• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮູບເງົາຫວຽດນາມຄວ້າໄດ້ລາງວັນຢູ່ງານປະກວດຮູບເງົາສາກົນສິງກະໂປ

(ພາບປະກອບ/vietnamplus.vn)
       ຊຸດຮູບ​ເງົາ “Vi” (Taste) ຂອງຜູ້​ກຳກັບການສະ​ແດງ​ ​ເລ​ບາ​ວ ຄວ້າ​ໄດ້​ລາງວັນ “​​ໂຄງການ​ທີ່ມີ​ແງ່​ຫວັງ​ທີ່​ສຸດ” ທີ່​ງານ​ປະ​ກວດ​ຮູບ​ເງົາ​ສາກົນ ສິງກະ​ໂປ ​ເຊິ່ງ​ດຳ​ເນ​ີນ​ໃນ​ລະ​ຫວ່າງ​ວັນ​ທີ 23/11 – 04/12. ຮູບ​ເງົາ​ແມ່ນ​ເລື່ອງລາວ​ກ່ຽວ​ກັບ Bassley - ນັກ​​​ເຕະ​ບານຊາວ Nigeria, ​ເຊິ່ງ​ແມ່ນ​ຜູ້​ທີ່​ກີ້​ງ​ເກືອກ​ລີ​ເລືອດ້ວຍທຸກ​ອາຊີບ​ເພື່ອຫາ​ເງິນ​ລ້ຽງ​ຊີບ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ເພື່ອ​ລໍຖ້າ​ມື້​ໄດ້​ເຕົ້າ​ໂຮມ​ກັບ​ເມຍ​ ​ແລະ ລູກ ​ເຖິງ​ວ່າ ນີ້​ແມ່ນຮູບ​ເງົາ​ເລື່ອງ​ສັ້ນ ​ທີ່ເປັນ​ປະຖົມ​ປັດ​ໃຈ​ໃຫ້​​ໂຄງການ​ຮູບ​ເງົາ​ເລື່ອງ​ຍາວກໍ່ຕາມ ​ແຕ່​ຜູ້ກຳກັບການສະ​ແດງ ເລ​ບາ​ວ ພັດ​ສຸດ​ຈິດ​ສຸດ​ໃຈ​ໃຫ້​ຮູບ​ເງົາ​ນີ້​ຫລາຍ.
      ກ່ອນ​ທີ່​ເຂົ້າ​ຮ່ວມ​ງານ​ປະກວດ​ຮູບ​ເງົາສາກົນ ສິງກະ​ໂປ, ຮູບ​ເງົາ “Vi” ​ໄດ້​ຖືກ​ນຳ​ໄປ​ສາຍຢູ່​ງານ​ປະ​ກວ​ດຮູບ​ເງົາ​ ໄທ ​ເມື່ອ​ທ້າຍ​ເດືອນ 8 ຜ່ານ​ມາ. ທີ່​ງານ​ປະ​ກວດ​ຮູບ​​ເງົາ​ສາກົນ ສິງກະ​​ໂປ ຮູບ​ເງົາ “Vi” ​ເຂົ້າ​ຮ່ວມການ​ເສັງ​ປະ​ເພດ “ຫ້ອງ​ທົດ​ລອງ​ຮູບ​ເງົາ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້”.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top