• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບ ຫົວໜ້າຄະນະກຳມາທິການຕ່າງປະເທດສະພາສູງ ແມັກຊີໂກ

      ຕອນເຊົ້າວັນທີ 18 ສິງຫາ. ຢູ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟອງ ໄດ້ຕ້ອນຮັບ ທ່ານນາງສະມາຊິກສະພາສູງ Gabriela Cuevas Barron, ຫົວໜ້າຄະນະກຳມາທິການຕ່າງປະເທດສະພາສູງ ແມັກຊີໂກ ທີ່ພວມມີການເຮັດວຽກຢູ່ ຫວຽດນາມ.

ທ່ານນາງສະມາຊິກສະພາສູງ Gabriela Cuevas Barron, ຫົວໜ້າຄະນະກຳມາທິການຕ່າງປະເທດສະພາສູງ ແມັກຊີໂກ
ແລະ ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟອງ
      ທີ່ການຕ້ອນຮັບ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟອງ ເຊື່ອໝັ້ນວ່າ ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການຮ່ວມມືດ້ານກະສິກຳ, ສາທາລະນະສຸກ, ວັດທະນະທຳ, ການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີ ຂອງສອງປະເທດຈະນັບມື້ນັບພັດທະນາຍິ່ງໆຂຶ້ນ, ອວຍພອນໃຫ້ ທ່ານນາງ Gabriela Cuevas Barron ໄດ້ສະໝັກເລືອກຕັ້ງເປັນປະທານສະຫະພັນລັດຖະສະພາສາກົນ IPU ອາຍຸການ 2017 – 2020, ທ່ານນາງ ຕ່ອງທິຟອງ ເຊື່ອໝັ້ນວ່າດ້ວຍ ບົດຮຽນ, ຄວາມສາມາດ ແລະ ການອຸທິດສ່ວນຂອງຕົນ, ທ່ານນາງ Gabriela Cuevas Barron ຈະປະສົບຜົນສຳເລັດດ້ວຍໜ້າທີ່ເຊິ່ງສະພາແຫ່ງຊາດ ແມັກຊີໂກ ມອບໃຫ້, ບັນລຸໄດ້ອັດຕາສ່ວນສະໜັບສະໜູນສູງຂອງບັນດາລັດຖະສະພາສະມາຊິກ IPU, ຕອບສະໜອງການລໍຄອຍ ແລະ ການສະໜັບສະໜູນຂອງເພື່ອນມິດສາກົນ.
        ສ່ວນ, ທ່ານນາງຫົວໜ້າຄະນະກຳມາທິການຕ່າງປະເທດສະພາສູງ ແມັກຊີໂກ Gabriela Cuevas Barron ເຊື່ອໝັ້ນວ່າ ການພົວພັນ ຫວຽດນາມ - ແມັກຊີໂກ ເວົ້າລວມ ແລະ ການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ ຈະສືບຕໍ່ພັດທະນາໃນໄລຍະຈະມາເຖິງ.
      ແລະ ກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານນາງ Gabriela Cuevas Barron, ຫົວໜ້າຄະນະກຳມາທິການຕ່າງປະເທດສະພາສູງ ແມັກຊີໂກ. 
(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top