• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ຕີມໍຕາເວັນອອກ

      ຕອນບ່າຍວັນທີ 15 ສິງຫາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ຕ້ອນຮັບ ທ່ານນາງ Pascoela Barreto Dos Santos, ເອກອັກຄະລັດຖະທູດ ຕີມໍ ຕາເວັນອອກ ປະຈຳ ຫວຽດນາມ. 

 ທີ່ການຕ້ອນຮັບ (ພາບ: VGP)
      ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ສະເໜີ ທ່ານນາງ Pascoela Barreto Dos Santos ຕັ້ງໜ້າເຊື່ອມຕໍ່ລະຫວ່າງບັນດາອົງການສຳນັກງານຮັບຜິດຊອບຂອງສອງປະເທດ ເພື່ອສ້າງເງື່ອນໄຂໃຫ້ບັນດານັກລົງທຶນຫວຽດນາມ ລົງທຶນເຂົ້າໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ນໍ້າມັນອາຍແກັສ ແລະ ກະສິກຳ ຢູ່ຕີມໍຕາເວັນອອກ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ຕີມໍຕາເວັນອອກ ເພື່ອແນໃສ່ສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນອັນດີງາມລະຫວ່າງສອງປະເທດຕື່ມອີກ, ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນະຖາວອນ ໃນພາກພື້ນອາຊີຕາເວັນອອກ. ສ່ວນ, ທ່ານນາງເອກອັກຄະລັດຖະທູດ Pascoela Barreto Dos Santos ຢັ້ງຢືນວ່າ ດ້ວຍຖານະຕຳແໜ່ງເປັນເອກອັກຄະລັດຖະທູດ, ຈະເຮັດຈົນສຸດຄວາມສາມາດຕົນເພື່ອປະກອບສ່ວນເພີ່ມທະວີ, ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງໃຫ້ດີຍິ່ງກວ່າອີກ.
(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top