• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບຕີເຫຼັກມູນເຊື້ອຢູ່ ງານເຢື່ອ

ອາຊີບຕີເຫຼັກມູນເຊື້ອຢູ່ ງານເຢື່ອ, ເມືອງ ໂຮ່ງເຢີນ, ແຂວງ ບາກລຽວ ໄດ້ຮັບການຮັກສາໄວ້ ໃນຫຼາຍສະຕະວັດທີ່ຜ່ານມາ ຄືພິສູດໃຫ້ເຫັນຄວາມທົນທານ ຂອງອາຊີບຜະລິດເຄື່ອງມື ກະເສດ ທີ່ມີມາແຕ່ດຶກດຳບັນ.

 

ຕາມບັນພະບູລຸດຢູ່ ງານເຢື່ອ ໃຫ້ຮູ້ວ່າ ອາຊີບຕີເຫຼັກ ຢູ່ທີ່ນີ້ ໄດ້ຮັບການສ້າງຂຶ້ນມາຈາກຊາວພາກເໜືອຈຳນວນໜຶ່ງ. ແຕ່ລະປີ, ເຖິງວັນທີ 23 ມິຖຸນາ ຕາມ ຈັນທະປະຕິທິນ, ຊ່າງຕີເຫຼັກຢູ່ ງານເຢື່ອ ກໍ່ໄດ້ຈັດການບູຊາ ເພື່ອສະແດງຄວາມຮູ້ບຸນຄຸນ ຕໍ່ຜູ້ທີ່ມີຜົນງານ ໃນການຖ່າຍທອດ ອາຊີບ.

ເອື້ອຍ ເຈືອງຕຸແຄງ, ພະນັກງານຮັບຜິດຊອບ ອຸດສາຫະກຳນ້ອຍຳ ຢູ່ ງານເຢື່ອ ໃຫ້ຮູ້ວ່າ ປະຈຸບັນ ທີ່ນີ້ ພວມມີໂຮງງານຕີເຫຼັກກວ່າ 20 ແຫ່ງ. ເພື່ອຮັບໃຊ້ ການຜະລິດ, ວຽກທຳອິດແມ່ນຕ້ອງເກັບຊື້, ເກັບຮັກສາວັດສະດຸກ່ອນ. ວັດຖຸດິບນຳໃຊ້ ເພື່ອກໍ່ເຕົາໄຟ ກໍ່ຕ້ອງໄດ້ຮັບການ ຫ້າງຫາກະກຽມ ຢ່າງລະອຽດ, ສ່ວນຫຼາຍ ແມ່ນຖ່ານທຸກຊະນິດ.
 

ຫຼາຍສະຕະວັດທີ່ຜ່ານມາ, ບັນດາເຕົາເຫຼັກມູນເຊື້ອຢູ່ ງານເຢື່ອ ຍັງຮັກສາໄດ້ການເຄື່ອນໄຫວຂອງຕົນຢ່າງໝັ້ນຄົງ. ທຸກຄົນໃນຄອບຄົວ ກໍ່ສາມາດເຂົ້າຮ່ວມໃນບັນດາຂັ້ນຕອນທີ່ເໝາະສົມໃນອາຊີບຕີເຫຼັກ. ພາບ: ຈ້ອງຈິ໋ງ/VNP

ປະຈຸບັນ ທີ່ໝູ່ບ້ານຕີເຫຼັກ ງານເຢື່ອ ມີເຕົາເຫຼັກກວ່າ 20 ແຫ່ງ
ຍັງຮັກສາການເຄື່ອນໄຫວຢ່າງເລື່ອຍໆ ຄືຂອງ ຄອບຄົວລຸງ ຫງວຽນວັນເອີນ. ພາບ: ຈ້ອງຈິ໋ງ/VNP

ຂັ້ນຕອນການຊຸບເຫຼັກ ແລ້ວ ເອົາຄ້ອນຕີ ຕີໃຫ້ເປັນຮູບມີດ ຂອງຊ່າງຕີເຫຼັກ ງານເຢື່ອ. ພາບ: ເລມິນ

ວັດຖຸດິບທີ່ໄດ້ນຳໃຊ້ເພື່ອດັງເຕົາເຫຼັກຢູ່ ງານເຢື່ອ ສ່ວນຫຼາຍແມ່ນຖ່ານຫຼາຍຊະນິດຄື ຖ່ານຫີນ. ພາບ: ຈ້ອງຈິ໋ງ/VNP


