• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ອາຊຽນ ພິຈາລະນາກ່ຽວກັບທະເລຕາເວັນອອກ

ເຖິງແມ່ນວ່າກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດ ອາຊຽນ-ຈີນ ທີ່ຫາກໍ່ຈັດຂຶ້ນຢູ່ແຂວງ ຢຸນໜານ-ຈີນ ບໍ່ສາມາດ ອອກຖະແຫຼງການຮ່ວມໄດ້ຕາມຄວາມຄາດຫວັງ, ແຕ່ບັນດາທ່ານ ລັດຖະມົນຕີການຕ່າງປະເທດອາຊຽນໄດ້ອອກຖະແຫຼງການທາງໜັງສືພິມສະແດງຄວາມວິຕົກກັງວົນກ່ຽວກັບການຜັນແປທີ່ສັບສົນຢູ່ທະເລຕາເວັນອອກໃນເວລາຜ່ານມາ. ຖະແຫລງການອີກເທື່ອໜຶ່ງສະແດງໃຫ້ເຫັນເຖິງຄວາມເປັນເອກະພາບລວມຂອງບັນດາປະເທດ ອາຊຽນ ຕໍ່ສະພາບການຢູ່ທະເລຕາເວັນອອກໃນປະຈຸບັນ.


ວັນທີ 14 ມິຖຸນາ 2016, ທີ່ແຂວງ ຢຸນໜາມ-ຈີນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ
ການຕ່າງປະເທດ 
ຟ້າມບິ່ງມິນ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມພິເສດ
ລັດຖະມົນຕີການຕ່າງປະເທດ ອາຊຽນ-ຈີນ. 
ໃນພາບ: ພາບທັງໝົດໃນກອງປະຊຸມ. ພາບ: ຫາຍອຽນ/VNA



ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ
ຟ້າມບິ່ງມິນ ຖ່າຍຮູບຮ່ວມກັບຫົວໜ້າຄະນະບັນດາປະເທດ ແລະ
ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິນ. ພາບ: ຫາຍອຽນ/VNA



ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ
ຟ້າມບິ່ງມິນ ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ
ຫວາງອີ ຢູ່ນອກກອງປະຊຸມທີ່ແຂວງ ຢຸນໜາມ ໃນວັນທີ 13 ມິຖຸນາ 2016. ພາບ: XNA/VNA

ກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດ ອາຊຽນ-ຈີນທີ່ ໄດ້ຈັດຂຶ້ນຢູ່ແຂວງ ຢຸນໜານ-ຈີນ ເມື່ອວັນທີ 14 ມິຖຸນາ 2016 ເລີ່​ມຈາກຄວາມຮຽກຮ້ອງຕ້ອງການຂອງ ອາຊຽນ ທີ່ຢາກ ປືກສາຫາລືກັບ ຈີນ ກ່ຽວ​ກັບສະພາບການຢູ່ທະເລຕາເວັນອອກ ໃນໄລຍະຜ່ານມາ.

ໃນກອງປະຊຸມ, ສອງຝ່າຍໄດ້ປືກສາຫາລື​ແລກປ່ຽນຄຳຄິດຄຳເຫັນນໍາ​ກັນ​ຢ່າງ​ຈິງ​ໃຈ​ກ່ຽວກັບສະພາບການ ແລະ ວິທີການ​ຕ່າງໆ​ເພື່ອແກ້ໄຂ. ບັນດາປະເທດອາຊຽນ ​ໄດ້​ສະແດງຄວາມວິຕົກກັງວົນກ່ຽວກັບ ບັນດາການຜັນແປທີ່ສັບສົນຢູ່ທະເລຕາເວັນອອກໃນໄລຍະຜ່ານມາ, ເຮັດໃຫ້ຄວາມເຄັ່ງຕຶງເພີ່ມທະວີ​ຂຶ້ນ, ທຳລາຍຄວາມໄວ້ເນື້ອເຊື່ອໃຈ, ຖ້າຫາກບໍ່ມີ​ວິທີ​ການແກ້ໄຂທີ່​ເໝາະ​ສົມ ອາດຈະມີຂໍ້​ພິພາດເກີດຂຶ້ນ, ສົ່ງ​ຜົນ​ກະທົບ​ຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບ ໃນພາກພື້ນ.
 
