• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຫ້ອງຮຽນດົນຕີພື້ນເມືອງຢູ່ສາລາບູຮານ ຮ່າວນາມ

ໂດຍໄດ້ຮັບການສ້າງຕັ້ງເມື່ອປີ 2005 ເປັນເຮືອນນ້ອຍ ຫຼັງໜຶ່ງ ຢູ່ຂ້າງສາລາບູຮານຮ່າວນາມ, ສູນພັດທະນາ ສິລະປະດົນຕີ ຫວຽດນາມ ເປັນບ່ອນຈັດຕັ້ງຊຸດຮຽນ ເຄື່ອງດົນຕີພື້ນເມືອງ ຂຶ້ນ ຫລາຍໆຄັ້ງ, ໄດ້ດຶງດູດ ຄວາມສົນໃຈ ແລະ ເຂົ້າຮ່ວມຂອງ ນັກຮຽນເປັນຈຳນວນ ຫຼວງຫຼາຍ. 
ໃນຍ່ານບັນຍາກາດວັດທະນະທຳອັນເກົ່າແກ່ ແລະ ສັກສິດ ຂອງສາລາບູຮານ, ນັກຮຽນທຸກລຸ້ນໄວອາຍຸ ໄດ້ຮັບການຖ່າຍທອດຄວາມຮູ້ກ່ຽວກັບເຄື່ອງດົນຕີພື້ນເມືອງເຊັ່ນ: ກອງ, ພິນ, ຂຸ່ຍ… ແລະ ການຂັບກາຈູ່ (ເຄີຍໄດ້ຂັບໃນພິທີໄຫວ້ ອໍລະຫັນເທວະດາ), ຂັບເສີມ (ເປັນຮູບການສິລະປະຄົງຕົວ ຫຼາຍຮ້ອຍປີມາແລ້ວ ແລະ ເປັນທີ່ນິຍົມທົ່ວໄປຢູ່ເຂດທົ່ງພຽງ ແລະ ພູເຂົາພາກເໜືອ ຫວຽດນາມໃນອະດີດ) ແລະ ຂັບ ກວານເຫາະ (ແບບຂັບແຂ່ງບົດ ຕອບໂຕ້ກ້ຽວກັນ)… ໂດຍທ່ານສາດສະດາຈານ, ນັກສິລະປິນປະຊາ ຊົນຟ້າມດິ່ງຄາງ ແລະ ນັກສິລະປິນ ທາວຢາງ ເປັນຜູ້ ສ້າງຕັ້ງ ແລະ ສິດສອນ.

ດ້ວຍຄວາມປາດຖະໜາອະນຸລັກຮັກສາ ແລະ ຖ່າຍທອດສິລະປະດົນຕີພື້ນເມືອງຫວຽດນາມ ໃຫ້ແກ່ຄົນລຸ້ນໜຸ່ມ, ສາດສະດາຈານ, ນັກສິລະປິນປະຊາຊົນ ຟ້າມດິ່ງຄາງ ແລະ ນັກສິລະປິນທາວຢາງ ໄດ້ອອກເຫື່ອເທແຮງກໍ່ສ້າງ ສູນພັດທະນາ ສິລະປະດົນຕີ ຫວຽດນາມ ກາຍເປັນ ພື້ນຖານບຳລຸງສ້າງກ່ຽວກັບເຄື່ອງດົນຕີພື້ນເມືອງ ທີ່ບໍ່ຊ້ຳແບບໃຜ, ຢູ່ທີ່ນັ້ນ, ນັກຮຽນບໍ່ຕ້ອງຂຶ້ນຫ້ອງຟັງການບັນຍາຍ, ບໍ່ຕ້ອງຮຽນຕາມຫຼັກສູດ ຫາກໄດ້ສຳຜັດໂດຍກົງກັບຮູບແບບສິລະປະພື້ນເມືອງຢ່າງເປັນກັນເອງທີສຸດ, ໃກ້ຊິດກັບຄວາມຈິງທັງເຂົ້າໃຈງ່າຍທີສຸດ.

ນັກສິລະປິນ ທາວຢາງ ກຳລັງແນະນຳໃຫ້ນັກຮຽນວິທີເຄາະເຄື່ອງເສບປະກອບໃນຈັງຫວະຂັບເສີມ. 


ຊົ່ວໂມງຮຽນດົນຕີພື້ນເມືອງຢູ່ສາລາຮ່າວນາມ. 


