• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຮູບຈຳລອງເຮືອນບູຮານຂະໜາດນ້ອຍຢູ່ພາກເໜືອຫວຽດນາມ

ຫວ່າງແລ້ວນີ້, ຜົນການປະດິດແຕ່ງ “ບ້ານພໍ່” ທີ່ໄດ້ວາງສະແດງ ທີ່ງານ ມະໂຫລານພາບ “ພືດ ແລະ ສັດໂຊນະຄອນຫຼວງຄັ້ງທີ 1 ປີ 2016” (ເຂດຕົວເມືອງນິເວດ Vinhomes Riverside ລອງບຽນ, ຮ່າໂນ້ຍ) ໄດ້ເຮັດໃຫ້ບັນດາທ່ານຜູ້ຊົມຕົກຕະລຶງ ເນື່ອງຈາກລະດັບຄວາມປານີດ ແນບນຽນເໝຶອນດັ່ງຕົວຈິງຂອງເຮືອນທີ່ມີສະຖາ ປັດຕະຍະກຳ ຂອງ ເຂດຊົນນະບົດທາງພາກເໜືອຫວຽດນາມໃນປາງກ່ອນໄດ້ປະກົດຢູ່ໃນຊາມ bonsai ຂະຫນາດ 4 ຕາລາງແມັດເທົ່ານັ້ນ. 
ການສະຖາປັດຕະຍະກຳທັງໝົດຂອງພາບ bonsai ເໝືອນດັ່ງ ເຮືອນນ້ອຍຫຼັງໜຶ່ງທີ່ເຕັມໄປດ້ວຍສີສັນ ຂອງເຂດຊົນນະບົດ ທາງ ພາກເໜືອຫວຽດນາມສະໄໝກ່ອນ ຊຶ່ງໄດ້ປະດິດສ້າງຄືນໃໝ່ຢ່າງຄົບຖ້ວນໃນທຸກລາຍລະອຽດ, ມູມມອງ ແລະ ສົມບຸນແບບດ້ວຍຄວາມ ພິຖີພິຖັນທີສຸດ. ເພື່ອໃຫ້ຜົນການປະດິດແຕ່ງດັ່ງກ່າວມີຊີວິດຊີວາ ດັ່ງຕົວຈິງ, ສ່ວນປະກອບທັງໝົດໃນພາບ bonsai ລ້ວນແຕ່ໄດ້ ເຮັດດ້ວຍມື ນັບຕັ້ງແຕ່ກ້ອນດິນຂໍ, ດິນຈີ່, ໄຫ, ອ່າງນ້ຳ, ທໍ່ນ້ຳລິນ… ຕະຫຼອດຮອດຕູ້, ຊຸດໂຕະຕັ່ງຢູ່ພາຍໃນເຮືອນ…

ເຈົ້າຂອງ ຂອງພາບ bonsai ດັ່ງກ່າວແມ່ນທ່ານ ຫງວຽນຫງອກກີ໋ວ, ສະມາຊິກຂອງສະໂມສອນ Bonsai ຮວາເຟື້ອງ(ດອກຝາງ) ຫາຍຟ່ອງ. ທ່ານກີ໋ວໃຫ້ຮູ້ວ່າ, ຕົວເອງລາວ ບໍ່ແມ່ນຄົນປະດິດແຕ່ງ ຜົນງານດັ່ງກ່າວແຕ່ເປັນຍ້ອນຄວາມໂຊກດີເທ່ົານັ້ນທ່ານກີ໋ວຈຶ່ງໄດ້ເປັນເຈົ້າຂອງຮູບພາບດັ່ງກ່າວ “ຂ້າພະເຈົ້າເປັນຄົນມັກອາໄລອາວອນນຳອາດີດຕະການ, ຮັກມັກຜົນການປະດິດແຕ່ງສິລະປະກຳມູນເຊື້ອ ແລະ ຫລົງໄຫລກັບການຫຼິ້ນຕົ້ນໄມ້ປະດັບ, ດ້ວຍເຫດນັ້ນ ເມື່ອໄດ້ພົບກັບຮູບພາບດັ່ງກ່າວຂ້າພະເຈົ້າຢາກເປັນເຈົ້າຂອງທັນໃດ, ສຳລັບບຸກຄົນທີ່ປະດິດແຕ່ງຮູບນັ້ນແມ່ນອາຈານສອນ”.


ພາບ bonsai ຂະໜາດນ້ອຍທີ່ມີຫົວຂໍ້ “ບ້ານພໍ່” ກັບພາກສ່ວນ ລາຍລະອຽດທຸກຢ່າງຢູ່ໜ້າບ້ານເຊັ່ນ:
ຕົ້ນໂພ, ນ້ຳສ້າງ, ໜອງນ້ຳ… ໃນຊາມ bonsai ຂະຫນາດ 4 ແມັດມົນທົນ. 



