• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ຮູບພາບແຕ້ມດ້ວຍປາກກາໄຟ ຂອງ ທ່ານໂຮ່ຫງອກຮ້ຽວ

ໃນຊຸດສະສົມຮູບພາບແຕ້ມປາກກາໄຟ ກ່ຽວກັບທຳມະຊາດ ຫວຽດນາມ ເມື່ອປາງກ່ອນ ພ້ອມດ້ວຍພາບກ່ຽວກັບປະທານໂຮ່ຈີມິນ ຈຳນວນ 17 ແຜ່ນ, ນັກຈິດຕະກຳໂຮ່ຫງອກຮ້ຽວ ຖືກອົງການປຶ້ມ ກິແນັສ ຂອງ ຫວຽດນາມຮັບຮອງວ່າ ແມ່ນຜູ້ທຳອິດ ແລະ ທັງແມ່ນຜູ້ມີຜະລິດຕະພັນ ກ່ຽວກັບສອງຫົວເລື່ອງດັ່ງກ່າວ ຫຼາຍກວ່າໝູ່.
ເມື່ອເຜີຍຄວາມໃນໃຈກ່ຽວກັບເສັ້ນທາງກ້າວສູ່ ການສະຫຼັກພາບໄມ້ດ້ວຍໄຟ, ຈິດຕະກອນໂຮ່ຫງອກຮ້ຽວ(ເກີດປີ 1960) ເລ່ົາຄວາມເປັນມາວ່າ, ທ່ານກ້າວສູ່ ອາຊີບສິລະປະກຳນີ້ ພາຍຫຼັງໄດ້ຮັບຂອງຕ້ອນ ຊຶ່ງເປັນພາບໄມ້ ທີ່ສະຫຼັກດ້ວຍໄຟ. ຍ້ອນຄວາມລຽບງ່າຍ ຂອງຄອງປາກກາ ກ່ໍຄືສີສັນຂອງພາບແຕ້ມດັ່ງກ່າວ ຈຶ່ງ ເຮັດໃຫ້ທ່ານມີຄວາມໄຝ່ຝັນ ແລ້ວຕັດສິນໃຈ ຊອກສະແຫວງຫາ ວິທີຮຽນແຕ້ມປະເພດຮູບພາບນີ້ຈົນໄດ້. 

ພື້ນຖານການຜະລິດ ແລະ ຫ້ອງວາງສະແດງຮູບພາບທີ່ແຕ້ມດ້ວຍປາກກາໄຟ
ຂອງຈິດຕະກອນ ໂຮ່ງອກຮ້ຽວ(ຢູ່ເຂດ 9, ນະຄອນ ໂຮ່ຈີມິນ).
 

ນັກຈິດຕະກຳໂຮ່ຫງອກຮ້ຽວ, ໃນນາມວ່າ “ຈິດວິນຍານໄຟຫວຽດ”  (ເດືອນ ສິງຫາ 2014)

ເຄື່ອງມືທີ່ນຳໃຊ້ເພື່ອແຕ້ມພາບດ້ວຍໄຟປະກອບດ້ວຍ: ປາກກາທີ່ມີສົບດ້ວຍເສັ້ນທອງ, ໄມ້ແປກ, ໄມ້ສົນ, 
ຕົ້ນຂາມ ຫຼື ໜັງສັດທີ່ກ້ຽງລຽບ, ໄມ້ບັນທັດ, ສໍດຳ…


ແຕ່ແລ້ວ ເພື່ອຢາກໄດ້ຮູບແຕ້ມທີ່ງາມໆ ມີ “ຈິດວິນຍານ” ນັ້ນ, ຮຽກຮ້ອງຕ້ອງມີຄວາມປານີດ,
ມີຄວາມອົດທົນ ແລະ ມີຄວາມໄຕ່ຕອງໃນແຕ່ລະຮອຍຂີດລົງໄປທີ່ສຸດ.


ຫລຽນກາທີ່ລະນຶກ ແລະ ໃບຢັ້ງຢືນສະຖິຕິຂອງ ຈິດຕະກອນໂຮ່ຫງອກຮ້ຽວ(ພາບ: ເອກະສານ)
 
«
     
    
ພາບໄມ້ທີ່ແຕ້ມດ້ວຍໄຟ ມີຕົ້ນກຳເນີດມາຈາກຊົນເຜົ່າ ພະເນຈອນ ຂອງບາງປະເທດ ຢູ່ທະວີບອາຟຣິກກາ. ເຄື່ອງມືເພື່ອແຕ້ມ ຮູບພາບດ້ວຍແປວໄຟປະເພດນີ້ກ່ໍບ່ໍຍາກ, ພຽງແຕ່ໃຊ້ປາກກາໄຟ (ໃຊ້ພະລັງງານໄຟຟ້າມາເປັນພະລັງຄວາມຮ້ອນ ໂດຍຜ່ານເສັ້ນທອງເປັນສົບປາກກາ ) ແລະ ມີໄມ້ແປກ, ໄມ້ສົນເປັນປ່ຽງ ຫຼື ໜັງສັດທີ່ເປັນແຜ່ນລຽບກໍ່ສາມາດແຕ້ມເປັນຮູບພາບໄດ້.
»
ນັບແຕ່ຍາມເຍົາໄວ, ນັກຈິດຕະກຳ ໂຮ່ຫງອກຮ້ຽວ ເຄີຍໄດ້ຮຽນແຕ້ມ, ເຄີຍຜ່ານການເຮັດວຽກຢູ່ຮ້ານແຕ້ມຮູບຄົນ, ແຕ້ມຮູບໂຄສະນາມາເປັນເວລາຫຼາຍປີແລ້ວ, ສະນັ້ນ ເພິ່ນຈຶ່ງມີປະສົບການ ເພື່ອທົດລອງແຕ້ມຮູບດ້ວຍໄຟ. ນອກນັ້ນ ເພິ່ນຍັງຊອກຮູ້ ເພີ່ມເຕີມ ເອກະສານຕ່າງໆດ້ວຍຫຼາຍຊ່ອງທາງ, ແລກປ່ຽນ ບົດຮຽນ ກັບເພື່ອນຮ່ວມອາຊີບ, ຫຼັງຈາກນັ້ນຈຶ່ງ ປະດິດຄິດສ້າງ ປາກກາໄຟຕາມໃຈມັກໃຫ້ຕົນ.

ແຕ່ວ່າ, ສິ່ງທີ່ຍາກທີ່ສຸດນັ້ນກໍ່ຄື ການເຮັດໃຫ້ພາບທີ່ແຕ້ມ ດ້ວຍໄຟນັ້ນມີ “ຈິດວິນຍານ”, ຊຶ່ງມັນຮຽກຮ້ອງໃຫ້ມີຄວາມປານີດ, ມີຄວາມມານະອົດທົນ ແລະ ຄວາມກະຕືລືລົ້ນຂອງນັກຈິດຕະກຳ. ມີພຽງສອງສີຕົ້ນຕໍ ຄືສີຂອງໄມ້ ແລະ ສີດຳທີ່ໄມ້ຖືກໄຟໄໝ້, ຈິດຕະກອນ ໂຮ່ຫງອກຮ້ຽວ ໄດ້ສ້າງໃຫ້ມີຈຸດຮຸ່ງ ແລະ ຈຸດມືດ, ຄວາມຈາງ, ຄວາມເຂັ້ມ ຊຶ່ງເຮັດໃຫ້ຮູບແຕ້ມຂອງທ່ານ ມີຄວາມເລິກ ແລະ ມີຄວາມປະທັບໃຈເປັນພິເສດ.

