• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດເວທີປາໄສຕຳຫຼວດຈາລະຈອນອາຊຽນຄັ້ງທີ1

ເວ​ທີ​ປາ​ໄສ​ຕຳຫຼວດ​ຈາ​ລະ​ຈອນ ອາ​ຊຽນ ຄັ້ງ​ທີ 1
      ​​ຕອນ​ເຊົ້າ​ວັນ​ທີ 22/11, ຢູ່​ຮ່າ​ໂນ້ຍ, ເວ​ທີ​ປາ​ໄສ​ຕຳຫຼວດ​ຈາ​ລະ​ຈອນ ອາ​ຊຽນ ຄັ້ງ​ທີ 1 ໄດ້​ຈັດ​ວາ​ລະ​ອັດ​ກອງ​ປະ​ຊຸມ, ຮັບ​ຮອງ​ເອົາ​ບົດ​ບັນ​ທຶກ​ສ​ະ​ຫ​ລຸບ​ຂອງວາ​ລະ​ເຮັດ​ວຽກ​ຕ່າງໆ ແລະ ຖະ​ແໜງ​ການ​ຮ່ວມ. ພາຍຫຼັງ​ເຮັດ​ວຽກ​ເປັນ​ເວ​ລາ 2 ວັນ, ບັນ​ດາ​ຜູ້​ແທ​ນ​ໄດ້ ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງວຽກ​ງານ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ, ສຸມ​ໃສ່​ເຂົ້າ​ຫົວ​ຂໍ້​ຕ່າງໆ​ຄື: ຮູບ​ແບບ​ການ​ຈັດ​ຕັ້ງ, ບົດ​ບາດໜ້າ​ທີ່, ສິດ​ອຳ​ນາດ​ຂອງ​ຕ​ຳຫຼວດ​ຈາ​ລະ​ຈອນ​ບັນ​ດາ​ປະ​ເທດ ແລະ ສະ​ພາບ​​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ, ວຽກ​ງານ​ສືບ​ສວນ​ສອບ​ສວນ, ການແກ້​ໄຂ ແລະ ສະ​ຖິ​ຕິ​ອຸ​ບັດ​ຕິ​ເຫດ​​ທາງຄົມ​ມະ​ນາ​ຄົມ, ບົດ​ຮຽນ​ໃນ​​ການບັງ​ຄັບ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​​ຄົມ​ມະ​ນາ​ຄົມ​ໃນ​ຂົງ​ເຂດ​ຕ່າງໆ.
        ຖະ​ແຫຼງ​ການ​ຮ່ວມ​ຂອງ​ເວ​ທີ​ປ​າ​ໄສ​ໄດ້​ຊີ້​ແຈ້ງວ່າ ເວ​ທີ​ປາ​ໄສ​ຕຳຫຼວດ​ຈາ​ລະ​ຈອນ ອາ​ຊຽນ ແມ່ນ​ຂໍ້​ລິ​ເລີ່ມ​ຂອງ​ກົມ​ຕຳຫຼວດ​ຈາ​ລະ​ຈອນ, ຂຶ້ນ​ກັບ​ກະ​ຊວງ​ຕຳຫຼ​ວດ ຫວຽດ​ນາມ ດ້ວຍ​ຈຸດ​ປະ​ສົງ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ກ່ຽວ​ກັບ​ຄວາມ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ຄົມ​ມະ​ນາ​ຄົມ, ການ​ຄຸ້ມ​ຄອງ​ແຫ່ງ​ລັດ​ກ່ຽວ​ກັບ ຄວາມ​​ເປັນລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ໃນ​ການ​ຈາ​ລະ​ຈອນ, ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​​ການ​ຄົມ​ມະ​ນາ​ຄົມໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ຂອງ​ ​ພົນ​ລະ​ເມືອງ​ບັນ​ດາ​ປະ​ເທດ​ປະ​ຊາ​ຄົມ ອາ​ຊຽນ. ບັນ​ດາ​ປະ​ເທດ ອາ​ຊຽນ ພັດ​ປ່ຽນ​ກັນ​ຈັດ​ຕັ້ງ ເວ​ທີ​ປາ​ໄສ​ຕຳຫຼວດ​ຈາ​ລະ​ຈອນ ອາ​ຊຽນ ປີລະ​​ເທື່ອ​ໜຶ່ງ. ຕາມພົນ​ຈັດ​ຕະ​ວາ ເຈີ່ນ​ເຊ​ີ​ນ​ຮ່າ, ຫົວ​ໜ້າ​ກົມ​ຕຳຫຼວດ​ຈາ​ລະ​ຈອນແລ້ວ, ຖະ​ແຫຼງ​ການ​ຮ່ວມກໍ່​ໄດ້​ເຕື້ອງ​ເຖິງ​ເລື່ອງ​ສົ່ງ​ເສີມ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ຮັບ​ຮູ້​​ໃບ​ຂັບ​ຂ​ີ່​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ, ເປັນ​ເອ​ກະ​ພາບ​ກັນ​ໃນ​ການ​ລາຍ​ງານ​ຕໍ່​ລັດ​ຖະ​ບານ​​ຂອງ​ແຕ່​ລະ​ປະ​ເທດມອບ​​ສິດໃຫ້​ກຳ​ລັງ​ຕຳຫຼວດ​ຈາ​ລະ​ຈອນ​ສະ​ໜອງ​ໃບ​ຂັບ​ຂ​ີ່ ແລະ ຄຸ້ມ​ຄອງ​ການ​ຂັບ​ຂ​ີ່. ມຸ່ງ​ໄປ​ເຖິງ​ຄວາມ​ເປັນ​ເອ​ກະ​ພາບ​​ຕໍ່​ວິ​ທີ​ສະ​ຖິ​ຕິ ແລະ ຕີ​ລາ​ຄາ​ອຸ​ບັດ​ຕິ​ເຫດ​ໃນ​ການ​ຄົມ​ມະ​ນາ​ຄົມ​ໃນ​ພາກ​ພື້ນ, ມີ​ຈຸດ​ໝາຍ​ລວມ​ແມ່ນ​ຫລຸດ​ຜ່ອນ​ອຸ​ບັດ​ຕິ​ເຫດ​ໃນ​ການ​ຄົມ​ມະ​ນາ​ຄົມ, ສະ​ພາບ​ລົດ​ຕິດ.
(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top