ຂັ້ນຕອນຕີມີດຂອງຊ່າງຕີເຫຼັກ ງານເຢື່ອ. ພາບ: ເລມິນ


ຂັ້ນຕອນຂັດຖູຄົມມີດ. ພາບ: ເລມິນ


ຂັ້ນຕອນຝົນມີດ. ພາບ: ເລມິນ


ຂັ້ນຕອນໃສ່ດ້າມມີດ. ພາບ: ເລມິນ


ເຄື່ອງຂັດຖູຂອງຊ່າງຕີເຫຼັກ ງານເຢື່ອ. ພາບ: ເລມິນ

ເຄື່ອງມືຮັບໃຊ້ການຜະລິດຂອງຊ່າງຕີເຫຼັກ ງານເຢື່ອ. ພາບ: ເລມິນ

ບັນດາເຄື່ອງມືກະສິກຳໄດ້ຜະລິດ ແລະ ວາງຂາຍທີ່ເຕົາເຫຼັກຢູ່ ງານເຢື່ອ. ພາບ: ເລມິນ
 
«
         
 ເມື່ອປີ 1927, ຊາວບ້ານ ໜີງແທກເລິຍ ລຸກຂຶ້ນຍາດເອົາ ດິນນາຈາກ ອາຍາສິດ ໄດ້ຮັບການ ປະກອບສ່ວນ ອັນ ຍິ່ງໃຫຍ່ ຂອງອາຊີບ ຕີເຫຼັກ ງານເຢື່ອ ເມື່ອ ອາວຸດ ໄດ້ຜະລິດຢູ່ທີ່ນີ້. ໃນຊີວິດ ການ ເປັນຢູ່, ເຄື່ອງມີກະສິກຳ ໄດ້ຮັບການ ຜະລິດ ຈາກໝູ່ບ່ານ ຕີເຫຼັກ ງານເຢື່ອ ກໍ່ເປັນເພື່ອນ ຮ່ວມງານຂອງເຂົາເຈົ້າ ໃນ ການເຮັດນາ,ເຮັດສວນອີກດ້ວຍ.    
    
                                          »
ລຸງ ຫງວຽວວັນເອີນ, ຜູ້ທີ່ທຳອາຊີບຕີເຫຼັກ ມາເປັນເວລາກວ່າ 40 ປີ ຢູ່ ງານເຢື່ອ ໃຫ້ຮູ້ວ່າ ຂັ້ນຕອນການຕີເຫຼັກ ມີຫຼາຍຂັ້ນຕອນ, ແຕ່ການເປົ່າເຄື່ອງສູບລົມ, ຄີບເຫຼັກກ້າໄດ້ຊຸບແລ້ວ ເຖິງຂັ້ນຕອນຍົກຄ້ອນຕີ ຕີ… ຫຼັງຈາກຜະລິດຕະພັນສຳເລັດຮູບແລ້ວ ກໍ່ເຖິງຂັ້ນຕອນກົບ, ເຮັດດ້າມ, ໃສ່ດ້າມ, ຂັດຖູ ແລະ ສຸດທ້າຍແມ່ນ ມອບສົ່ງຜະລິດຕະພັນໃຫ້ຜູ້ນຳໃຊ້ ໃນນັ້ນ ຂັ້ນຕອນການ ຄີບເຫຼັກກ້າແມ່ນສຳຄັນ ກວ່າໝູ່ ຍ້ອນນີ້ ແມ່ນຂັ້ນຕອນ ຊຸບຫຼໍ່, ແຕ່ງຮູບຊົງໃຫ້ເຫຼັກກ້າ. ຈັງຫວະຄີບ, ຍົກຄ້ອນຕີ ຕີ ແລ້ວເອົາໄປຊຸບນ້ຳ ໄດ້ເຮັດໄປເຮັດ ມາຫຼາຍເທື່ອ ເພື່ອແຕ່ງຮູບ ຊົງໃຫ້ກ້ອນເຫຼັກກ້າ. ເພາະຄວາມສຳຄັນຂອງມັນ, ສະນັ້ນ ວຽກເຮັດດັ່ງກ່າວ ຕ້ອງແມ່ນເຈົ້າຂອງ ເຕົາເຫຼັກເປັນຜູ້ຮັບຜິດຊອບ ຍ້ອນເຂົາເຈົ້າເປັນຜູ້ມີຫຼາຍປະສົບການ ແລະ ມີລະດັບ ວິຊາ ສະເພາະສູງ.

