• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຕ້ອນຮັບຮອງປະທານກຸ່ມບໍລິສັດ ExxonMobi


ທ່ານຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງ
ຕ້ອນຮັບຮອງປະທານກຸ່ມບໍລິສັດ ExxonMobi
(ພາບ: baochinhphu.vn)
      ຕອນ​ເຊົ້າ​ວັນ​ທີ 01/12, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Paul Greenwood, ຮອງ​ປະ​ທານ​ກຸ​່ມ​ບໍ​ລິ​ສັດ ExxonMobi ຮັບ​ຜິ​ດ​ຊອບອາຍ​ແກັດ​ໄຟ​ຟ​້າ ພວມ​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ຊົມ​ເຊີຍ​ທ່ານ Paul Greenwood ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ​ ເພື່​ອ​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ໂຄງ​ການບໍ່​ແຮ່​ອາຍ​ແກັດ ກ໋າ​ວອຍ​ແຊງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ, ຈຸດ​ເວ​ລາ​ນຳ​ອາຍ​ແກັດ​ເຂົ້າ​ຝັ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ ໃນ​ການ​ຕອບ​ສະ​ໜອ​ງ​ຄວາມ​ຕ້ອງ​ການ​ດ້ານ​ອາຍ​ແກັດ ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​​ເພື່ອ​ຮັບ​ໃຊ້​ການ​ຜະ​ລິດ ແລະ ຊີ​ວິດ​ການ​ເປັນ​ຢູ່.
        ສ່ວນ​ທ່ານ Paul Greenwood ໃຫ້​ຮູ້​ວ່າ, ExxonMobi ພວມ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ເຈ​ລະ​ຈາ​ກັບ​ກຸ່ມບ​ໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ​ແຫ່ງ​ຊາດ​ຫວຽດ​ນາມ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ເພື່ອ​ບັນ​ລຸ​ໄດ້​ບັນ​ດາ​ຂໍ້​ຕົກ​ລົງ​ສຸດ​ທ້າຍ, ​ມີ​ຄວາມກົມ​​ກ່ຽວ​ດ້ານ​ຜົ​ນ​ປະ​ໂຫຍດ​ລະ​ຫວ່າງ​ບັນ​ດາ​ຝ່າຍ.
(ແຫຼ່ງຄັດຈາກ VOV)

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ມາ​ຕຸ​ພູມ ແຄມ​ຄື່ນ​ທະ​ເລ ຢູ່​ລາວ

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ມາ​ຕຸ​ພູມ ແຄມ​ຄື່ນ​ທະ​ເລ” ຢູ່​ລາວ

ງານວາງສະແດງໄດ້ວາງສະແດງຜະລິດຕະພັນ 100 ຜົນງານທີ່ເຄີຍໄດ້ຮັບລາງວັນ ແລະ ດີເດັ່ນໃນການແຂ່ງຂັນ ຮູບຖ່າຍສິລະປະລະດັບຊາດ ດ້ວຍຫົວຂໍ້ “ມາຕຸພູມ ແຄມຄື່ນທະເລ”.

Top