• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ສວມບົດບາດເຊື່ອມຕໍ່ໃນການແກ້ໄຂບັນຫາທະເລຕາເວັນອອກ


(ພາບປະກອບ)

      ມະຫາວິທະຍາ​ໄລ Paul-Valerie Montpellier 3 ສົ​ມທົບ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຫາ​ກໍ່​ຈັດ​ຕັ້ງ​ກອງ​ປະຊຸມສຳ​ມະ​ນາສາກົນ​ກ່ຽວ​ກັບ​ສະພາບ​ການ​ທະ​ເລ​ຕາ​ເວັນ​ອອກ. ນັກຮຽນ​ຮູ້ Sophie Boisseau de Rocher , ສະ​ຖາ​ບັນ​ຄົ້ນຄວ້າ ຝະລັ່ງ ກ່ຽວ​ກັບ​ການ​ພົວພັນ​ສາກົນ (IFRI), ​ເນັ້ນ​ໜັກວ່າ ​ບັນດາ​ການ​ຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ ຍາມ​ໃດ​ກໍ່​ຊ້ອນ​ແຝງສະຖານະ​ການ​ທີ່​ມີ​ຄວາມ​ສະດຸ້ງ​ໄວ້ ແລະ ສັບສົນ ອາດ​ຈະ​​ກໍ່​ໃຫ້ເກີດ​​ການ​ປະ​ທະ​ກັນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ຄວາມ​ສາມັກຄີ​ຂອງ ອາ​ຊຽນ ອາດ​ຈະ​​ແມ່ນ​ສິ່ງ​ທ້າ​ທາຍ​​ແທ້​ຈິງ​ສຳລັບ ຈີນ, ຖ້າ​ຫາກ​ ອາ​ຊຽນ ຮັກສາ​ການ​ພົວພັນ​ທີ່ມີ​ຢູ່​ແລ້ວ​ກັບ ອາ​ເມ​ລິ​ກາ. ນັກບັນ​ລະ​ຍາຍ Benoit de Treglode ສະ​ຖາ​ບັນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ຂຶ້ນ​ກັບວິທະຍາຄານ​ປ້ອງ​ກັນຊາ​ດ ຝະລັ່ງ (IRSEM), ຖື​ວ່າ: ບັນດາ​ປະ​​ເທດ​ທີ່​ກ່ຽວຂ້ອງ​ຄວນຄິດ​ເຖິງ​ການ​ຮ່ວມ​ມື​​ເດີນ​ທະ​ເລ​ລວ​ມ, ຊອກ​ຫາ​ບັນດາ​ສາຍ​ພົວພັນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ໃນ​ນັ້ນ ສິ່ງສຳຄັນ​ແມ່ນ​ຈາກຝ່າຍ ຈີນ. ນັກ​ບັນ​ລະ​ຍາຍຫລາຍ​ຄົນ​ຢືນຢັນ​ວ່າ: ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ອາ​ຊຽນ ​ຈະ​​ແມ່ນ​ອົງການຈັດ​ຕັ້ງ, ສະຫະ​ສະມາຄົມ​ແຂງ​ແຮງ​ກ່ວາ ຖ້າ​ຫາກ​ມີ​ຄວາມສາມັກຄີ, ​ແບ່ງປັນ​ຜົນ​ປະ​ໂຫຍ​ດລວມ ​ເພື່ອ​ເຈລະຈາ​ກັບ ຈີນ ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ອາ​ຊຽນ ອາດ​ຈະ​ສວມ​ບົດບາດ​ເຊື່ອ​ມຕໍ່​ກັບ ອາ​ເມ​ລິ​ກາ ຫຼື ​ເອີ​ລົບ ​ໃນ​ການ​ພົວພັນ​ກັບ​ພາກ​ພື້ນ ​ແລ​ະ ຈີນ.
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top