ນັກສິລະປິນ ທາວຢາງ ກຳລັງແນະນຳໃຫ້ນັກຮຽນວິທີຕີກອງໃນການຂັບເສີມ. 
 
ນັກສິລະປິນ ທາວຢາງ, ຮອງຜູ້ອຳນວຍການສູນພັດທະນາ ສິລະປະ ດົນຕີຫວຽດນາມ ລາວທັງເປັນຄູສອນໂດຍກົງ, ທັງເປັນຜູ້ຮັບຜິດຊອບວຽກງານບໍລິຫານ ຈັດຕັ້ງ ການເຄື່ອນໄຫວຕ່າງໆຂອງສູນ. ຕະຫຼອດຊີວິດທີ່ມີຄວາມ ສະໜິດຕິດພັນກັບສິລະປະດົນຕີພື້ນເມືອງ ໄດ້ເປັນສິ່ງ ດົນໃຈຊຸກຍູ້ໃຫ້ລາວ ພ້ອມກັບບັນດານັກສິລະປິນ ຂອງ ສູນຄົ້ນຄວ້າ, ຟື້ນຟູຄືນໃໝ່ບົດເພງພື້ນເມືອງເກົ່າຫຼາຍບົດ ເຊ່ັນ: ບົດຂັບເສີມ, ຂັບເຈົ່າວັນ, ຂັບຈົ໋ງກວນ ແລະ ຂັບກວານເຫາະ ເພື່ອ ຮັບໃຊ້ໃຫ້ການສິດສອນ ທັງສາມາດ ນຳໃຊ້ຮູບການສິລະປະພື້ນເມືອງດັ່ງກ່າວເຂົ້າເຖິງມວນຊົນ ທັງຫຼາຍ.

ເມື່ອປີ 2005, ເປັນຄັ້ງທຳອິດ, ສູນພັດທະນາສິລະປະດົນຕີ ຫວຽດນາມໄດ້ຈັດຕັ້ງປະຕິບັດປະສົບຜົນສຳເລັດລາຍການ ຂັບເສີມທີ່ ປະຕູໂຂງຕະຫຼາດໂດ່ງຊວນ (ຮ່າໂນ້ຍ), ຂັບເສີມ ຊຶ່ງເປັນຮູບ ແບບສິລະປະທີ່ຄົງຕົວຈາກນີ້ມາໄດ້ 700 ປີແລ້ວ ກຳລັງມີໄພ ທີ່ຈະສູນຫາຍໄປໄດ້ກັບຄືນມາມີຊີວິດ ຄືນໃໝ່. ລາຍການດັ່ງກ່າວ ຫຼັງຈາກນັ້ນ ໄດ້ຮັບການ ສະແດງເປັນປະຈຳ ຢູ່ຕະຫຼາດໂດ່ງຊວນ ແລະ ໄດ້ຮັບການ ຕອບສະໜອງຈາກ ທ່ານຜູ້ຊົມທຸກຊັ້ນຄົນ ທັງພາຍໃນ ແລະ ນັກທ່ອງທ່ຽວຕ່າງປະເທດເປັນຈຳນວນຫຼວງຫຼາຍ.

ຈາກຜົນສຳເລັດດັ່ງກ່າວ, ມີຊາວໜຸ່ມ, ນັກສຶກສາ 200 ກວ່າຄົນ ຈາກບັນດາໂຮງຮຽນມະຫາວິທະຍາໄລໃຫຍ່ ຢູ່ຮ່າໂນ້ຍ ໄດ້ຍື່ນຄຳຮ້ອງລົງທະບຽນຂໍຮຽນຂັບເສີມ ແລະ ຮຽນດີດພິນ, ຕີກອງ… ທີ່ຫ້ອງຮຽນຮຽນຂັບເສີມໂດຍບໍ່ໄດ້ເສຍຄ່າຮຽນ ທີ່ສູນຈັດຕັ້ງຂຶ້ນຢູ່ສາລາຮ່າວນາມ. ຢູ່ທີ່ນີ້, ບັນດານັກດົນຕີ, ນັກສິລະປິນທີ່ມີຊື່ສຽງຄື: ນັກສິລະປິນ ປະຊາຊົນ ຊວນແຮັກ, ນັກສິລະປິນດີເດັ່ນ ແທງງວານ, ຖຸຍເງີ່ນ ໄດ້ສະຫລະເວລາ ແລະ ສະຕິປັນຍາຂອງຕົນເພື່ອ ຖ່າຍທອດໃຫ້ແກ່ນັກຮຽນ. ຈາກບັນດາຊຸດຮຽນດັ່ງກ່າວ, ໄດ້ມີຊາວ ໜຸ່ມຫຼາຍຄົນເຊັ່ນ:  ມາຍດຶກທ້ຽນ, ດຶກຮຸຍ, ຫືວຢຸຍ, ກ່ຽວລວານ ແລະ ທູເຟືອງ… ກໍ່ໄດ້ເຕີບໃຫຍ່ຂຶ້ນຈາກທີ່ນີ້.