ເຮືອນຫຼັງໜຶ່ງໃນພາບ bonsai ຂະໜາດນ້ອຍແຕ່ສ່ວນລາຍລະອຽດ ຕ່າງໆໄດ້ຮັບການອອກແບບເໝືອນດັ່ງຕົວຈິງ… 


… ໃນເຮືອນຫຼັງໜຶ່ງລວມມີສາມຫ້ອງ, ມີພື້ນປູດ້ວຍດິນຈີ່, ມີເສົາເຮືອນ, ຊຶ່ງມີລັກສະນະທີ່ເປັນສັນຍາລັກ
ຂອງເຮືອນມູນເຊື້ອ ຢູ່ທາງພາກເໜືອຫວຽດນາມ. 



… ແລະລວມທັງຝາກໍ່ດ້ວຍດິນຈີ່ຖືກປົກຄຸມໄປດ້ວຍແຖວຕົ້ນໄມ້ ທີ່ຂຽວເຢັນ…


… ຫຼືເສັ້ນທາງຂອງບ້ານໄດ້ຮັບການອອກແບບເໝືອນດັ່ງຕົວຈິງອ້ອຍຕ້ອຍ.


ດ້ານຂ້າງເຮືອນແມ່ນໄຫນ້້ຳ, ອ່າງເກັບນ້ຳຝົນ, ທໍ່ນ້ຳລິນ… ລ້ວນແຕ່ ໄດ້ຜູ້ແຕ່ງນຳເຂົ້າສູ່ພາບ bonsai ຂະໜາດນ້ອຍ. 


ຂອບເຂດເດີ່ນຫນ້າບ້ານມີຕົ້ນໄມ້ເກົ່າແກ່ທີ່ແຜ່ຮົ່ມເຢັນ, ເບື້ອງຊ້າຍແມ່ນຄອກລ້ຽງສັດປີກ.


ເບື້ອງຂວາຂອງເຮືອນແມ່ນຫ້ອງແຕ່ງກິນ ແລະ ບ່ອນສີເຂົ້າ. 


ຮູບພາບຂົວຂ້າມໜອງນ້ຳໃນໝູ່ບ້ານສຸດທີ່ເຄີຍຊິນຢູ່ເຂດຊົນນະບົດ ທາງພາກເໜືອຫວຽດນາມ.


ກອງເຟືອງຢູ່ເດີ່ນບ້ານກໍ່ເປັນສ່ວນລະອຽດຫນຶ່ງທີ່ຂາດບໍ່ໄດ້ຂອງແຕ່ລະຫລັງຄາເຮືອນຢູ່ເຂດຊົນນະບົດ. 


ຈຸດທີ່ເປັນເອກະລັກອີກຢ່າງໜຶ່ງຂອງກຸ່ມສະຖາປັດຕະຍະກຳມູນເຊື້ອຢູ່ທາງພາກເໜືອແມ່ນໜ້າບ້ານປູກຕົ້ນໝາກ, ຫຼັງບ້ານປູກຕົ້ນກ້ວຍ.


ຮູບພາບປະຕູໂຂງ, ຝາທີ່ເຕັມໄປດ້ວຍໄຄນ້ຳ, ເດີ່ນບ້ານ, ຕົ້ນໄມ້… ລ້ວນແຕ່ສ້າງຄວາມຮູ້ສຶກທີ່ຄຸ້ນເຄີຍແລະໃກ້ຊິດກັບທ່ານຜູ້ຊົມ. 


ຕາມເຈົ້າຂອງຂອງຜົນການປະດິດແຕ່ງນີ້ໄດ້ລົມສູ່ຟັງວ່າ, ສິ້ນສ່ວນ ລາຍລະອຽດທັງໝົດໃນພາບນີ້ບລ້ວນແຕ່ເຮັດດ້ວຍມື,
ນັບແຕ່ ກ້ອນດິນຂໍ, ດິນຈີ່, ໄຫນ້ຳ, ອ່າງເກັບນ້ຳ, ທໍ່ນ້ຳລິນ ແລະ ອື່ນໆ…



ພາບ bonsai ຂະໜາດນ້ອຍທີ່ມີຫົວຂໍ້ “ບ້ານພໍ່” ໄດ້ຮັບຄວາມສົນໃຈ ຈາກຜູ້ມີຄວາມນິຍົມຕົ້ນໄມ້ປະດັບນີ້ເປັນຈຳນວນຫຼວງຫຼາຍ,
ພາໃຫ້ ທ່ານຜູ້ຊົມນຶກເຖິງພາບຂອງເຂດຊົນນະບົດທາງພາກເໜືອໃນສະ ໄຫມກ່ອນ.