ພ້ອມກັບຫຼາຍຄອບຄົວທີ່ທຳອາຊີບຕີເຫຼັກມູນເຊື້ອຢູ່ ງານເຢື່ອ, ເຕົາເຫຼັກຂອງລຸງ ຫງວຽນວັນເອີນ ກໍ່ຮັກສາການ ເຄື່ອນໄຫວ ມາເປັນເວລາ 3 ເຊັ່ນຄົນ. ລາວໃຫ້ຮູ້ວ່າ: “ແຕ່ສະໄໝພໍ່ເຖົ້າຂ້ອຍ ກໍ່ໄດ້ຮູ້ຈັກກັບອາຊີບຕີເຫຼັກແລ້ວ, ເພິ່ນໄດ້ຖ່າຍທອດຄືນໃຫ້ພໍ່ຂ້ອຍ, ຂ້ອຍຮູ້ຈັກກັບອາຊີບນີ້ ຍາມອາຍຸ 18 ປີ, ມາເຖິງປະຈຸບັນ ກໍ່ໄດ້ 40 ປີແລ້ວ”. ເຕົາເຫຼັກຂອງລາວ ຍາມໃດກໍ່ມີຊ່າງ ເຮັດວຽກແຕ່ 4-5 ຄົນ, ຜະລິດໄດ້ປະມານ 20 ຜະລິດຕະພັນຕໍ່ມື້, ລາຍຮັບສະເລ່ຍຂອງຊ່າງແຕ່ລະຄົນແມ່ນ 180.000 ດົ່ງຕໍ່ມື້. ຍ້ອນເຕົາເຫຼັກ ພຽງແຕ່ເຄື່ອນໄຫວໃນ 15-20 ມື້ຕໍ່ເດືອນ, ສະນັ້ນ ຊ່າງຕີເຫຼັກຢູ່ທີ່ນີ້ ຍັງມີເວລາໄປເຮັດວຽກອື່ນ ເພື່ອຫາລາຍຮັບເພີ່ມໃຫ້ແກ່ຄອບຄົວອີກດ້ວຍ.

ເມື່ອເວົ້າເຖິງອາຊີບຕີເຫຼັກ ງານເຢື່ອ, ຫຼາຍຄົນກໍ່ເລີຍຄິດເຖິງສຳນວນ “ມີດງານເຢື່ອ” ເພື່ອສະແດງໃຫ້ເຫັນວ່າ ນີ້ແມ່ນຜະລິດຕະພັນໜຶ່ງ ທີ່ໄດ້ສ້າງ ເຄື່ອງໝາຍ ການຄ້າໃນສາມັນຊົນ ຕັ້ງແຕ່ກ່ອນມາ. ຍິ່ງກວ່ານີ້, ຜະລິດຕະພັນຕີເຫຼັກ ງານເຢື່ອ ຍັງມີສາຍພົວພັນອັນສຳຄັນ ກັບຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນ ຫຼາຍ ຂົງເຂດ ຢູ່ທົ່ງພຽງແມ່ນ້ຳ ກີວລອງ ອີກດ້ວຍ. ຄວາມຈິງ, ອາຊີບຕີເຫຼັກໃນເມື່ອກ່ອນ ເປັນອາຊີບທີ່ໄດ້ຮັບ ຄວາມນິຍົມຈາກສັງຄົມ ຍ້ອນບໍ່ແມ່ນຜູ້ໃດ ກໍ່ສາມາດ ເຮັດໄດ້. ໃນສະໄໝປະຈຸບັນ, ເຖິງວ່າ ການຕະຫຼາດມີຄວາມແກ່ງແຍ້ງກັນ ຢ່າງແຂງແຮງຈາກບັນດາຜະລິດຕະພັນຕ່າງໆ, ແຕ່ຄຸນຄ່າມູນເຊື້ອ ຂອງອາຊີບ ຕີເຫຼັກ ງານເຢື່ອ ບໍ່ສາມາດຫາຍໄປໄດ້ ຍ້ອນມັນຍັງເປັນເພື່ອນ ຂອງຊາວກະສິກອນຢູ່ທ້ອງຖິ່ນ ແລະ ບັນດາໝູ່ບ້ານທີ່ໃກ້ຄຽງ.
ບົດ: ຫງວຽນຫວູແທ່ງດາດ - ພາບ: ຈ້ອງຈິ໋ງ, ເລມິນ

bichlien

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top