• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ອາຊຽນ-ອີຢູ ມຸ່ງສູ່ຄູ່ຮ່ວມມືຍຸດທະສາດ

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອີຢູ (ASEAN-EU) ຄັ້ງທີ 21 (AEMM-21) ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ບາງກອກ ປະເທດໄທ ເມື່ອ ວັນທີ 14 ຕຸລາ ຜ່ານມາ, ກອງປະຊຸມຄັ້ງ ນີ້ສອງຝ່າຍ ໄດ້ເຫັນພ້ອມໃນການຍົກສູງ ການພົວພັນລະຫວ່າງ ອາ ຊຽນ-ອີຢູ ແລະ ຂຶ້ນສູ່ລະດັບສູງໃໝ່ ທີ່ເລິກເຊິ່ງ ກ່ວາເກົ່າ ໃນຫຼາຍຂົງ ເຂດ.  ນອກນີ້ ສອງຝ່າຍເຫັນພ້ອມທີ່ຈະຍົກລະດັບການພົວພັນ ອາຊຽນ-ອີຢູ ເປັນຄູ່ຮ່ວມມືຍຸດທະສາດ.
ໃນກອງປະຊຸມ, ສອງຝ່າຍໄດ້ສຸມໃສ່ສຳຫຼວດກວດກາຄືນ ແລະ ວາງທິດທາງພັດທະນາ ການພົວພັນຮ່ວມມື ອາຊຽນ-ອີຢູ. ບັນດາ ປະເທດ ຕ່າງກໍຊົມເຊີຍ ຕໍ່ການຂະຫຍາຍຕົວທີ່ບັນລຸໄດ້ ນັບຕັ້ງ ແຕ່ກອງປະຊຸມ  AEMM-20 ປີ 2014 ທີ່ ບຣຸກແຊນ (ປະເທດ ແບນຊິກ), ໂດຍສະເພາະຢ່າງຍິ່ງ ແມ່ນຜົນສຳເລັັດ ໃນການຜັນຂະຫຍາຍແຜນການເຄື່ອນໄຫວ (ໄລຍະ 2013-2017) ປະຕິ ບັດຖະແຫຼງ ການ Nuremberg ວ່າດ້ວຍການພົວພັນ ຄູ່ຮ່ວມ ມື ລະຫວ່າງ ອາຊຽນ-ອີຢູ.

ສອງຝ່າຍໄດ້ຍົກສູງລະດັບຄວາມສຳຄັນຂອງການພົວພັນ ອາ ຊຽນ-ອີຢູ ແລະ ປາດຖະໜານຳການພົວພັນດັ່ງກ່າວ ຂຶ້ນສູ່ ລະ ດັບສູງໃໝ່ ໃຫ້ເລິກເຊິ່ງກວ່າເກົ່າ ແລະ ຮ່ວມມື ໃນຫລາຍຂົງ ເຂດ. ຈາກນັ້ນ, ສອງຝ່າຍໄດ້ເປັນເອກະພາບກັນ ໃນຄວາມພະ ຍາຍາມ ຍົກລະດັບ ການພົວພັນ ອາຊຽນ-ອີຢູ ເປັນຄູ່ຮ່ວມມືຍຸດ ທະສາດ; ໂດຍຜ່ານ “ຖະແຫຼງການບາງກອກ ເພື່ອພັກດັນ ຄູ່ ຮ່ວມມື ອາຊຽນ-ອີຢູ ເພື່ອບັນດາເປົ້າໝາຍຍຸດທະສາດລວມ”, ພ້ອມດຽວກັນ ກໍວາງທິດທາງ, ຂອບເຂດ ແລະ ມາດຕະການ ເພີ່ມທະວີການຮ່ວມມື ໃນຫຼາຍຂົງເຂດທີ່ສຳຄັນ. 

ກ່ຽວກັບບັນຫາການເມືອງ-ຄວາມໝັ້ນຄົງ, ການຮ່ວມມື ໃນການ ຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ທາງທະເລ, ຊຸກຍູ້ການປະຕິບັດກົດໝາຍສາກົນ, ກຽມພ້ອມ ຮັບມືກັບສິ່ງທ້າ ທາຍຕ່າງໆ ໂດຍສະເພາະ ແມ່ນບັນຫາກໍ່ການຮ້າຍ, ອາດຊະ ຍາກຳຂ້າມຊາດ, ຄວາມປອດໄພທາງຄອມພີວເຕີ, ຄວາມໝັ້ນ ຄົງທາງທະເລ, ການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງໄພພິບັດທາງທຳມະຊາດ ແລະ ອື່ນໆ.