ພາບ bonsai ຂະໜາດນ້ອຍ “ບ້ານພໍ່” ຂອງທ່ານຫງວຽນຫງອກກີ໋ວ, ສະໂມສອນ Bonsai ຮວາເຟື້ອງ(ຫາຍຟ່ອງ)ໄດ້ຮັບການວາງສະແດງ ທີ່ງານມະໂຫລານພາບພືດ ແລະ ສັດນະຄອນຫຼວງຄັ້ງທີໜຶ່ງປີ 2016 ໄດ້ດຶງດູດຄວາມສົນໃຈຈາກຜູ້ຊົມເປັນຈຳນວນຫຼາຍ. 

ຕາມທ່ານກີ໋ວແລ້ວ, ກວ່າຈະສຳເລັດຜົນການປະດິດແຕ່ງດັ່ງກ່າວ, ອາຈານຄົນນັ້ນຕ້ອງໃຊ້ເວລາເຖິງ 3 ປີ, ເພື່ອເປັນການລະນຶກເຖິງ ບ້ານພໍ່ ກັບພາບຂອງເຂດຊົນນະບົດທາງພາກເໜືອຫວຽດນາມ ໃນ ສະໄໝກ່ອນ. ດ້ວຍເຫດນັ້ນ, ອາຈານຈຶ່ງໄດ້ກົ້ມຫນ້າກົ້ມຕາເກັບເລັກເກັບນ້ອຍ, ປະດິດສ້າງໃນແຕ່ລະລາຍລະອຽດ, ແຕ່ລະກ້ອນດິນຈີ່, ດິນຂໍຂະໜາດນ້ອຍ… ເພື່ອສ້າງຜົນງານດັ່ງກ່າວຂຶ້ນມາ. ຫຼັງຈາກ ໄດ້ເປັນເຈົ້າຂອງຜົນງານນີ້ແລ້ວ, ທ່ານກີ໋ວໄດ້ປູກຕົ້ນໄມ້, ສ້າງໜອງ ແລະ ສ່ວນປະກອບຫຼາຍຢ່າງຂຶ້ນຕື່ມອີກເພື່ອໃຫ້ຊາມbonsai ເບິ່ງ ສະດຸດຕາກວ່າເກົ່າ.

ຊີວິດການເປັນຢູ່ນັບມື້ນັບມີການພັດທະນາ, ລະດັບການຫັນເປັນ ຕົວເມືອງນັບມື້ນັບຂະມັກຂະເມັ້ນກວ່າເກົ່າ, ຮູບພາບເຮືອນເກົ່າແກ່ທີ່ເປັນຫຼັງຄາດິນຂໍທີ່ເຕັມແຕ່ໄຄສີຂຽວ, ຝາກໍ່ດ້ວຍເຟືອງ, ໜອງປາ, ສວນຜັກສະໄຫມກ່ອນຍິ່ງບໍ່ຄ່ອຍເຫັນມີອີກແລ້ວ, ແທນທີ່ດ້ວຍເຮືອນ ຫຼັງຄາເບຕົງຫຼື ຕຶກອາຄານ, ຄອນໂດ.  ຄວາມຊົງຈຳກ່ຽວກັບເຂດ ຊົນນະບົດມູນເຊື້ອ ອາດຈະສູນຫາຍໄປໃນຈິດໃຈຂອງຄົນທັງຫຼາຍ ໃນທຸກມື້ນີ້. ຜົນການປະດິດແຕ່ງພາບ bonsai ຂະໜາດນ້ອຍ “ບ້ານພໍ່” ນີ້ໄດ້ປະກອບສ່ວນເຮັດໃຫ້ບັນດາທ່ານຜູ້ຊົມຫວນຄືນເຖິງເຂດຊົນນະບົດທີ່ລຽບງ່າຍຢູ່ພາກເໜືອໃນສະໄຫມກ່ອນ.


 

ເຖິງວ່າຈະໄດ້ເບິ່ງຜົນການປະດິດແຕ່ງນີ້ຜ່ານພາບຖ່າຍເທົ່ານັ້ນ, ແຕ່ ທ່ານຜູ້ຊົມກໍສາມາດຮັບຮູ້ຢ່າງຈະແຈ້ງ ຄວາມພິຖີພິຖັນຂອງຜູ້ແຕ່ງ ໃນການຈັດວາງແຕ່ລະກ້ອນດິນຂໍ, ດິນຈີ່ທີ່ໄດ້ກອງຂຶ້ນຢ່າງ ປັນຖັນເປັນແຖວ, ຫຼື ການຈັດວາງຄອກຄວາຍ, ຫ້ອງສີເຂົ້າ ຢ່າງລຽບງ່າຍ ແລະ ໃກ້ຊິດເໝືອນດັ່ງບັນຍາກາດຢູ່ເຂດຊົນນະບົດ ສະໄໝກ່ອນ. 

ບົດ ແລະ ພາບ: ກົງດາດ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top