ໄປພ້ອມໆກັບວຽກງານຟື້ນຟູ ແລະ ເຊີດຊູອາຊີບຂັບເສີມ, ແຕ່ ເດືອນ ມິຖຸນາ 2007, ສູນພັດທະນາສິລະປະດົນຕີ ຫວຽດນາມ ໄດ້ສືບຕໍ່ ເປີດຊຸດຮຽນບຳລຸງສ້າງໂດຍບໍ່ເສຍຄ່າ ໃຫ້ແກ່ບຸກຄົນທີ່ມີຄວາມຮັກມັກ ສິລະປະຂັບກາຈູ່. ສະເພາະປີ 2008, ທາງສູນ ບຳລຸງສ້າງໄດ້ 70 ຄົນ, ໃນນັ້ນ, ມີນັກຮຽນດີເດັ່ນ 10 ຄົນໄດ້ຮັບການຄັດເລືອກເປັນນັກສະແດງປະຈຳສະໂມສອນກາຈູ່ ໂດຍ  ແມ່ນສູນເປັນຜູ້ສ້າງຕັ້ງຂຶ້ນ. ມາຮອດປັດຈຸບັນ, ທາງສູນໄດ້ສະສົມບົດຂັບເສີມ ແລະ ຂັບຈົ໋ງກວນ ໄດ້ 100 ກວ່າບົດແລ້ວ.

ລາຍການສະແດງຂັບກາຈູ່ຂອງນັກຮຽນ ສູນພັດທະນາ ສິລະປະດົນຕີຫວຽດນາມ.  


ບັນດານັກຮຽນຂອງ ສູນພັດທະນາສິລະປະດົນຕີ ຫວຽດນາມ ສະແດງທຳນອງການຂັບກວານເຫາະບັນນິງ. 


ນັກຮຽນຂອງສູນພັດທະນາສິລະປະດົນຕີ ຫວຽດນາມ ສະແດງ ການປະສານສຽງດົນຕີພື້ນເມືອງ ຢູ່ເດີ່ນສາລາ ຮ່າວນາມ. 


ນັກຮຽນຂອງສູນກຳລັງບັນເລງດົນຕີດ້ວຍພິນສອງສາຍ. 


ສາກຄັດຈ້ອນຈາກລາຍການຂັບເສີມ “ຄູ່ຜົວເມຍ ນັກຂັບເສີມ” ຂອງນັກຮຽນສູນພັດທະນາສິລະປະດົນຕີ ຫວຽດນາມ. 
 
ນັກສິລະປິນ ທາວຢາງ ໄດ້ໄຂຄວາມໃນໃຈອອກມາວ່າ, ດົນຕີ ພື້ນເມືອງແມ່ນສຽງປາກຂອງປະຊາຊົນ ຍ້ອນ ປະຊາຊົນເອງ ເປັນຜູ້ປະດິດສ້າງ ແລະ ອະນຸລັກຮັກສາ ຜ່ານຫຼາຍເຊັ່ນຄົນ. ມີຫຼາຍຮູບ ແບບສິລະປະພື້ນເມືອງຄື: ຂັບກວານເຫາະ, ຂັບກາຈູ່, ເດີ່ນກາຕາຍຕື໊, ທາງອົງການ ຢູແນັສໂກໄດ້ຮັບຮອງເປັນ ມູນມໍລະດົກ ວັດທະນະທຳອະຕົວຕົນຂອງມະນຸດ. ແຕ່ວ່າ ຫຼາຍຮູບການສິລະປະ ພື້ນເມືອງ ພຽງໄດ້ຮັບການເຜີຍແຜ່ ປາກຕໍ່ປາກ ແຕ່ເຊັ່ນຄົນນີ້ ