• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ຮູບປັ້ນດ້ວຍໄມ້ຢູ່ ໄຕງວຽນ

ໄຕງວຽນ ບໍ່ພຽງແຕ່ມີຊື່ສຽງໂດ່ງດັງ ກັບວັດທະນະທຳຄ້ອງ ແລະ ກອນລຳເລື່ອງປະຫວັດສາດ ເທ່ົານັ້ນ ຫາກຍັງເປັນທີ່ ຮູ້ ຈັກເຖິງ ເນື່ອງຈາກມີບັນດາຮູບແກະສະຫລັກ ດ້ວຍໄມ້ທີ່ ຫຍາບໆ ລຽບໆ ເໝືອນດັ່ງຕົວມະນຸດ ແລະ ພູຜາປ່າໄມ້ ຢູ່ນະ ແຫ່ງນີ້. 
ຮູບແກະສະຫຼັກ ດ້ວຍໄມ້ພື້ນເມືອງ ເປັນຮູບສິລະປະ ທີ່ມີມາຕັ້ງ ຫຼາຍເຊັ່ນ ຄົມມາແລ້ວ ຂອງ ພີ່ນ້ອງ ບັນດາເຜົ່າສ່ວນໜ້ອຍ ຢູ່ ໄຕງວຽນ. ດ້ວຍສີມືອັນຄ່ອງແຄ່ວ ແລະ ຈິນຕະນາການ ທີ່ມີ ຫົວຄິດປະດິດສ້າງ, ບັນດາຕົ້ນໄມ້ ໄດ້ນັກສິລະປິນສ້າງເປັນ ຜົນງານປະດິດແຕ່ງ ດ້ານສິລະປະທີ່ ເຕັມໄປດ້ວຍສີສັນວັດທະ ນະທຳ ແລະ ຄວາມເຊື່ອຖືທາງໃຈ ຂອງເຂດດິນແດນສັກສິດນີ້.

ສິລະປະຮູບແກະສະຫຼັກ ໄມ້ພື້ນເມືອງ ໄດ້ກຳເນີດຈາກ ບັນດາ ຮູບປັ້ນ ຢູ່ໃນຫຼຸມຝັງສົບຄົນຕາຍ ຍ້ອນຄົນ ໄຕງວຽນ ມີຄວາມ ເຊື່ອວ່າ ສັດສາວາສິ່ງ ຕ່າງກໍມີຈິດວິນຍານ, ເພາະສະນັ້ນມະ ນຸດ ໃນກ່ອນໜ້ານີ້ ແກະສະຫຼັກຮູບປັ້ນ ສ່ວນຫຼາຍແມ່ນເພື່ອ ການປະດັບປະດາໃນບຸນບູຊາຜີສາງ ຊຶ່ງເປັນບຸນໃຫຍ່ທີສຸດໃນປີ.

ຮູບແກະສະຫຼັກໄມ້ພື້ນເມືອງຢູ່ ໄຕງວຽນ ເຖິງວ່າມີຫຼາກຫຼາຍ ຮູບແບບ ແຕ່ລຽບງ່າຍ ແລະ ໃກ້ຊິດກັບຊີວິດການເປັນຢູ່ ຂອງ ປະຊາຊົນ. ຮູບແກະສະຫຼັກ ເກືອບທັງໝົດ ລ້ວນແຕ່ສ່ອງແສງ ເຖິງຊີວິດ ປະຈຳວັນ ເຊັ່ນ: ການອອກແຮງງານ, ທຳການຜະ ລິດ ໄປເຖິງການ ດຳລົງຊີວິດໃນວົງຄະນາຍາດ.

ນັ້ນຄືຮູບພາບຜູ້ຍິງຕຳເຂົ້າ, ຕ່ຳຫູກ, ຜູ້ຊາຍເຮັດໄຮ່, ເຂົ້າປ່າ ລ່າເນື້ອ ຫຼື ບັນຍາກາດຄຶກຄັກຂະມັກຂະເມັ້ນ ຂອງໝູ່ບ້ານ ໃນ ມື້ມີບຸນ ກັບບັນດາໃບໜ້າສະແດງໃຫ້ເຫັນ ເຖິງຄວາມເບີກບານມ່ວນຊື່ນ ໃນຂະນະຫຼິ້ນດົນຕີ, ເຕັ້ນລຳ ຫຼື ດື່ມເຫຼົ້າໄຫ.


ບັນດາຕົ້ນໄມ້ ທີ່ມີຂະໜາດໃຫຍ່ ນ້ອຍ ຕ່າງກັນ ເປັນວັດຖຸ ປະ ກອບຕົ້ນຕໍ ເພື່ອໃຫ້ນັກສິລະປິນ
ແກະສະຫຼັກ ເປັນຮູບ ຕ່າງໆ ທີ່ມີຊີວິດຊີວາ. ພາບ: ກົງດາດ



ສິລະປະແກະສະຫຼັກໄມ້ ຢູ່ໄຕງວຽນ ໄດ້ນຳໃຊ້ ເຄື່ອງມື ແບບ ປະຖົມປະຖານ ຄື: ຂວານ, ສີ່ວ ເປັນຕົ້ນຕໍ. ພາບ: ກົງດາດ


ປັດຈຸບັນ, ສິລະປະການແກະສະຫຼັກ ໄມ້ຢູ່ ໄຕງວຽນ ມີຄວາມ ປານີດ ແນບນຽນກວ່າ ເມື່ອທຽບກັບເມື່ອກ່ອນ. ບັນດານັກສິ ລະປິນ
ໄດ້ເຂົ້າໄປໃນສ່ວນປີກຍ່ອຍຫຼາຍກວ່າ ໃນວຽກງານ ການແກະສະຫຼັກຂອງຕົນ. ພາບ: ແຄ໋ງລອງ



ພາຍໃຕ້ຝ່າມືອັນຄ່ອງແຄ່ວຂອງນັກສິລະປິນ... ພາບ: ເລມິນ


... ຮູບແກະສະຫຼັກ ໄດ້ຄ່ອຍໆ ປະກົດເປັນຮູບເປັນຮ່າງຂຶ້ນ. ພາບ: ເລມິນ


ນັກສິລະປິນ ຫວູວັນດຶກ ເອົາໃຈໃສ່ໃນແຕ່ລະລາຍລະອຽດ ເພື່ອໃຫ້ມີຮູບແກະສະຫຼັກ ງາມທີສຸດ. ພາບ: ກົງດາດ


ນັກສິລະປິນກຳລັງສຸມໃສ່ການປະດິດສ້າງຮູບແກະສະຫຼັກ ຂອງຕົນ. ພາບ: ກົງດາດ


ນັກສິລະປິນ ເກີ ຊາ ກັບຮູບແກະສະຫຼັກ “ຄວາມຮັກ ລະຫວ່າງ ແມ່ກັບລູກ”. ພາບ: ກົງດາດ


ນັກສິລະປິນ ອີ ຖ໋າຍ ເອບານ (ນະຄອນ ບວນມາຖວດ) ກຳລັງ ຈະສຳເລັດຮູບແກະສະຫຼັກ “ໝໍຜີ” ຂອງຕົນ. ພາບ: ແຄ໋ງລອງ

ບັນດານາຍຊ່າງແກະສະຫຼັກ ມີຄວາມຮູ້ສຶກ ແລະ ຄວາມປະ ດິດສ້າງສ່ວນຕົວ ແຕ່ບໍ່ຕ້ອງຈຳກັດ ຕົວລະຄອນໃດໜ່ຶງ. ການ ປະດິດຄິດສ້າງສ່ວນຕົວ ໂດຍອີງໃສ່ ສ່ວນເລິກ ຂອງ ວັດທະ ນະທຳ ຢູ່ນະດິນແດນແຫ່ງນີ້ ໄດ້ສ້າງເປັນບັນດາຮູບແກະສະ ຫຼັກທີ່ເປັນເອກະລັກ ບໍ່ຊ້ຳກັນ ແລະ ເຂັ້ມຂົ້ນໄປດ້ວຍສີສັນ ສະເພາະຂອງຜູ້ເປັນນາຍຊ່າງອີກດ້ວຍ.

ແລ້ວແຕ່ຈຸດທີ່ຕັ້ງພູມສາດ ຫຼື ວົງຄະນາຍາດ, ຫົວເລື່ອງ ຂອງ ນັກສິລະປິນ ຈະມີຄວາມແຕກຕ່າງກັນ. ມີນາຍຊ່າງແກະສະ ຫຼັກ ສະເພາະແຕ່ຮູບກ່ຽວກັບສັດ, ຊີວິດການເປັນຢູ່ ຕາມທຳ ມະຊາດ..., ມີນັກສິລະປິນ ມັກອ່ຽງໄປ ຫົວເລື່ອງ ຄອບຄົວ, ຄວາມຮັກ ລະຫວ່າງພໍ່ແມ່ກັບລູກເຕົ້າ, ຜົວກັບເມຍ, ໃນຂະນະນັ້ນ ພັດມີນັກສິລະປິນ ຄົນອື່ນໆ ມັກແກະສະຫຼັກ ກ່ຽວກັບຫົວ ເລື່ອງມີ ລັກສະນະສືບທອດ, ລະຫວ່າງຜູ້ເຖົ້າ ແລະ ຜູ້ໜຸ່ມ, ລະຫວ່າງ ຄົນຮຸ່ນກ່ອນ ແລະ ຮຸ່ນຫຼັງ...

