• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຫໍພິພິດທະພັນ ຊຸດອ໋າວຢາ່ຍ ແຫ່ງທຳອິດຢູ່ຫວຽດນາມ

ດ້ວຍຄວາມຫວັງຢາກອະນຸລັກຮັກສາ ແລະ ໂຄສະນາເຜີຍແຜ່ ຄວາມງາມທີ່ມີສະເໜ່ຂອງ ອ໋າວຢ່າຍ ຊຶ່ງເປັນ ຊຸດເສື້ອຍາວປະຈຳ ຊາດ ຂອງຊາວຫວຽດນາມທີ່ຄົງຕົວມາເປັນ 300 ກວ່າປີມາແລ້ວ, ນັກອອກແບບ ແຟຊັ່ນ ສີ໊ຮວ່າງ ໄດ້ອອກເຫື່ອເທແຮງ ໃນການກໍ່ສ້າງ ຫໍພິພິດທະພັນ ອ໋າວຢ່າຍແຫ່ງໜຶ່ງ ຢູ່ເມືອງ 9, ນະຄອນໂຮ່ຈີມິນ. ບັນດາຊຸດອ໋າວຢ່າຍທີ່ໄດ້ວາງສະແດງ ຢູ່ຫໍພິພິດທະພັນດັ່ງກ່າວ ໄດ້ຊ່ວຍໃຫ້ບັນດາທ່ານຜູ້ຊົມມອງເຫັນຢ່າງກວມລວມ ປະຫວັດ ສາດຜ່ານມາ ກໍຄື ຄວາມສວຍງາມຂອງຊຸດອ໋າວຢ່າຍຕ່າງໆ ທີ່ໄດ້ນັບຖື ເປັນຊຸດປະຈຳຊາດນີ້.  
ເປັນເວລາຫຼາຍໆປີຜ່ານມາ, ນັກອອກແບບສີ໊ຮວ່າງ ຈຶ່ງໄດ້ສົມຫວັງ ສົມປາດຖະຫນາຂອງຕົນກ່ຽວກັບການກໍ່ສ້າງຫໍພິພິດທະພັນ ອ໋າວຢ່າຍແຫ່ງທຳອິດຢູ່ຫວຽດນາມ.

ຫໍພິພິທະພັນ ຊຸດອ໋າວຢ່າຍດັ່ງກ່າວ ໄດ້ຮັບການກໍ່ສ້າງ ຕາມແບບ ສະຖາປັດຕະຍະກຳ ເຮືອນໄມ້ບູຮານ ຢູ່ເຂດເຮືອນສວນ ລອງຖ້ວນ ອັນກວ້າງໃຫຍ່ ແລະ ເຂັ້ມຂຸ້ນໄປດ້ວຍລັກສະນະ ຂອງເຂດ ຕາເວັນຕົກສຽງໃຕ້ ກົມກືນກັບທົ່ງນາຮົ້ວສວນ, ຂົວໄມ້ໄຜ່, ໜອງດອກບົວ ແລະ ແມ່ນ້ຳລຳທານ.

ສ່ວນໜ່ຶງຂອງເຂດເຮືອນສວນ ລອງຖ້ວນ ເປັນບ່ອນທີ່ໄດ້ ນັກອອກ ແບບ ສີ໊ຮວ່າງ
ເລືອກກໍ່ສ້າງຫໍພິພິດທະພັນ ອ໋າວຢ່າຍ. ພາບ: ຫງວຽນລວນ/VNP



ນັກອອກແບບສີ໊ຮວ່າງ ແລະ ບັນດາແຂກຜູ້ມີກຽດ ໃນພິທີ ຕັດແຖບຜ້າ
ເປີດສະຫຼອງຜົນສຳເລັດຫໍພິພິດທະພັນ. ພາບ: ເອກະສານ



ບັນດາຕົວຢ່າງແບບອ໋າວຢ່າຍໄດ້ອອກແບບຢູ່ເທິງເຈ້ຍ  ແລະ ຈັດວາງສະແດງ
ຢູ່ທາງນອກຫ້ອງຫໍພິພິດທະພັນ. ພາບ: ຫງວຽນລວນ/VNP



ທາງໃນຫ້ອງຂອງຫໍພິພິດທະພັນ. ພາບ: ຫງວຽນລວນ/VNP


ນັກທ່ອງທ່ຽວຢ້ຽມຊົມຫໍພິພິດທະພັນອ໋າວຢາຍ ຂອງນັກອອກແບບ ສີ໊ຮວ່າງ. ພາບ: ຫງວຽນລວນ/VNP

 

