• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດວາລະປະຊຸມຄັ້ງທີ 31 ຂອງສະພາສິດທິມະນຸດສະຫະປະຊາຊາດ


ອັດ​ວາ​ລະ​ປະ​ຊຸ​ມ​ຄັ້ງ​ທີ31ຂອງສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ
(ພາບ​ປະ​ກອບ)
      ໃນ​ລະ​ຫວ່າງວັນ​ທີ 23 – 24/03, ຢູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ​ທີ່​ເຊີ​ແນວ, ປະ​ເທດ​ສະ​ວິດ, ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ ໄດ້​ດຳ​ເນີນ​ບັນ​ດ​າ​ວາ​ລະ​ປຶກ​ສາ​ຫາ​ລື​ສຸດ​ທ້າຍ, ເພື່ອຮັບ​ຮອງ​ເອົາ​ມະ​ຕິ, ​ຂໍ້ຕົກ​ລົງ ແລະ ຖະ​ແຫຼງ​​ການຂອງ​ປະ​ທານ​ສະ​ພາ​ສິດ​ທິ​ມະ​ນຸດ 40 ສະ​ບັບ ທີ່ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 31. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ສ.ຫວຽດ​ນາມ ຫງວຽນ​ຈຸງ​ແທ່ງ, ຫົວ​ໜ້າ​ຄະ​ນະ​ຜູ້​​ຕາງ​ໜ້າຫວຽດນາມ ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ເປັນ​ຫົວ​ໜ້າ​ຄະ​ນະ.
        ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ ​ໄດ້ຮັບ​ຮອງ​ເອົາ​ເອ​ກະ​ສານ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງຮ່າງ​ມະ​ຕິ 26 ສະ​ບັບ​ທີ່​ກ່ຽວ​ຂ້ອງ​ເຖິງ​ຫຼາຍ​ບັນ​ຫາ ເຊິ່ງ​ປະ​ຊາ​ຄົ​ມ​ສາ​ກົນ​ມີ​ຄວາມ​ສົນ​ໃຈ​ເປັນ​ຢ່າງ​ສູງຄື, ປະ​ຕິ​ບັດ​ບັນ​ດາ​ສິດ​​ດ້ານເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ສິດ​​ໃນ​ການອອກ​ແຮງ​ງານ, ​ການເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ສິດ​ຂອງ​ເດັກ​ນ້ອຍ ແລະ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ… ພ້ອມ​ທັງ, ພາຍ​ຫຼັງ​ບັນ​ດາ​ວາ​​ການ​ໂຕ້​ວາ​ທີ​ຢ່າງ​ກົງ​ໄປ​ກົງ​ມາ, ສະ​ມາ​ຊິກ​ຂອງສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ 47 ຄົນໄດ້​ປ່ອນ​ບັດ​ເພື່ອ​ຮັບ​ຮອງ​ເອົາ​ຮ່າງ​ມະ​ຕິ​ອື່ນ​ອີກ 14 ສະ​ບັບ, ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ບັນ​ດາ​ມະ​ຕິ​​ທີ່ກ່ຽ​ວ​ຂ້ອງ​ເຖິງ​ສະ​ພາບ​ການ​ຢູ່​ຊີ​ຣີ, ອີ​ຣານ, ບັນ​ດາ​ເຂດ​ດິນແດນ​ຂອງ​ປາ​ແລດ​ສະ​ຕິນ​​ທີ່ຖືກ​ຢືດ​ຄອງ…
        ບົນ​ພື້ນ​ຖາ​ນ​ຄວາມ​ເອົາ​ໃຈ​ໃສ່ ແລະ ​ໃຫ້ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ສຳ​ລັບ​ການ​ປົກ​ປັກ​ຮັກ​ສາ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ, ທ່ານເອກອ​ັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຈຸງ​ແທ່ງ ແລະ ຄະ​ນະ​ຜູ​້​ແທນ​ຫວຽດນ​າມ​ໄດ້​ເປັນ​ເຈົ້າ​ການໃນ​ການ​ເຂົ້າ​ຮ່ວມ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເ​ຂົ້າ​ໃນ​ວິ​ວັດ​ການ​​ປຶກ​ສາ​ຫາ​ລື ແລະ ຮັບ​ຮອງ​ເ​ອົາ​ບັນ​ດາ​ມະ​ຕິ, ຂໍ້​ຕົກ​ລົງ​ຂອງ​ກອງ​ປະ​ຊຸມ​ຊຸດ​ທີ 31 ບົນ​​ນ້ຳໃຈ​ຊຸກ​ຍູ້​ເລື່ອງ​ປົກ​ປ້ອງ ແລະ ເປີດກວ້າງ​ສິດ​ຮັບ​ຊົມ​ໃຊ້​ຂອງ​ປະ​ຊາ​ຊົນ, ເຄົາ​ລົບ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ, ກົດ​ໝາຍ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ສາ​ກົນ ກໍ​ຄື​​ເອ​ກະ​ລັກ​ສະ​ເພາະ​ພິ​ເສດ​ກ່ຽວ​ກັບເສດ​ຖ​ະ​ກິດ​, ມູນ​ເຊື້ອ​ວັດ​ນະ​ທຳ ແລະ ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ, ພາ​ກ​ພື້ນ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top