• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດອວງຈຸລິວຕ້ອນຮັບຄະນະຜູ້ແທນດີເດັ່ນຂະແໜງນ້ຳມັນອາຍແກັດຫວຽດນາມ


(ທ່ານຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດອວງ​ຈຸ​ລິວ
​ຕ້ອນ​ຮັບ​ຄະ​ນະ​ຜ​ູ້​ແທນ​ດີ​ເດັ່ນ​ຂະ​ແໜງ​ນ້ຳ​ມັນ​ອ​າຍ​ແກັດ​ຫວຽດ​ນາມ)
      ​ຕອນ​ເຊົ້າ​ວັນ​ທີ 01/12, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ທ່ານຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈຸ​ລິວ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ພະ​ນັກ​ງານ​ກຳ​ມະ​ບານ, ຄົນ​ງານ​ດີ​ເດັ່ນ​ໃນ​ຂະ​ບວນ​ການ​ອອກ​ແຮງ​ງານ ມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ​ຂອງ​ຂະ​ແໜງ​ນ້ຳ​ມັນ​ອ​າຍ​ແກັດ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງວັນ​ມູນ​ເຊື້ອ​ຂອງ​ຂະ​ແໜງ. ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູ​ງ​ບັນ​ດ​າ​ຜົນ​ງານ​ເຊິ່ງ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອ​າຍ​ແກັດ​ຫວຽດ​ນາມ ແລະ ກຳ​ມະ​ບານ​ນ້ຳ​ມັນ​ອາຍ​ແກັດ​ຫວຽດ​ນາມ ບັນ​ລຸ​ໄດ້, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ທົ່ວ​ຂະ​ແໜງນ້ຳ​ມັນ​ອ​າຍ​ແກັດ ຕ້ອງ​ເອົາ​ໃຈ​ໃສ່​ຮັບ​ປະ​ກັນ​ການ​ຜະ​ລິດ, ເຄື່ອນ​ໄຫວ​ຢ່າງ​ຕໍ່​ເນື່ອງ, ຮັບ​ປະ​ກັນ​ຄວາມປອດ​ໄພ​ຢູ່​ບັນ​ດາ​ໂຮງ​ງານ, ກິດ​ຈະ​ກຳ… ທ່ານຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລິວ ກໍ່​ຮຽກ​ຮ້ອງ​ໃຫ້ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອ​າຍ​ແກັດ​​ແຫ່​ງ​ຊາດ ກວດ​ກາ, ຕີ​ລາ​ຄາ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ສະ​ພາບ​ການ​ຕົວ​ຈິງ​ສຳ​ລັບ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ໂດຍ​ກົງ; ປະ​ຕິ​ບັດ​ຖືກ​ຕາມ​ຄວາມ​ຮ​ຽກ​ຮ້ອງ, ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃໝ່, ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ, ຖືກ​ກັບ​ກົດ​ໝາຍ; ສ້າງ​ພື້ນ​ຖານ​ຢ່າງ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ພັດ​ທ​ະ​ນາ​ຂອງກ​ຸ່ມ​ບໍ​ລິ​ສັດ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top