ໄກ​ເຖິງ​ເມືອງ ບິ່ນແຈງ ເພື່ອຫຼີກສາຍຕາ​ຂອງ​ສັດຕູ. ຂຸມແຫ່ງນີ້​ ໃຊ້​ເວລາກໍ່ສ້າງ 7 ​ເດືອນ​ຈຶ່ງ​ສໍາ​ເລັດ, ມີຂະໜາດລວງຍາວ 2 ແມັດ, ລວງກວ້າງ 1,2 ແມັດ, ສູງ 2,5 ແມັດ ປະກອບ​ມີ 4 ປະຕູ​ເພື່ອຫລົບ​ໜີ, ຝາ ​ແລະ ພື້ນ​ຂຸມ​ເຮັດ​ດ້ວຍ​ຊີມັງ​ຢ່າງ​ໜາ​ເພື່ອ​ຕ້ານ​ນໍ້າ​ຊືມ. ​ໃນ​ຂຸມ​ມີ 4 ຂອບ​ວົງມົນ​ເຊື່ອມ​ຕໍ່​ກັບ​ທໍ່​ລະບາຍ​ນໍ້າ ຂະໜາດ​ພໍດີ​ສໍາລັບ​ຜູ້​ໜຶ່ງ​ລອດ​ອອກ​ເພື່ອ​ໜີ​ໄພ. ຈຸດ​ທີ່​ຕັ້ງ​ຂອງ ປາກຂຸມ​ແມ່ນໄດ້ຕັ້ງຢູ່ໃກ້ກັບຂັ້ນໄດ ​ແລະ  ຝາອັດຂຸມປະກອບສ້າງດ້ວຍດິນຈີ່ 6 ກ້ອນຕິດ​ກັນ​ດ້ວຍ​ນອັດ​ກຽວ. ປາກຂຸມມີເນື້ອທີ່ 0,4 ແມັດຄູນ 0,6 ແມັດ, ພໍດີໃຫ້ຜູ້ໜຶ່ງລອດລົງ.

ການ​ກໍ່ສ້າງ​ຂຸມສຳເລັດກໍ່​ພໍດີ​ກັບ​ເວລາ​ກົມ​ກອງ​ຮັບປະກັນ​ຊອກ​ຫາ​ວິທີ​ຂົນ​ສົ່ງ​ອາວຸດ​ເຂົ້າມາ​ໄວ້. ຊຸດ​ໄມ້​ແປ້ນ​ຊຸດ​ໜຶ່ງ​ທີ່​ທາງ​ໃນ​ໂກນ ສ້າງ​ໂດຍລຸງ ເຈີ່ນຝູ໋ເກື່ອງ, ຊື່​ເຄື່ອນ​ໄຫວ​ປິດ​ລັບ​ແມ່ນ​ລຸງ ນໍາມົກ ​ເປັນທະຫານກໍາລັງພິເສດຜູ້​ໜຶ່ງທີ່​ເຄື່ອນ​ໄຫວ​ຢູ່​ໃນ​ນະຄອນ ​ໄດ້​ຖືກ​ນໍາ​ສົ່ງ​ມາ​ຍັງຕາແສງ ເຝືອກຮຽບ, ເມືອງ ກູຈີ. ຢູ່ທີ່ນີ້, ອາວຸດໄດ້ ຖືກ ຊຸກເຊື່ອງຢ່າງ​ຄ່ອງ​ແຄ້ວ​ເຂົ້າໃນຊຸດ​ໄມ້ແປ້ນ​ແລ້ວ​ໃຊ້​ກວຽນ​ງົວ ຂົນສົ່ງໄປ​ເຖິງ ຈຸດນັດພົບ, ປິດ​ບັງເຮັດຄືນີ້ແມ່ນ ການຊື້ຂາຍໄມ້ ແປ້ນທຳມະດາຊື່ໆ. ຊຸດໄມ້ແປ້ນທີ່ເຊື່ອງອາວຸດທາງຂ້າງ ໃນສືບ ຕໍ່ຖືກຂົນ ຂຶ້ນລົດໂອໂຕທະບຽນໝາຍເລກ EC 6045 ໂດຍທ້າວ ບາບາວ (ຫງວຽນວັນບາວ) ເປັນຜູ້ຂັບຂົນ​ໄປ​ເຕົ້າ​ໂຮມ, ຊຸກເຊື່ອງ ໃນຂຸມລັບຢູ່ໃນເຮືອນຂອງລຸງ ນຳລາຍ.