ໃນຂະບວນວິວັດແຫ່ງການຊອກຫາຂ້ໍມູນ ເພື່ອແຕ້ມຮູບພາບນັ້ນ, ໂຮ່ຫງອກຮ້ຽວໄດ້ພົບເຫັນຮູບພາບທິວທັດຂອງຫວຽດນາມຫຼາຍແຜ່ນ ທີ່ນັກຖ່າຍພາບຊາວຝຣັ່ງ ໄດ້ຖ່າຍໄວ້ ແຕ່ທ້າຍສັດຕະວັດທີ 18 ຕົ້ນສະຕະວັດທີ 19. ນັ້ນຄືແຫຼ່ງວັດຖຸດິບຊ່ວຍໃຫ້ ນັກຈິດຕະກຳມີອາລົມຈິດ ເພື່ອແຕ້ມຄືນ ດ້ວຍການໃຊ້ປາກກາໄຟ. ແຕ່ເດືອນເມສາ 2012 ຮອດເດືອນ ຕຸລາ 2013, ເພິ່ນໄດ້ໃຊ້ຄວາມມານະອົດທົນ ສະສົມຊຸດພາບແຕ້ມ 31 ແຜ່ນທີ່ມີຫົວຂໍ້ ກ່ຽວກັບ “ຫວຽດ ນາມໃນປາງກ່ອນ” ປະກອບດ້ວຍ ສະຖານທີ່ທີ່ມີຊື່ສຽງຂອງຫວຽດນາມຫລາຍແຫ່ງເຊັ່ນ: ໜອງເກືອມປີ 1908, ຂົວລອງບຽນປີ 1915, ວັນມ໋ຽວ-ຮ່າໂນ້ຍປີ 1920, ຮ້າລອງສະໄໝກ່ອນ....

ເໝືອນກັບວ່າລັກສະນະທີ່ງຽບງ່າຍຂອງຮູບພາບໄມ້ທີ່ແຕ້ມ ດ້ວຍໄຟປະເພດນີ້ ມັນເໝາະກັບການສະແດງພາບທິວທັດ ຂອງສະໄໝເກົ່າ, ຄວາມຮັກໄຄ່, ຊ່ວຍໃຫ້ຜູ້ຊົມ ມີຄວາມຮູ້ສຶກ ແລະ ເຂົ້າໃຈຊື່ສຽງໂດ່ງດັງຂອງຫວຽດນາມງ່າຍຂຶ້ນຕື່ມ. ເມື່ອແລກປ່ຽນປະສົບການ ການແຕ້ມຮູບພາບປະເພດນີ້, ນັກຈິດຕະກຳເຜີຍໃຫ້ຮູ້ວ່າ, ການແຕ້ມຮູບພາບດ້ວຍປາກກາໄຟ ຮຽກຮ້ອງຕ້ອງມີຄວາມປານີດຊັດເຈນ ເພາະວ່າບ່ໍສາມາດລືບອອກໄດ້ ຖ້າແຕ້ມຜິດ. ດ້ວຍເຫດນັ້ນ, ຊ່າງແຕ້ມຕ້ອງມີຄວາມຮັກ ກັບແຕ່ລະຮອຍແຕ້ມ,  ຈາກນັ້ນຈຶ່ງຄ່ອຍເວົ້າເຖິງ ຄວາມດຸໝັ່ນ ແລະ ຄວາມອົດທົນ…

 
ຜະລິດຕະພັນການປະດິດແຕ້ມຕ່າງໆຂອງຈິດຕະກອນໂຮ່ຫງອກຮ້ຽວ: 


ຊຸດສະສົມພາບປະທານໂຮ່ຈີມິນ 17 ແຜ່ນຂອງນັກຈິດຕະກຳ ທີ່ໄດ້ຄວ້າສະຖິຕິເປັນ “ຜູ້ແຕ້ມຮູບພາບລຸງໂຮ່
ດ້ວຍການແຕ້ມດ້ວຍປາກກາໄຟຫລາຍທີ່ສຸດ” .
 

ພາບແຕ້ມພົນເອກ ຫວໍງວຽນຢາບ.

