• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ອານຫານເຈຂອງຄົນຫວຽດ

ຫວຽດນາມ ເປັນປະເທດ ທີ່ມີພື້ນຖານ ວັດທະນະທຳ ພຸດທະສາ ສະໜາ ມາແຕ່ ດຶກດຳບັນ, ດ້ວຍເຫດນັ້ນ ອາຫານເຈ ໄດ້ມີ ຜົນ ສະທ້ອນ ຫຼາຍສົມຄວນ ຕໍ່ວັດທະນະທຳ ອາຫານການກິນ ຂອງ ຄົນຫວຽດນາມ. ພິເສດ ແມ່ນຄວາມສາມາດ ໃນການປຸງແຕ່ງ, ຄົນຫວຽດ ໄດ້ປຸງແຕ່ງລາຍການອາຫານເຈ ສຸດທີ່ອຸດົມ ສົມບຸນ ແລະ ເຂັ້ມ ຄົ້ນໄປດ້ວຍ ລົດຊາດ ທີ່ເປັນເອກະລັກສະເພາະ ຂອງ ຄົນຫວຽດ.
ອາຫານເຈ ກຳເນີດຂຶ້ນຈາກສາສະໜາພຸດ. ປັດຈຸບັນ, ມີຫຼາຍກິດ ຈະກຳ ວິທະຍາສາດ ໄດ້ພິສຸດໃຫ້ເຫັນແລ້ວວ່າ ກິນເຈບໍ່ພຽງແຕ່ ຊ່ວຍໃຫ້ ຄົນເຮົາ ມີສຸຂະພາບແຂງແຮງ ເທົ່ານັ້ນ, ແຕ່ຍັງເຮັດໃຫ້ ອາການເຈັບ ເປັນຈຳນວນໜ່ຶງຫລຸດລົງ. ເພາະສະນັ້ນທ່າອຽງ “ກິນ ເຈເພື່ອສຸຂະພາບ” ນັບມື້ ໄດ້ຮັບຄວາມນິຍົມ ເປັນຢ່າງດີຈາກຊາວ ຫວຽດນາມ ແລະ ປະຕິບັດຕາມ ຢ່າງກວ້າງຂວາງ.

ເຄື່ອງປຸງສຳລັບ ການປຸງແຕ່ງອາຫານເຈ ແມ່ນປະເພດຜັກ, ໝາກ ໄມ້, ເຕົ້າຮູ້, ເຫັດ… ເປັນຕົ້ນ. ການປຸງແຕ່ງ ອາຫານ ເຈ ກໍສຸດ ທີ່ ພິຖີພິຖັນ ເພື່ອເຮັດໃຫ້ອາຫານ ບໍ່ພຽງແຕ່ ມີລົດຊາດທີ່ແຊບ, ມີ ທາດບຳລຸງ ເທ່ົານັ້ນ, ຫາກຍັງຕ້ອງຕາ ຈັບໃຈ ຜູ້ຊົມໃຊ້, ຊ້ຳບໍ່ ໜຳ ເບິ່ງຄືຂອງແທ້ອີກດ້ວຍ. ຍ້ອນແນວນັ້ນ, ອາຫານເຈ ນອກຈາກໄດ້ ລວກ, ຂົ້ວແລ້ວແບບງ່າຍໆແລ້ວ ກໍສາມາດ ໄດ້ຮັບການປຸງແຕ່ງ ເຍື່ອງອາຫານ ມີລັກສະນະລະອຽດເຊັ່ນ: ໄຕໄກ່ຂົ້ວ, ກຸ້ງປົນກັບແປ້ງຈືນ, ຢໍ່ຈືນ, ໄຂ່ຈືນ, ຊີ້ນໝູຕົ້ມເຄັມ... ແຕ່ແນ່ນອນ ວ່າ ເຄື່ອງປຸງ ສຳລັບ ການປຸງແຕ່ງເຍື່ອງ ອາຫານເຫລົ່ານີ້ ລ້ວນແຕ່ມີ ຕົ້ນກຳເນີດ ຈາກ ພືດ. 