ກ່ຽວກັບເສດຖະກິດ, ຈະເລີ່ມເຄື່ອນໄຫວການພົບປະເຈລະຈາ ສ້າງຕັ້ງເຂດຄ້າເສລີ (FTA) ອາຊຽນ-ອີຢູ, ຍູ້ແຮງການຮ່ວມມື ເຊື່ອມຕໍ່, ໂດຍສະເພາະ ຢ່າງຍິ່ງແມ່ນ ທາງອາກາດ ແລະ ທາງ ທະເລ, ພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍ. ກ່ຽວ ກັບດ້ານ ວັດທະນະທຳ-ສັງຄົມ, ແມ່ນເພີ່ມທະວີ ການພົບປະ ແລກ ປ່ຽນ ລະຫວ່າງປະຊາຊົນ ແລະ ທ່ອງທ່ຽວ, ການຮ່ວມມືວ່າ ດ້ວຍການສຶກສາ-ສ້າງຊັບພະຍາກອນມະນຸດ  ແລະ ວິທະຍາ ສາດ-ເຕັກໂນໂລຢີ.

ປະຈຸບັນ, ອີຢູ ເປັນຜູ້ລົງທຶນໂດຍກົງລາຍໃຫຍ່ສຸດຂອງອາຊຽນ. ພາບ: ກອງປະຊຸມສຸດຍອດວິສາຫະກິດ ອາຊຽນ-ອີຢູ ຄັ້ງທີ 3 ຈັດຂຶ້ນຢູ່ ຮ່າໂນ້ຍ. ພາບ: ຮຸຍຮຸ່ງ/VNA


ເຈົ້າໜ້າທີ່ຂັ້ນສູງ ອາຊຽນ-ອີຢູ ປຶກສາຫາລື ໃນການເພີ່ມທະວີ ການຮ່ວມມື ດ້ານຄວາມໝັ້ນຄົງ ທາງທະເລ ແລະ ພາກພື້ນ 2015. ພາບ: ກິມຢຸງ/VNA


ກອງປະຊຸມສາກົນ ຄັ້ງທີ 4 ກ່ຽວກັບວິທະຍາສາດເຕັກໂນໂລຢີ ແລະ ສິ່ງປະດິດສ້າງ ອາຊຽນ-ອີຢູ. ພາບ: ແອງຕ໋ວນ/VNA


ກອງປະຊຸມວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງປະດິດສ້າງ ອາຊຽນ-ອີຢູ 2016 ຈັດຂຶ້ນຢູ່ຫວຽດນາມ. ພາບ: ແອງຕ໋ວນ/VNA


ກອງປະຊຸມສຳມະນາກ່ຽວກັບນະໂຍບາຍຄວາມສະຫງົບ-ປ້ອງ ກັນຊາດ ລະຫວ່າງອາຊຽນ-ອີຢູ, ຈັດຂຶ້ນຢູ່ນະຄອນຫຼວງ ບຣຸກ ແຊນ (ປະເທດແບນຊິກ) ປີ 2014. ພາບ: ເຮືອງຢາງ/VNA

ຝ່າຍອີຢູໃຫ້ຄຳໝັ້ນທີ່ຈະເພີ່ມທະວີການຮ່ວມມື ກ່ຽວກັບການພັດທະຍາທີ່ຍືນຍົງ, ສືບຕໍ່ຊ່ວຍໜູນອາຊຽນກໍ່ສ້າງ ປະຊາຄົມ ແລະ ລົດໄລຍະຫ່າງໃນການພັດທະນາ, ພິເສດແມ່ນຢູ່ອະນຸ ພາກພື້ນແມ່ນຳ້ຂອງ, ພ້ອມກັນນັ້ນສືບຕໍ່ສະແດງຄວາມປາດຖະໜາ ໄດ້ເຂົ້າຮ່ວມກົນໄກພາກພື້ນ ຈຳນວນໜຶ່ງໂດຍ ອາຊຽນ ເປັນແກນຫລັກໃນການນຳພາ.

ບັນດາລັດຖະມົນຕີ ໄດ້ໃຊ້ເວລາເຂົ້າໃນການ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບບັນຫາສາກົນ ແລະ ພາກ ພື້ນ ທີ່ ຕ່າງຝ່າຍຕ່າງ ມີຄວາມສົນໃຈ. ກ່ຽວກັບສະຖານະການຢູ່ ທະເລຕາເວັນອອກ, ບັນດາປະເທດ ສືບຕໍ່ໃຫ້ຄວາມສຳຄັນ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ, ການເດີນທະເລ ແລະ ການເດີນອາກາດຢ່າງເສລີ, ເຄົາລົບກົດໝາຍ; ຮຽກຮ້ອງ ຝ່າຍຕ່າງໆ ໃຫ້ອົດກັ້ນ, ບໍ່ນຳໃຊ້ກຳລັງອາວຸດ ຫຼື ນາບຂູ່  ນຳໃຊ້ ກຳລັງອາວຸດ, ແກ້ໄຂບັນຫາຂໍ້ຜິດພາດໂດຍ ສັນຕິວິທີ ບົນພື້ນ ຖານຂອງກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ຂອງ ສະຫະ ປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS) 1982; ສະ ໜັບສະໜູນຄວາມພະຍາຍາມຂອງອາຊຽນ ແລະ ສປ ຈີນ ໃນ ການປະຕິບັດ ຢ່າງມີປະສິດທິຜົນຂໍ້ຖະແຫຼງການກ່ຽວກັບ ການ ປະພຶດຕໍ່ ຂອງ ຝ່າຍຕ່າງໆ ຢູ່ທະເລຕາ ເວັນ ອອກ (DOC) ແລະ ສ້າງໃຫ້ສໍາເລັດ ໂດຍໄວ ປະມວນກົດລະບຽບການປະພຶດ ຕໍ່ຢູ່ ທະເລຕາເວັນອອກ (COC).