ສິ້ນສຸດກອງປະຊຸມ, ເຖິງວ່າສອງຝ່າຍບໍ່ສາມາດອອກຖະແຫຼງການ ຮ່ວມ​ໄດ້​ ຕາມ​ຄວາມ​ຄາດ​ຫວັງກໍ່ຕາມ, ແຕ່ບັນດາທ່ານລັດຖະມົນຕີ ການຕ່າງປະເທດ ອາຊຽນທີ່ໄດ້ອອກຖະແຫຼງການທາງໜັງສືພິມ ດ້ວຍຖ້ອຍ​ທໍານອງ​ທີ່ຊື່​ຕົງ, ​ເຕັມ​ໄປ​ດ້ວຍຄວາມຮັບຜິດຊອບ​ນັ້ນ, ສ່ວນ​ໃດ​ໜ່ຶງ​ມັນ​ໄດ້ສະແດງໃຫ້ເຫັນກ່ຽວ​ກັບບັນດາບັນຫາສຳຄັນທີ່ສອງຝ່າຍ​ໄດ້​ນໍາ​ມາ​ຫາລື​ນໍາ​ກັນໃນກອງປະຊຸມຄັ້ງນີ້, ກໍ່ຄືຄວາມສົນ​ໃຈ​ເປັນພິເສດຂອງອາຊຽນ ກ່ຽວກັບສະຖານະການຢູ່ທະເລຕາເວັນອອກ ໃນປະຈຸບັນ.

ໃນຕອນທຳອິດຂອງຖະແຫຼງການ, ບັນດາທ່ານລັດຖະມົນຕີ ອາຊຽນ ຍົກໃຫ້ເຫັນຢ່າງ​ຈິງ​ໃຈວ່າ: “ພວກຂ້າພະເຈົ້າປາດ​ຖະໜາຢາກສົມທົບ ກັບຈີນ ນໍາ​ເອົາ ການຮ່ວມມືລະຫວ່າງສອງຝ່າຍຂຶ້ນສູ່ລະດັບສູງໃໝ່.​ ເຖິງ​ຢ່າງ​ໃດ​ກໍ່ຕາມ, ພວກຂ້າພະເຈົ້າກໍ່ບໍ່ອາດສາມາດມອງ​ຂ້າມ​ໄດ້ສິ່ງ​ຕ່າງໆທີ່ກຳລັງ​ເກີດຂຶ້ນຢູ່ທະເລຕາເວັນອອກ​ເພາະ​ນີ້​ເປັນ​ບັນຫາສຳຄັນໃນການພົວພັນລະຫວ່າງ ອາຊຽນ ແລະ ຈີນ ​ແລະ ​ນີ້​ກໍ່ແມ່ນຈຸດປະສົງຕົ້ນຕໍຂອງການຈັດຕັ້ງກອງປະຊຸມຄັ້ງນີ້”. 

ຕຳຫຼວດທາງທະເລ ຫວຽດນາມ ແລະ ຕຳຫຼວດ​ທາງທະເລ ຈີນ ສົມທົບກັນໃນການ​ຮ່ວມລາດຕະເວັນ,
ກວດກາ​ອາ​ຊີບປາ ຢູ່ອ່າວທະເລພາກເໜືອ. ພາບ: ຕວນແອງ/VNA



ຕຳຫຼວດທາງທະເລ ຫວຽດນາມ ແລະ ຕຳຫຼວດ​ທາງທະເລ ຈີນ ກຳລັງກວດກາໃບອະນຸຍາດໃຫ້ຫາປາຂອງຊາວປະມົງ ຈີນ
ໃນການ​ຮ່ວມລາດຕະເວັນ, ກວດກາ​ອາ​ຊີບປາ ຢູ່ອ່າວທະເລພາກເໜືອ. ພາບ: ຕວນແອງ/VNA

ເນື້ອໃນຂອງຖະແຫຼງການກໍ່ເວົ້າຢ່າງຈະແຈ້ງວ່າ: “ພວກຂ້າພະເຈົ້າ ໄດ້ມີການປືກສາຫາລືຢ່າງກົງ​ໄປ​ກົງ​ມາກັບທ່ານລັດຖະມົນຕີ ການຕ່າງປະເທດ ຈີນ ຫວາງອີ ຕໍ່ການຜັນແປທີ່ສັບສົນ ຢູ່ທະເລຕາເວັນອອກໃນໄລຍະຜ່ານມາ. ພວກຂ້າພະເຈົ້າສະແດງ ຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປທີ່ສັບສົນໃນມໍ່ໆມານີ້, ມັນໄດ້ທຳລາຍຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄັ່ງຕຶງເພີ່ມທະວີຂຶ້ນ, ສົ່ງ​ຜົນ​ກະທົບ​ຕໍ່​ສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບຢູ່ທະເລຕາເວັນອອກ”.