ເຂົ້າໜົມ ໂບດລອກ ໃຈເຮັດດ້ວຍ ຖົ່ວຂຽວ.


ຜັກຫ້າຊະນິດ ຈຳ້ນຳ້ປາ ຄໍແກວດ(kho quet). 


ເຫັດຕົ້ມເຄັມ. 


ເຫັດຂົ້ວກັບໝາກບວບ. 


ແກງຜັກກາດເຕົ້າຮູ້ໃສ່ຂີງ.


ນຳ້ຊາຂຽວ. 


ນຳ້ຊາດອກກຸຫຼາບ. 

ປະຈຸບັນ, ເພື່ອຕອບສະໜອງ ຄວາມຕ້ອງການກິນເຈຂອງ ຄົນ ຫວຽດ ຢູ່ນະຄອນຫລວງຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ອີກ ຫຼາຍ ແຂວງ, ນະຄອນໃນທົ່ວ ປະເທດ ໄດ້ປະກົດມີຮ້ານອາຫານ ເຈ ແລະ ຮ້ານຂາຍເຄື່ອງປະກອບ ສຳລັບການປຸງແຕ່ງ ອາຫານ ເຈ ນັບມື້ຫລາຍຂຶ້ນ. ລາຍການອາຫານຫລັກ ຂອງ ຮ້ານອາຫານ ເຈ ກໍສຸດທີ່ອຸດົມສົມບູນເຊັ່ນ:  ລວກ, ແກງ, ຕົ້ມເຄັມ, ຂົ້ວ, ຕົ້ມ, ຕົ້ມຍຳ, ເຂົ້າປຸ້ນ, ເຂົ້າປຽກ ແລະ ອື່ນໆ...

ຫລັງຈາກຮັບປະທານອາຫານເຈ ແລ້ວ, ແຂກຄົນຈະໄດ້ຮັບ ປະ ທານ ອາຫານ ຫວ່າງ ເຍື່ອງຕ່າງໆ ເຊັ່ນ: ໝາກໄມ້, ນຳ້ຫວານ ຫຼື ນຳ້ຊາ ກັບມຶດ. ສຳລັບສຸພາບສະຕີສາມາດ ເລືອກປະເພດຊາ ດອກກຸຫຼາບ. ຊົດຊາດຫອມທີ່ເບົາບາງ ຂອງນຳ້ຊາ ຈະຊ່ວຍໃຫ້ຜູ້ ດື່ມ ມີຄວາມຮູ້ ສຶກສຸກສຳລານໃຈ ແລະ  ເອົາແຮງຄືນໃໝ່ ເພື່ອ  ຕໍ່ວຽກງານ ໃນຊີວິດປະຈຳວັນ.



ຮ້ານອາຫານເຈ ທີ່ມີຊື່ສຽງ ຈຳນວນໜຶ່ງ: 
- ນະຄອນໂຮ່ຈີມິນ: ຮ້ານອາການເຈ ບົງຊຸ໋ງ
ເຮືອນເລກ ທີ 85, ຖະໜົນ ຫງວຽນຢູ, ບ້ານເບັ໋ນແງ໋, ເມືອງ 1.
ໂທລະສັບ: (08) 3822 0377.
ອີເມລ: nhahangchaybongsung@gmail.com.
www.facebook.com/nhahangchaybongsung

 
- ຮ່າໂນ້ຍ: ຮ້ານອາຫານເຈ ອານຟຸຸກ
ເຮືອນເລກທີ 11, ຮ່ອມ  131 ຖ໋າຍຮ່່າ, ເມືອງໂດ໋ງດາ. ໂທລະສັບ: 0902 255 317.
ອີເມລ: comchayanphuc@gmail.com. http://www.comchayanphuc.net

ບົດ ແລະ ພາບ: ຫງວຽນລວນ
 

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top