• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ລາວແມ່ນຄວາມຮັບຜິດຊອບຂອງລຸ້ນໜຸ່ມ 2 ປະເທດ

      ທ່ານ ຕະມີງເຈົາ ຢັ້ງຢືນວ່າບັນດາຜົນງານທີ່ບັນລຸໄດ້ໃນການພົວພັນ ຫວຽດນາມ -ລາວ ໃນຕະຫຼອດເຄິ່ງສະຕະວັດຜ່ານມາໄດ້ກາຍເປັນຊັບສົມບັດອັນລຳ້ຄ່າຂອງປະຊາຊົນ 2 ປະເທດ, ແມ່ນປັດໄຈສຳຄັນປະກອບສ່ວນສ້າງໄຊຊະນະຂອງພາລະກິດແຫ່ງການປະຕິວັດຢູ່ແຕ່ລະປະເທດ. 

ທ່ານ ຕະມິງເຈົາ, ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ
      ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ -ລາວແມ່ນຄວາມຮັບຜິດຊອບຂອງລຸ້ນໜຸ່ມ 2 ປະເທດ.ທ່ານ ຕະມີງເຈົາ, ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ -ລາວ ເນັ້ນໜັກຄືດັ່ງກ່າວໃນການຕອບສຳພາດຕໍ່ນັກຂ່າວ VOV ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 – 5/9/2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 – 18/7/2017). ທ່ານ ຕະມີງເຈົາ ຢັ້ງຢືນວ່າບັນດາຜົນງານທີ່ບັນລຸໄດ້ໃນການພົວພັນ ຫວຽດນາມ -ລາວ ໃນຕະຫຼອດເຄິ່ງສະຕະວັດຜ່ານມາໄດ້ກາຍເປັນຊັບສົມບັດອັນລຳ້ຄ່າຂອງປະຊາຊົນ 2 ປະເທດ, ແມ່ນປັດໄຈສຳຄັນປະກອບສ່ວນສ້າງໄຊຊະນະຂອງພາລະກິດແຫ່ງການປະຕິວັດຢູ່ແຕ່ລະປະເທດ. ດັ່ງນັ້ນ, ການຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານ ຫວຽດນາມ - ລາວ ມີຄວາມໝາຍສຳຄັນທີ່ສຸດ, ຈຳເປັນຕ້ອງມີຄວາມຕັດສິນໃຈດ້ານການເມືອງສູງ ແລະ ມີຄວາມມານະພະຍາຍາມຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ, ພິເສດແມ່ນລຸ້ນໜຸ່ມ:
      ດັ່ງນັ້ນ, ລຸ້ນໜຸ່ມ 2 ປະເທດ ຈຳເປັນຕ້ອງຊາບຊຶມຄວາມໝາຍ ແລະ ຄວາມສຳຄັນຂອງການພົວພັນນີ້, ເຫັນໄດ້ຄວາມຮັບຜິດຊອບຂອງຕົນ ແລະ ມີການປະກອບສ່ວນນັບມື້ນັບຕັ້ງໜ້າເຂົ້າພາລະກິດລວມ. ສະເພາະ, ສະມາຄົມມິດຕະພາບ ຫວຽດນາມ - ລາວ,  ປີນີ້ກໍ່ໄດ້ຈັດຕັ້ງບັນດາເຫດການສຳຄັນ, ຄື, ພວກເຮົາສົມທົບກັບສະມາຄົມມິດຕະພາບ ລາວ - ຫວຽດນາມ ພິມຈຳໜ່າຍວາລະສານສະບັບພິເສດ ກ່ຽວກັບການພົວພນັ ຫວຽດນາມ - ລາວ ດ້ວຍ 2 ພາສາ, ຈັດຕັ້ງງານມະໂຫລານມິດຕະພາບປະຊາຊົນ ລາວ - ຫວຽດນາມ ຄັ້ງທີ 4 ຢູ່ລາວ. ຜ່ານບັນດາການເຄື່ອນໄຫວນີ້ເພື່ອຫວນຄືນຜົນງານອັນໃຫຍ່ຫຼວງໃນໄລຍະ 55 ປີທີ່ຜ່ານມາ, ຜ່ານນັ້ນສຶກສາມູນເຊື້ອ, ສ້າງທ່ວງທ່າໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການພົວພັນ ຫວຽດນາມ - ລາວໃຫ້ ພັດທະນາໃນໄລຍະຈະມາເຖິງ.”
        ການນຳ 2 ປະເທດໄດ້ເລືອກເຟັ້ນ ປີ 2017 ແມ່ນປີມິດຕະພາບ ຫວຽດນາມ -ລາວ, ລາວ - ຫວຽດນາມ ແລະນັບແຕ່ຕົ້ນປີມາຮອດປະຈຸບັນ, 2 ປະເທດໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆທີ່ມີຄວາມໝາຍລະດັບຊາດ ແລະ ຢູ່ບັນດາທ້ອງຖິ່ນຂອງ 2 ປະເທດ. ວັນທີ 18 ກໍລະກົດ, ຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ ວຽງຈັນ ໄດ້ຈັດຕັ້ງງານໂຮມຊຸມນຸມສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ -ລາວ (5/9/1962 – 5/9/2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 – 18/7/2017)
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top