ນັກສິລະປິນ ຫຼາຍຄົນພັດມຸ່ງສູ່ຮູບປະພັນ ຂອງ ແມ່ຍິງ ຍ້ອນ ຕາມຄວາມສຳນຶກຂອງເຂົາເຈົ້າ, ຜູ້ຍິງເປັນຄົນຖືບົດບາດ ເປັນ ໃຈກາງໃນຊີວິດຢູ່ສະເໝີ, ເປັນຜູ້ເຊື່ອມຕໍ່ຄວາມຮັກ ໃນ ຄອບຄົວ ແຕ່ຮຸ່ນຄົນນີ້ເຖິງຮຸ່ນຄົນອື່ນ.

ນັກສິລະປິນ ເກີ ຊາ (ແຂວງ ດັກນົງ) ໄດ້ກ່າວວ່າ: “ຄວາມຮັກ ລະຫວ່າງແມ່ກັບລູກ ຍາມໃດກໍມີຄວາມສັກສິດ ແລະ ແສນປະ ເສີດຕໍ່ຊາວຫວຽດນາມ ແຕ່ລະຄົນ. ຍ້ອນຄວາມຮັກອັນ ໃຫຍ່ ຫຼວງຈົນບ່ໍອາດພັນລະນາໄດ້ຂອງຜູ້ເປັນແມ່, ດັ່ງນັ້ນຂ້າພະເຈົ້າ ຢາກແກະສະຫຼັກ ເພື່ອມອບໃຫ້ແກ່ບັນດາຜູ້ເປັນແມ່ ຢູ່ປະເທດ ຫວຽດນາມ ກໍຄືບັນດາປະເທດອື່ນໆ ເພື່ອສະແດງຄວາມຮູ້ບຸນ ຄຸນຕໍ່ຜູ້ໃຫ້ກຳເນີດ ແລະ ລ້ຽງດູ ຂອງ ເຂົາເຈົ້າ”.


ຮູບແກະສະຫຼັກ “ໝີຫັກໜໍ່ໄມ້” ຂອງນັກສິລະປິນ ອີເອີນ ເບີຢາ (ແຂວງ ດັກນົງ) ຄວ້າລາງວັນທີໜຶ່ງ ໃນງານແຂ່ງຂັນ
ແກະສະ ຫຼັກ ໄມ້ພື້ນເມືອງ ໄຕງວຽນ ແຂວງ ດັກລັກ ປີ 2017 .  ພາບ: ເລມິນ



ຮູບແກະສະຫຼັກ “ໝໍຜີ” ຂອງ ນັກສິລະປິນ ອີຖ໋າຍ ເອບານ (ນະ ຄອນ ບວນມາຖວດ) ຄວ້າລາງວັນທີໜຶ່ງ ໃນງານແຂ່ງຂັນ
ແກະ ສະຫຼັກ ໄມ້ພື້ນເມືອງ ໄຕງວຽນ ແຂວງ ດັກລັກ ປີ 2017.  ພາບ: ແຄ໋ງລອງ



ຮູບແກະສະຫຼັກ “ທຳນອງ ດິງນຳ” ຂອງ ນັກສິລະປິນ ເຈືອງດຶກ ກວາງ (ນະຄອນ ບວນມາຖວດ)  ພາບ: ກົງດາດ


ຮູບແກະສະຫຼັກໄມ້ ໄຕງວຽນ ມີຄວາມປານີດ ເຖິງວ່າ ຖືກຄວັດ ແກະດ້ວຍເຄື່ອງມືແບບປະຖົມປະຖານ. ພາບ: ກົງດາດt


ບັນດາຮູບແກະສະຫຼັກ ໄມ້ສ່ອງແສງເຖິງວັດທະນະທຳ ໃນການ ສືບພັນ ເພື່ອການຄົງຕົວ ແລະ ຂະຫຍາຍຕົວ
ຂອງ ເຊື້ອສາຍ ຂອງພໍ່ແມ່ ປະຊາຊົນ ໄຕງວຽນ ຢ່າງເດັ່ນຊັດ. ພາບ: ກົງດາດ



ບັນດາຮູບແກະສະຫຼັກໄມ້ພື້ນເມືອງ ໄຕງວຽນ ໃນສວນຮູບປັ້ນ ຢູ່ ໝູ່ບ້ານທ່ອງທ່ຽວ ກໍຕາມ
(ນະຄອນບວນມາຖວດ). ພາບ: ກົງດາດ
t


ບັນດາຮູບແກະສະຫຼັກໄມ້ ປະດັບປະດາ ໃນເຂດເຮືອນຍາວ ທີ່ເປັນເອກະລັກຂອງພໍ່ແມ່ຊາວຊົນເຜົ່າຢູ່ ໄຕງວຽນ. ພາບ: ກົງດາດ

ຍ້ອນຮູບແກະສະຫຼັກ ສ່ວນຫຼາຍໄດ້ປະດິດສ້າງ ດ້ວຍເຄື່ອງມື ປະຖົມປະຖານ, ເພາະສະນັ້ນ ບັນດາຮູບແກະສະຫຼັກ ຕ່າງ ກໍມີ ຮ່ອງຮອຍ ການຖາກເຫຼົາຂອງຂວານ, ພ້າອີ່ໂຕ້ ຫຼື ສິ່ວ. ພາບ ຮູບແກະສະຫຼັກຕ່າງໆ ທີ່ ຫຍາບໆລຽບໆ, ແຂງແກ່ນ ຢືນສະ ຫງ່າ ຕາກແດດຕາກຝົນ ຊຶ່ງສະທ້ອນໃຫ້ເຫັນ ເຖິງວາດຊົງຂອງ ຜູ້ຄົນ ແລະ ວັດທະນະທຳ ໄຕງວຽນ. 


ຕາມຄວາມສຳນຶກຂອງຄົນ ໄຕງວຽນ, ເມື່ອຄົນເຮົາ ຕາຍ ໄປ ແລ້ວ ບໍ່ແມ່ນສິ້ນສຸດລົງ, ແຕ່ແມ່ນການກັບຄືນມາກັບພູຜາ ປ່າ ໄມ້ ຊຶ່ງເປັນບ່ອນທີ່ ມະນຸດໄດ້ກຳເນີດຂຶ້ນ. ໃນຄອບຄົວ ເມື່ອ ມີຄົນຕາຍ, ຍາດພີ່ນ້ອງ ຂອງ ເຂົາເຈົ້າເຄີຍ ຝັງບັນດາຮູບ ແກະສະຫຼັກ ກ່ຽວກັບມະນຸດ, ສັດ ແລະ ເຄື່ອງໃຊ້ໄມ້ສອຍ ໃນ ການດຳລົງຊີວິດ ພ້ອມກັບຄົນຕາຍ. ນັ້ນແມ່ນການສ່ອງແສງ ສິ່ງຕ່າງໆ ເມື່ອຍັງມີຊີວິດ ແຕ່ລະຄົນຕ້ອງຜ່ານ. 

ປະຕິບັດ: ເລມິນ, ກົງດາດ, ແຄ໋ງລອງ

ຫຸ່ນເງົາ ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

ກ່ອນຈະໄດ້ຮັບການເລືອກເຟັ້ນ ແລະ ຈັດສາກ ໂດຍໂຮງລະຄອນ ຫວຽດນາມ, ບົດລະຄອນ “ຫຸ່ນເງົາ” ໂດຍ ທ່ານນາງ ຫວູຮວ່າງຮວາ ເປັນ 1 ໃນ 5 ບົດລະຄອນ ຖືກຈັດເຂົ້າ ບັນຊີລາຊື່ ສະເໜີຊີງລາງວັນ Patrick White Award 2023 ທີ່ສະຫງວນໃຫ້ ບົດລະຄອນ, ຊຶ່ງຈັດໂດຍໂຮງລະຄອນ ນະຄອນ Sydney (ອົດສະຕຣາລີ) ຈັດປະຈຳທຸກປີ.  ຜົນໄດ້ຮັບແມ່ນ “ຫຸ່ນເງົາ” ຖືກຈັດ ອັນດັບທີສອງ ແລະ ໄດ້ຮັບການຕີລາຄາສູງ ດ້ານຄຸນນະພາບ ຈາກສະພາວິຊາຊີບ ຂອງ ໂຮງລະຄອນ ນະຄອນ Sydney.

Top