ບັນດາຊຸດອ໋າວຢ່າຍທີ່ໄດ້ຈັດວາງສະແດງຢູ່ທີ່ນີ້ ແມ່ນຈັດຕາມ ຫມວດຫມູ່ຄື: ຊຸດອ໋າວຢາຍຕື໋ເທີ່ນ (ເສື້ອຍາວສີ່ປ່ຽງ) ສະໄຫມ ສະ ຕະວັດທີ 17, 18, ອ໋າວຢ່າຍຂອງວົງຕະກູນລາຊະວົງ ຫງວຽນ ສະຕະວັດທີ 19…

ຢູ່ຫໍພິພິດທະພັນແຫ່ງນີ້ ຍັງມີບັນດາຊຸດອ໋າວຢ່າຍ ທີ່ມີຄວາມ ສະໜິດຕິດພັນກັບ ແມ່ຍິງຫວຽດນາມ ຜູ້ຊື່ສຽງໂດ່ງດັງຫຼາຍຄົນ ໃນຂົງເຂດຕ່າງໆຄື: ການເມືອງ, ເສດຖະກິດ ແລະ ວັດທະນະທຳ… ຂອງຊາດເຊັ່ນ: ນັກວິລະຊົນກຳລັງປະກອບອາວຸດຍິງ ຫງວຽນທິດິ້ງ, ອະດີດຮອງປະທານປະເທດ ຫງວຽນທິບິ່ງ, ນັກການທູດ ໂຕນນື໊ທິນິງ, ນັກສິລະປິນປະຊາຊົນ ຈ່າຢາງ, ນັກສິລະປິນວິລະຊົນ ແບກ ຕວ໋ຽດ ແລະ ອື່ນໆ… ນອກຈາກນັ້ນ, ກໍຍັງມີຊຸດສະສົມ, ອ໋າວຢ່າຍຫຼາຍຊຸດ ທີ່ເຄີຍຍາດລາງວັນສາກົນ ຂອງນັກອອກແບບສີ໊ ຮວ່າງເອງ. ຄຽງຄູ່ກັນນັ້ນ, ຢູ່ຫໍພິພິດທະພັນຍັງໄດ້ຈັດວາງສະແດງ ພາບແມ່ຍິງ ຫວຽດນາມປະມານ 3000 ກວ່າແຜ່ນ ໃນຊຸດອ໋າວຢ່າຍປະຈຳຊາດອີກດ້ວຍ.

ມາທີ່ຫໍພິພິດທະພັນ, ທ່ານຜູ້ຊົມບໍ່ພຽງແຕ່ໄດ້ເຫັນປະຈັກຕາ ບັນດາຊຸດອ໋າວຢ່າຍມີຄວາມງາມທີ່ເປັນເອກະລັກເທົ່ານັ້ນ, ຫາກຍັງ ສາມາດໄດ້ແຕ້ມ, ໄດ້ເລືອກຊຸດຕາມຄວາມມັກ ຂອງຕົວ ເອງ ເພື່ອນຸ່ງ ແລະ ຖ່າຍຮູບເປັນທີ່ລະນຶກ ຫຼື ຊົມເບິ່ງບັນດານາຍ ຊ່າງສາທິດເຕັກນິກການຫຍິບອ໋າວຢາຍອີກດ້ວຍ.

ນັກອອກແບບສີ໊ຮວ່າງໄດ້ໄຂຄວາມໃນໃຈອອກມາວ່າ: “ອ໋າວຢ່າຍ ຫວຽດນາມ ມີຄຸນຄ່າລວມທັງດ້ານສະຫງວນຄວາມງາມ ແລະ ຄຸນສົມບັດ. ຍ້ອນວ່າມັນຊ່ວຍໃຫ້ຜູ້ນຸ່ງມີຄວາມງາມ ແບບມີສະເໜ່ ແລະ ມີມາລະຍາດທີ່ດີ. ອ໋າວຢ່າຍຫວຽດນາມ ໄດ້ຮັບການເຊີດຊູ ຈາກທົ່ວໂລກ, ໃນຂະນະນັ້ນ ປະເທດເຮົາຍັງບໍ່ທັນມີຫໍພິພິດທະພັນ ອ໋າວຢ່າຍແຫ່ງໃດເທື່ອ. ດ້ວຍເຫດນັ້ນ, ຂ້າພະເຈົ້າຈິ່ງຄິດວ່າ , ຫໍພິພິດທະພັນ ບໍ່ພຽງແຕ່ເປັນບ່ອນ ອະນຸລັກຮັກສາ ບັນດາຊຸດອ໋າວຢ່າຍ ທີ່ມີຄ່າເທ່ົ່ານັ້ນ, ຫາກຍັງໄດ້ ຮັບການເຜີຍແຜ່ ໂຄສະນາ ອອກສູ່ໂລກພາຍນອກອີກດ້ວຍ.