ບັນດາທ່ານລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ເນັ້ນໜັກ ເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ, ຄວາມປອດໄພ, ສິດເສລີພາບຂອງການເດີນທະເລ ແລະ ການເດີນອາກາດ, ຖືວ່ານີ້ແມ່ນຜົນປະໂຫຍດ ແລະ ຄວາມຮັບຜິດຊອບລວມຂອງບັນດາປະເທດ, ກ່ອນອື່ນໝົດແມ່ນ ອາຊຽນ ແລະ ຈີນ; ສະແດງຄວາມວິຕົກກັງວົນຕໍ່ບັນດາການຜັນແປ ທີ່ສັບສົນຢູ່ທະເລຕາເວັນອອກ, ເປັນຕົ້ນແມ່ນການກໍ່ສ້າງກິດຈະການຂະໜາດໃຫຍ່, ຫັນບັນດາເກາະທຽມຕ່າງໆ ເປັນເຂດການທະຫານ ແລະ ບັນດາການ​ເຄື່ອນ​ໄຫວ​ເພື່ອຢືນຢັນສິດອໍານາດ​ອະທິປະໄຕທີ່​ບໍ່​ອີງຕາມກົດໝາຍສາກົນ.
 
“ພວກຂ້າພະເຈົ້າເນັ້ນໜັກເຖິງຄວາມສຳຄັນຂອງການຫັນເປັນເຂດປອດທະຫານ ແລະ ຄວບຄຸມຕົນເອງໃນການຜັນຂະຫຍາຍບັນດາ ການກະທຳທີ່ຈະເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນ ເຕີ່ມຂຶ້ນ”.

ບັນດາກິດຈະກຳທີ່ກໍ່ສ້າງແບບຜິດກົດໝາຍຂອງ ຈີນ ຢູ່ເກາະ
ງາກມາ (Gac Ma) ຂຶ້ນກັບໝູ່ເກາະ ເຈ່ືອງຊາ ຂອງ ຫວຽດນາມ. ພາບ: ມາຍແທງຫາຍ



ບັນດາກິດຈະການກໍ່ສ້າງແບບຜິດກົດໝາຍຂອງ ຈີນ ຢູ່ໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ. ພາບ: Reuters

ຕໍ່ສະພາບການສັບສົນດັ່ງກ່າວ, ບັນດາທ່ານລັດຖະມົນຕີ ສະເໜີ ອາຊຽນ ແລະ ຈີນ ຄວນສະແດງຄວາມຕັດສິນໃຈທາງ​ດ້ານ​ການ​ເມືອງ ແລະ ພະຍາຍາມຫຼາຍກວ່າເກົ່າເພື່ອຮັບປະກັນສັນຕິພາບ ແລະ ຄວາມສະຫງົບຢູ່ທະເລຕາເວັນອອກ, ເຄົາລົບບັນດາກົດລະບຽບ ຂອງກົດໝາຍສາກົນ, ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ນັບທັງສົນທິສັນຍາຂອງສະຫະ ປະຊາຊາດ ວ່າດ້ວຍກົດໝາຍທະເລ(UNCLOS) 1982, ບໍ່ນຳໃຊ້ກຳລັງອາວຸດຫລືນາບ​ຂູ່​ນໍາ​ໃຊ້​ກໍາລັງ​ອາວຸດ, ຕ້ອງຄວບຄຸມ ຕົນເອງ,ບໍ່ມີ​ການກະທຳ​ໃດທີ່ເຮັດໃຫ້ສະພາບການສັບສົນເຕີ່ມຂຶ້ນ, ເປັນຕົ້ນແມ່ນບໍ່ຫັນເປັນການທະຫານ.

ບັນດາທ່ານລັດຖະມົນຕີກໍ່ສະເໝີ ອາຊຽນ ແລະ ຈີນ ຕ້ອງຍູ້ແຮງການ ຜັນຂະຫຍາຍບັນດາວິທີການ​ເພື່ອສ້າງຄວາມເຊື່ອຖື ແລະ ການພົວພັນທາງດ້ານການທູດ,​ ເປັນຕົ້ນແມ່ນປະ​ຕິ​ບັດຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະພຶດຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສ້າງປະ​ມວນ​ກົດລະບຽບ​ການ​ປະ​ພຶດ​ຕໍ່ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ.
 
