• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົງຄະນະພັກຕຳຫຼວດສູນກາງຜັນຂະຫຍາຍໜ້າທີ່ປີ 2017


(ທ່ານ​ປະ​ທານ​ປະ​ເທດ ເຈິ່ນ​ດ້າຍກວາງ, ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ)
​​​​      ຕອນ​ເຊົ້າ​ວັນ​ທີ 24/2, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານກໍ່​ສ້າງ​ພັກ, ວຽກ​ງານກວດ​ກາ, ຕິດ​ຕາມກວດ​ກາ​ປີ 2016 ແລະ ຜັນ​ຂະ​ຫຍາຍ​ໂຄງ​ການ​​ປະ​ຕິ​ບັດ​ງານ ປີ 2017. ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ປະ​ທານ​ປະ​ເທດ ເຈິ່ນ​ດ້າຍກວາງ ຊີ້​ແຈ້ງວ່າ: ຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ ຄວນ​ສືບ​ຕໍ່​ກຳ​ນົດ​ການກໍ່​ສ້າງ​ພັກ, ກໍ່​ສ້າງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ໃຫ້​ປອດ​ໃສ, ເຂັ້ມ​ແຂງ​ຢ່າງ​ແທ້​ຈິງ ແມ່ນ​ໜ້າ​ທີ່​ຈຸດ​ສຸມ, ຫຼັກ​ແຫຼ່ງ. ນີ້​ແມ່ນ​ປັດ​ໃຈ​ຕັດ​ສິນ​ ​ເພື່ອ​ໃຫ້​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ ໂດຍ​ພັກ, ລັດ ແລະ ປະ​ຊາ​ຊົນ​ໄວ້​ເນື້ອ​ເຊື່ອ​ໃຈ, ມອບ​ໝາຍ​ໃຫ້ເປັນ​ຢ່າງ​ດີ:
        “ກ່ອນ​ອື່ນ​ໝົດ​ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ວຽກ​ງານ​ການ​ສຶກ​ສາ​ດ້ານ​ການ​ເມືອງ​ແນວ​ຄິດ. ສຶກ​ສາ​ອົບ​ຮົມມູນ​ເຊື້ອ ເພື່ອ​ແນ​ໃສ່​ສ້າງ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ​ໜັກ​ແໜ້ນ, ຢຶດ​ໝັ້ນ​ບໍ່​​​ທໍ້​ຖອຍ​ໃຈ ຕໍ່​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ ສິ່ງ​ທ້າ​ທາຍ​ຕ່າງໆ ເປັນ​ຕົ້ນ​ແມ່ນ​ເມື່ອ​ສະ​ພາບ​ການ​ຂອງ​ໂລກ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ​ວ່ອງ​ໄວ ແລະ ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້​ລ່ວງ​ໜ້າ ແລະ ໃນ​ສະ​ພາບ​ການ​ທີ່​ບັນ​ດາ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ ແລະ ພວກ​ອາດ​ຊະ​ຍາ​ກຳ ພວມ​ເພີ່ມ​ທະ​ວີ​ ມ້າງ​ເພ​ທຳ​ລາຍ​ການ​ປະ​ຕິ​ວັດ​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ຖື​ວ່າ ເລື່ອງກໍ່​ສ້າງ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ​ໜັກ​ແໜ້ນ, ຢຶດ​ໝັ້ນ, ບໍ່​ທໍ້​ຖອຍ​ໃຈຕໍ່​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ແມ່ນ​ສຳ​ຄັນ​ທີ່​ສຸດ.”
(ແຫຼ່ງຄັດຈາກ VOV)

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ມາ​ຕຸ​ພູມ ແຄມ​ຄື່ນ​ທະ​ເລ ຢູ່​ລາວ

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ມາ​ຕຸ​ພູມ ແຄມ​ຄື່ນ​ທະ​ເລ” ຢູ່​ລາວ

ງານວາງສະແດງໄດ້ວາງສະແດງຜະລິດຕະພັນ 100 ຜົນງານທີ່ເຄີຍໄດ້ຮັບລາງວັນ ແລະ ດີເດັ່ນໃນການແຂ່ງຂັນ ຮູບຖ່າຍສິລະປະລະດັບຊາດ ດ້ວຍຫົວຂໍ້ “ມາຕຸພູມ ແຄມຄື່ນທະເລ”.

Top