ບັນດາຕົວຢ່າງແບບອ໋າວຢ່າຍໄດ້ອອກແບບຢູ່ເທິງເຈ້ຍ  ແລະ ຈັດວາງສະແດງ
ຢູ່ທາງນອກຫ້ອງຫໍພິພິດທະພັນ. ພາບ: ຫງວຽນລວນ/VNP



ບັນດາພາບແຕ້ມພື້ນເມືອງທີ່ນຳໃຊ້ເປັນ ຫຼັງສາກເພື່ອເຮັດໃຫ້
ຊຸດອ໋າວຢ່າຍໂດດເດັ່ນຂຶ້ນ. ພາບ: ຫງວຽນລວນ/VNP



ອ໋າວຕື໋ເທິນ(ເສື້ອ ສີ່ປ່ຽງ), ເປັນຕົ້ນກຳເນີດຂອງຊຸດອ໋າວຢ່າຍ. ພາບ: ຫງວຽນລວນ/VNP


ມູມໜຶ່ງທີ່ວາງສະແດງຊຸດອ໋າວຢ່າຍນຳເທີນ(ຫ້າປ່ຽງ)
ໃນຕົ້ນສະຕະ ວັດທີ 19. ພາບ: ຫງວຽນລວນ/VNP



ມຸມໜຶ່ງທີ່ວາງສະແດງ ອ໋າວຢາຍເຕີນເທີ່ຍ(ທັນສະໄໝ),
ຫຍິບປີ 1973. ພາບ: ຫງວຽນລວນ/VNP



ມຸມຈັດວາງສະແດງຊຸດອ໋າວຢ່າຍ ສິລະປະການ,
ຫຍິບ ປີ 2014. ພາບ: ຫງວຽນລວນ/VNP


 
ບັນດາຊຸດອ໋າວຢ່າຍທີ່ໄດ້ຫຍິບໃນ ປີ 2011. ພາບ: ຫງວຽນລວນ/VNP


ແບບອ໋າວຢ່າຍທີ່ຖືກຕິດສະຫຼັກຈາກເຄື່ອງປັ້ນດິນເຜົາຫຼາຍແຜ່ນ. ພາບ: ຫງວຽນລວນ/VNP


ບັນດາຊຸດອ໋າວຢ່າຍຂອງພໍ່ແມ່ປະຊາຊົນທີ່ຖືສາສະໜາ ກາວດ່າຍ, ສາສະໜາພຸດ
ແລະ ສາສະໜາເຢຊູ. ພາບ: ຫງວຽນລວນ/VNP



ຊຸດອ໋າວຢ່າຍຂອງ ນັກສິລະປິນປະຊາຊົນ ໄບ໋ນາມ. ພາບ: ຫງວຽນລວນ/VNP


ຊຸດອ໋າວຢ່າຍຂອງ ນັກວິລະຊົນ ກຳລັງປະກອບອາວຸດ ຍິງ ຫງວຽນທິດິ້ງ, ຫຍິບປີ 1980. ພາບ: ຫງວຽນລວນ/VNP


ຊຸດອ໋າວຢ່າຍ ຄໍເປີດ, ຫຍິບປີ 1958. ພາບ: ຫງວຽນລວນ/VNP


ຊຸດອ໋າວຢ່າຍ ຫຍິບດ້ວຍແພລາຍດອກພື້ນເມືອງ ຂອງນັກອອກ ແບບມິນແຮ້ງ,
ຫຍິບປີ 1990. ພາບ: ຫງວຽນລວນ/VNP



ຊຸດອ໋າວຢ່າຍຂອງນັກຟ້ອນສິລະປິນ ເວືອງລິນ, ຫຍິບປີ 2008. ພາບ: ຫງວຽນລວນ/VNP
 
ບົດ: ຫງວຽນແອວງ - ພາບ: ຫງວຽນລວນ ແລະ ເອກະສານ

bichlien

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top