ໃນໂອກາດນີ້, ສອງຝ່າຍກໍ່​ໄດ້ສະແດງຄວາມຊົມເຊີຍຕໍ່ຜົນຂອງກອງປະຊຸມບັນດາການນຳຂັ້ນສູງ ອາຊຽນ-ຈີນ ຄັ້ງທີ 12 ກ່ຽວກັບການປະຕິບັດ DOC ທີ່ຫາກໍ່ໄຂຂຶ້ນໃນວັນທີ 9 ມິຖຸນາຢູ່ນະຄອນ ຮ້າລອງ, ແຂວງ ກວາງນິງ (ຫວຽດນາມ); ຢືນຢັນຄືນຄຳໝັ້ນໝາຍຜັນຂະຫຍາຍ DOC ຢ່າງຄົບຖ້ວນ ແລະ ມີປະສິດທິ ພາບ, ສຳເລັດການກໍ່ສ້າງ COC ໂດຍໄວ ເພື່ອເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ການຮ່ວມມືໃນ​ພາກ​ປະຕິບັດຕົວຈິງ, ຄຸ້ມຄອງກໍລະນີພິພາດ ແລະ ສະກັດກັ້ນການປະທະກັນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບຢູ່ທະເລຕາເວັນອອກ, ເປັນຕົ້ນແມ່ນເພີ່ມທະວີການແລກປ່ຽນຄຳຄິດຄຳເຫັນ ເພື່ອປະຕິບັດ DOC ຢ່າງມີປະສິດທິພາບ ແລະ ກໍ່ສ້າງ COC ໂດຍໄວ.

ໃນໂອກາດນີ້, ບັນດາທ່ານລັດຖະມົນຕີກໍ່ເປັນເອກະພາບ ຈະສຳເລັດການຮ່າງຖະແຫຼງການກ່ຽວກັບຄຳໝັ້ນໝາຍປະຕິບັດປະມວນກົດລະບຽບວ່າດ້ວຍການຫຼີກລ້ຽງກໍລະນີພິພາດໂດຍບັງເອີນຢູ່ທະເລຕາເວັນອອກ ເພື່ອສະເໜີຕໍ່​ກອງປະຊຸມຂັ້ນສູງສະເຫຼີມສະຫຼອງ ອາຊຽນ-ຈີນ ຊຶ່ງຈະຈັດຂຶ້ນໃນເດືອນກັນຍາ 2016 ຢູ່ ລາວ​ເພື່ອ​ພິຈາລະນາ, ກໍ່ຄືຮັກສາໂທລະສັບສາຍດ່ວນລະຫວ່າງ ບັນດາການນຳກະຊວງການຕ່າງປະເທດ ເພື່ອແກ້ໄຂບັນດາ ບັນຫາທີ່ເກີດຂຶ້ນຢູ່ທະເລຕາເວັນອອກ.
 
ອາດສາມາດເວົ້າໄດ້ວ່າ, ການ​ທີ່ບັນດາປະເທດ ອາຊຽນ ເປັນເອກະພາບຕໍ່ເນື້ອໃນຖະແໜງການຮ່ວມ​ຜ່ານສື່​ມວນ​ຊົນ ທີ່ບັນດາທ່ານລັດຖະມົນຕີການຕ່າງປະເທດໃນກຸ່ມ ອາຊຽນ ໄດ້ນໍາສະເໜີອອກທີ່ກອງປະຊຸມດັ່ງກ່າວ ສະແດງໃຫ້ເຫັນ​ເຖິງຄວາມພະຍາຍາມຢ່າງໃຫຍ່ຫລວງ​ທີ່​ສຸດຂອງບັນດາປະເທດ ໃນກຸ່ມ ອາຊຽນ ກ່ຽວ​ກັບຫຼັກໝັ້ນຂອງຕົນຕໍ່ບັນຫາຢູ່ ທະເລຕາເວັນອອກ. ສິ່ງດັ່ງກ່າວ ມີຄວາມ ໝາຍຢ່າງຍິ່ງໃນການ ພະຍາຍາມຍົກສູງຄວາມເປັນເອກະພາບ, ກໍ່ຄືບົດບາດທີ່ເປັນໃຈກາງ ຂອງ ອາຊຽນ ຕໍ່ບັນດາບັນຫາທີ່ກ່ຽວຂ້ອງກັບສັນຕິພາບ, ຄວາມສະຫງົບໃນພາກພື້ນ ແລະ ໂລກ.
ປະຕິບັດໂດຍ: VNA/VNP 

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top