• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມມືພັດທະນາສືບຕໍ່ແມ່ນກຳລັງໜູນຂອງການພົວພັນຫວຽດນາມ-ອາເມລິກາ

      ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ໄດ້ສົມທົບກັບຫ້ອງການການຄ້າອາເມລິກາປະຈຳຫວຽດນາມ (AmCham) ແລະ ສະຫະສະມາຄົມການຄ້າອາເມລິກາ ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບອະນາຄົດການພົວພັນດ້ານການຄ້າ ແລະ ການລົງທຶນຫວຽດນາມ - ອາເມລິກາ ທີ່ມີຊື່ວ່າ “ຮູບພາບຫວຽດນາມ  ແລະ ອາເມລິກາ ປີ 2017 ແລະ ໃນຊຸມປີຕໍ່ໆໄປ”. 
ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ເຂົ້າຮ່ວມກອງປະຊຸມສຳມະນາ
(ພາບ: TTXVN)
      ທີ່ກອງປະຊຸມສຳມະນາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຖືວ່າ, ເລື່ອງທ່ານປະທານາທິບໍດີອາເມລິກາ Donald Trump ຮັບຄຳເຊີນມາເຂົ້າຮ່ວມກອງປະຊຸມສຸດຍອດ APEC 2017 ນັ້ນ ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງອາເມລິກາ ໃນການຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ. ການຮ່ວມມືພັດທະນາສືບຕໍ່ແມ່ນກຳລັງໜູນຂອງການພົວພັນ 2 ຝ່າຍ, ເພື່ອໃຫ້ 2 ຝ່າຍຊຸກຍູ້ການພັດທະນາດ້ານການຄ້າ ແລະ ການລົງທຶນ. ທ່ານປະທານປະເທດ ເຈີນດ້າຍກວາງ ເນັ້ນໜັກວ່າ:
        “ກ່ຽວກັບຂົງເຂດລົງທຶນ, ພວກຂ້າພະເຈົ້າສົ່ງເສີມບັນດາວິສາຫະກິດອາເມລິກາ ລົງທຶນເຂົ້າຫວຽດນາມ ໃນບັນດາຂົງເຂດເຊິ່ງອາເມລິກາ ມີທ່າແຮງ, ຫວຽດນາມ ມີຄວາມຕ້ອງການ ແລະ ສາມາດສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດອາເມລິກາ ຮ່ວມມືກັບບັນດາວິສາຫະກິດຫວຽດນາມ ເພື່ອພ້ອມກັນພັດທະນາຄື: ພະລັງງານ - ນ້ຳມັນອາຍແກັດ, ພື້ນຖານໂຄງລ່າງ, ການເງິນ - ທະນາຄານ… ກ່ຽວກັບຂົງເຂດການຄ້າ, ການຮ່ວມມືລະຫວ່າງ 2 ຝ່າຍມີຍັງຫຼາຍທີ່ສຸດ, ພວກຂ້າພະເຈົ້າປາດຖະໜາຢາກສົ່ງອອກບັນດາຜະລິດຕະພັນກະເສດ, ເຄື່ອງເຟີນີເຈີ, ເຄື່ອງຕ່ຳແຜ່ນຕັດຫຍິບ… ເຂົ້າອາເມລິກາ ໃຫ້ຫຼາຍກວ່າອີກ ແລະ ນຳເຂົ້າບັນດາຜະລິດຕະພັນເຕັກໂນໂລຊີສູງເພື່ອຮັບໃຊ້ຄວາມຕ້ອງການດ້ານເສດຖະກິດຂອງຫວຽດນາມ”.
        ທ່ານປະທານປະເທດເຈີນດ້າຍກວາງ ຢືນຢັນວ່າ, ອຳນາດການປົກຄອງທຸກຂັ້ນຈາກຂັ້ນສູນກາງ ລົງຮອດຂັ້ນທ້ອງຖິ່ນ ຈະສ້າງທຸກເງື່ອນໄຂສະດວກ ແລະ ຮັບປະກັນບັນດາຄຳໝັ້ນສັນຍາເພືຶ່ອໃຫ້ບັນດານັກລົງທຶນຕ່າງປະເທດເວົ້າລວມ, ບັນດານັກລົງທຶນອາເມລິກາ ເວົ້າສະເພາະ ມາລົງທຶນ, ດຳເນີນທຸລະກິດບັນລຸຜົນສຳເລັດ, ໝັ້ນຄົງ, ຍາວນານຢູ່ຫວຽດນາມ.
        ສ່ວນທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Ted Osius ຖືວ່າ, ກອງປະຊຸມສຳມະນາແມ່ນກາລະໂອກາດເພື່ອໃຫ້ປະຊາຄົມວິສາຫະກິດ 2 ປະເທດເຈລະຈາໂດຍກົງ, ແບ່ງປັນບົດຮຽນໃນການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ. ບັນດາວິສາຫະກິດຫວຽດນາມ ຮັບຮູ້ໄດ້ບັນດາຄຳໝັ້ນສັນຍາປະຕິຮູບຈາກຝ່າຍຫວຽດນາມ ແລະ ເຊື່ອໝັ້ນວ່າບັນດາຄວາມມານະພະຍາຍາມນີ້ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍ.
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top