ຫົວໜ້າຄະນະຫວຽດນາມ ເຂົ້າຮ່ວມກອງປະຊຸມ, ທ່ານ ຫງວຽນ ກວກຢຸ້ງ ຮອງລັດຖະມົນຕີການກະຊວງການ ຕ່າງປະເທດ ໄດ້ໃຫ້ ຄວາມເຫັນວ່າ ເຖິງເວລາແລ້ວທີ່ຕ້ອງ ນຳເອົາການພົວພັນ ອາ ຊຽນ-ອີຢູ ຂຶ້ນສູ່ລະດັບຍຸດທະສາດ ໃຫ້ເລິກເຊິ່ງ ກວ່າເກົ່າ. ເພີ່ມ ທະວີການຮ່ວມມືລະຫວ່າງສອງຝ່າຍ ໃນຫຼາຍ ຂົງເຂດທີ່ສຳຄັນ; ຕ້ອງໃຫ້ບຸລິມະສິດ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການ ຄ້າ ແລະ ເຊື່ອມຕໍ່. ເພີ່ມທະວີການຮ່ວມມື ໃນການປະເຊີນໜ້າ ກັບ  ສິ່ງທ້າທາຍຕ່າງໆ ດ້ານຄວາມໝັ້ນຄົງ ທີ່ເກີດຂຶ້ນຢູ່ພາກພື້ນ; ສະເໜີ ໃຫ້ ອີຢູ ສືບຕໍ່ສະໜັບສະໜູນ ອາຊຽນ ກໍ່ສ້າງປະຊາຄົມ ອາຊຽນ ແລະ ຮັກສາບົດບາດເປັນໃຈກາງຢູ່ພາກພື້ນ, ປະຕິບັດ ຂໍ້ລິເລີ່ມເຊື່ອມຕໍ່ອາຊຽນ (IAI) ກ່ຽວກັບການລົດໄລຍະການພັດທະນາ ລະຫວ່າງບັນດາປະເທດ ແລະ ພັດທະນາ ອະນຸພາກ ພື້ນແມ່ນຳ້ຂອງ, ພິເສດແມ່ນຄຳ້ປະກັນ ດ້ານສະບຽງອາຫານ ແລະ ແຫຼ່ງນຳ້.

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ ຫງວຽນກວກຢຸງ ຮອງລັດຖະມົນຕີ ໄດ້ສະແດງຄວາມກັງວົນຢ່າງເລິກເຊິ່ງ ກ່ຽວກັບ ສະຖານະການທີ່ຜັນແປຢ່າງສັບສົນ; ຢືນຢັນຄືນທັດສະນະ ຂອງ ອາຊຽນ; ຕີລາຄາສູງຕໍ່ທັດສະນະ ຂອງ ອີຢູ ແລະ ຮຽກຮ້ອງ ໃຫ້ ອີຢູ ສືບຕໍ່ສະໜັບສະໜູນ ຄວາມພະຍາຍາມ ໃນການຮັກສາສັນ ຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ, ຊຸກຍູ້ ການ ແກ້ໄຂຂໍ້ຜິດພາດໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນ ນັ້ນມີ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ 1982 (UNCLOS), ຕ້ອງເຄົາລົບນັບຖືບັນດາ ວິວັດທະນາການ ການຕ່າງປະເທດ ແລະ ນິຕິກຳ, ຕ້ອງອົດກັ້ນ, ບໍ່ນຳໃຊ້ ຫຼື ນາບຂູ່ ນຳໃຊ້ ກຳລັງອາວຸດ, ຕ້ອງປະຕິບັດຢ່າງຄົບຖ້ວນ ແລະ ມີ ປະສິດ ທິຜົນຖະແຫຼງການ DOC ແລະ ບັນລຸໂດຍໄວ ກ່ຽວກັບ COC ຢູ່ທະເລຕາເວັນອອກ.



 

ປະຈຸບັນ, ອີຢູເປັນຄູ່ຮ່ວມມືການຄ້າໃຫຍ່ທີສາມ ແລະ ເປັນຜູ້ ລົງທຶນໂດຍກົງຈາກຕ່າງປະເທດໃຫຍ່ທີສຸດຂອງອາຊຽນ. ປີ 2015, ຍອດມູນຄ່າການຄ້າລະຫວ່າງອາຊຽນ-ອີຢູ ບັນລຸ 228,2 ຕື້ ໂດລາສະຫະລັດ, ກວມ 10% ຍອດມູນຄ່າການຄ້າຂອງ ອາ ຊຽນ; ການລົງທຶນໂດຍກົງຈາກ ອີຢູເຂົ້າ ອາຊຽນ ກວມ 19,6 ຕື້ ໂດລາສະຫະລັດ, ກວມ 16,3% ຍອດການລົງທຶນ ເຂົ້າສູ່ ອາຊຽນ. 
 
ປະຕິບັດໂດຍ: VNA/VNP

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top