ນອກນັ້ນ, ອາວຸດຍັງໄດ້ເຊື່ອງໃນ ກ່າຕັງ (ຮີນຊະນິດໜຶ່ງ ທີ່ນຳໃຊ້​ເພື່ອເຮັດຝາ) ກ້ຽວເປັນວົງ. ​ແຕ່​ລະ​ຄັ້ງ​ທີ່ຂົນອາວຸດມາເຮືອນ, ບັນ ດານັກຮົບຈະເລືອກເອົາຊ່ວງ​ເວລາ​ໃກ້​ຈະ​ຄໍ່າ, ຖອຍລົດເຂົ້າຈໍາ ໃນ ເຮືອນເພື່ອຫຼີກສາຍຕາ​ຂອງ​ຜູ້​ຄົນ​ອ້ອມ​ຂ້າງ. ອາວຸດ ​ເປັນ​ຈໍານວນ​ຫຼວງຫຼ​າຍ ປະກອບ​ດ້ວຍຫຼາຍຊະນິດຄື: ປືນສັ້ນ, AK, ກະສູນ ທຸກຊະນິດ, B40, ລະເບີດດິນ ​ແລະ ອື່ນໆ. ລ້ວນ​ແຕ່​ຖືກ​ຂົນ​ສົ່ງ​ມາ​ເກັບ​ມ້ຽນ​ໃນ​ຂຸມ​ລັບ ເພື່ອລໍຖ້າເຖິງວັນ ບຸກໂຈມຕີ.

ຄໍ່າຄືນວັນທີ 31 ມັງກອນ 1968, ນັກຮົບ ຂອງ ກອງທະຫານ ພິເສດເລກ 5 ຈໍານວນ 15 ຄົນ​ໄດ້ ເຕົ້າໂຮມກັນ ຢູ່ ເຮືອນເລກ 287/70 ເພື່ອຮັບເອົາອາວຸດ, ຫຼັງຈາກ​ນັ້ນ ອອກ​ເຄື່ອນ​ທີ່​ດ້ວຍ ລົດໂອໂຕ 3 ຄັນ ແລະ ລົດຈັກຮອນ​ດາຄັນໜຶ່ງ ມຸ່ງ​ໜ້າ ສູ່ທຳນຽບ ດົກ​ເລິບ, ກອງນັກລົບພິເສດເລກ 5 ໄດ້ປະຕິບັດການບຸກໂຈມຕີ​ ຢ່າງຫານກ້າ ​ແລະ ດັງກ້ອງສະໜັ່ນ ພາຍໃຕ້ການ ບັນຊາ​ຂອງ ທ່ານ ເຈືອງຮວ່າງແທງ (ບາແທງ). ເຖິງວ່າ ຫຼັງຈາກນັ້ນ ເຮືອນຕົກ​ຢູ່​ໃນ​ກໍາມື​ຂອງພວກສັດ​ຕູ, ແຕ່ຂຸມອາວຸດ ຍັງເປັນຄວາມລັບ ສຳລັບພວກມັນ​ຕະຫຼອດ​ມາ.


ມູມໜຶ່ງໃນຂຸມລັບຂອງ​ນັກ​ລົບ​ພິ​ເສດ​ໄຊ​ງ່ອນ​ທີ່ຊຸກ​ເຊື່ອງ ອາວຸດເກືອບ 3 ໂຕນ
ໃນເຮືອນເລກທີ 287/70 ຖະໜົນ ຫງວຽນດິ່ງຈຽວ, ຕາ​ແສງ 5, ເມືອງ 3, ນະຄອນ ໂຮ່ຈີມິນ ​
ເຄີຍ​ໄດ້ຮັບໃຊ້ຈຸດປະສົງບຸກ​ໂ​ຈມຕີ​ທຳນຽບ
ດົກ​ເລິບ​​ເມື່ອ​ປີ 1968. ພາບ: ​ເລ​ມິນ/VNP