ລາຍດອກເທິງໜ້າກອງທອງ ທີ່ ຈິດຕະກອນໂຮ່ຫງອກຮ້ຽວ ແຕ້ມໃສ່ໄມ້ໂດຍນຳໃຊ້ປາກກາໄຟ.

ຮອຍແຕ້ມຂອງຮູບພາບໄຟແນວນີ້ ຮຽກຮ້ອງຕ້ອງມີຄວາມ ຊັດເຈນສູງ,
ເຈືອຈານເຂົ້າກັນໃນແຕ່ລະລວດລາຍອັນລະອຽດ ນ້ອຍໆ.


ຮູບພາບ “ອ່າງນ້ຳໄຊງ່ອນສະໄໝກ່ອນ” ມາດຽວນີ້ ແມ່ນ ໜອງເຕົ່າ.

ພາບແຕ້ມ “ຕະຫຼາດໄຊງ່ອນ” ປັດຈຸບັນແມ່ນຕະຫຼາດ ເບ໋ນແທ່ງ. 

ພາບແຕ້ມ “ຂົວປິ່ນແຂ໋ງໂຮ້ຍ ຢູ່ ໄຊງ່ອນໃນປາງກ່ອນ”.

ຄວາມຄ່ອງແຄ້ວຂອງນັກແຕ້ມ ໄດ້ສ້າງໃຫ້ມີຈຸດຮຸ່ງ ແລະ ຈຸດມືດ, ຄວາມຈາງ, ຄວາມເຂັ້ມ
ຊຶ່ງເຮັດໃຫ້ຮູບແຕ້ມຂອງທ່ານ ມີຄວາມເລິກ ແລະ ມີຄວາມປະທັບໃຈເປັນພິເສດ.
 

ສຳລັບຈິດຕະກອນໂຮ່ງອກຮ້ຽວ ການແຕ້ມຮູບພາບ ແມ່ນເພື່ອໃຫ້ສົມຄວາມປະສົງ ແລະ
ຄວາມຫຼົງໄຫຼ ກັບຊີວິດ , ກັບອັນໃດທີ່ມີຊີວິດຈິງຢູ່ອ້ອມຂ້າງຕົນຕົວເຮົາເອງ.

ໂຮ່ຫງອກຮ້ຽວ ແຕ້ມຮູບພາບແມ່ນ ເພື່ອໃຫ້ສົມຄວາມປະສົງ ແລະ ຄວາມຫຼົງໄຫຼ ກັບຊີວິດ , ກັບອັນໃດ ທີ່ມີຊີວິດຈິງ ຢູ່ອ້ອມຂ້າງຕົນຕົວເຮົາເອງ. ໂດຍຖືເອົາຊື່ “ຈິດວິນຍານໄຟຫວຽດ”   ເພິ່ນຢາກນຳໃຊ້ແປວໄຟທີ່ແດງເຮື່ອ ເພື່ອພົ່ນໃສ່ວັດຖຸດິບທີ່ທຳມະດາ ແລ້ວເຮັດໃຫ້ສິ່ງເຫລົ່ານັ້ນ ມີຄຸນຄ່າ ກາຍເປັນບົດສິລະປະກຳທີ່ມີຊີວິດຊີວາ, ມີຈິດວິນຍານ ແລະ ທີ່ໃກ້ຄຽງທີ່ສຸດ. ຍ້ອນແນວນັ້ນ, ຮູບພາບແຕ້ມຂອງເພິ່ນ ມັກປີ່ນອ້ອມກ່ຽວຂ້ອງກັບ ທິວທັດທຳມະຊາດຂອງຊີວິດ, ພາບກ່ຽວກັບຕົວບຸກຄົນໃດຫນຶ່ງ. ຮູບພາບທ່ານ້ຳ, ພາບເຮືອແພ ຫຼື ຮູບພາບບູຮານສະຖານອັນເກົ່າແກ່ ປະຫວັດສາດ… ເພິ່ນແຕ້ມເຕັມໄປດ້ວຍຈິດດ້ວຍໃຈຂອງຕົນ.
  
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

bichlien

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top