ອາວຸດຊະນິດຕ່າງໆ​ຂອງ​ນັກ​ລົບ​ພິ​ເສດ​ໄຊ​ງ່ອນ​ຊຸກ​ເຊື່ອງ​ໃນ​ຂຸມ​ລັບ​ຈໍານວນເກືອບ 3 ​ໂຕນ ​
ໃຊ້​ເພື່ອ​ບຸກ​ໂຈມ​ຕີ​ທໍານຽບດົກ​ເລິບ ​ໃນ​ປີ 1968. ພາບ: ເລມິນ/ VNP


ກ່າຕັງ ໄດ້ນຳໃຊ້ເພື່ອຊຸກເຊື່ອງອາວຸດຫຼາຍຊະນິດເຊັ່ນ: AK ແລະ B 40. ພາບ: ເລມິນ/VNP

ນັກທ່ອງທ່ຽວຕ່າງປະເທດມາຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບ ຂຸມ​ລັບ​ຂອງ​ນັກ​ລົບ​ພິ​ເສດ​ໄຊ​ງ່ອນ
ທີ່​ຊຸກ​ເຊື່ອງ​ອາວຸດ​ເກືອບ 3 ​ໂຕນ. ພາບ: ເລມິນ/VNP
ວັນທີ່​ພາກ​ໃຕ້​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມບູນ (30/4/1975), ເຮືອນຫຼັງນີ້ ໄດ້ກາຍເປັນທີ່ຢູ່​ແດງເພື່ອໃຫ້ຄົນ​ລຸ້ນໜຸ່ມ ມາຢ້ຽມຊົມ ແລະ ສຶກສາຮໍ່າຮຽນ. ມາເຖິງປີ 1986, ເຮືອນຫຼັງນີ້ ໄດ້ຖືກ ຮັບ ຮອງ ເປັນເຂດຮ່ອງຮອຍປະຫວັດສາດ-ວັດທະນະທຳລະດັບຊາດ. ທ່ານພົນເອກ ຫວໍຫງວຽນຢາບ (1911-2013) ເມື່ອມາຢ້ຽມຢາມ ຂຸມແຫ່ງນີ້ ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ນໍ້າ​ໃຈ​ອົງອາດ​ກ້າຫານ ຂອງບັນດານັກ​ລົບ​ກໍາລັງພິເສດ.

ເຂດຮ່ອງຮອຍປະຫວັດສາດຂຸມລັບຊຸກ​ເຊື່ອງອາວຸດຂອງນັກ​ລົບພິເສດໄຊງ່ອນ ໄດ້ຕ້ອນຮັບແຂກຄົນມາຢ້ຽມຊົມປະມານ 2.000 ​ເທື່ອຄົນຕໍ່ປີ, ສ່ວນຫຼາຍແມ່ນຄະນະນັກຮຽນ, ນັກສຶກສາ, ນັກທ່ອງ ທ່ຽວຕ່າງປະເທດ... ທ່ານ Makoto Hasebe, ນັກທ່ອງທ່ຽວຊາວ ຍີ່ປຸ່ນ ໄດ້​ແບ່ງປັນ​ຄວາມ​ຮູ້ສຶກວ່າ: “ຂ້າພະເຈົ້າມີຄວາມເຄົາລົບນັບຖືຕໍ່ຜົນງານ ​ແລະ ​ໄຊຊະນະທີ່ຊາວ ຫວຽດນາມ ເຮັດໄດ້​ໃນ​ບັນດາ​ຂະ​ບວນການ​ຕໍ່ສູ້​ຜ່ານ​ມາ. ຄົນ​ລຸ້ນໜຸ່ມຂອງພວກທ່ານ ມີຫຼາຍເຫດຜົນ ເພື່ອເອກອ້າງທະນົງໃຈຕໍ່ປະ ຫວັດສາດ ຂອງປະເທດຊາດ”.
ບົດ: ຫງວຽນຫວູແທ່ງດາດ-ພາບ: ເລມິນ 

 
 

bdLao

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top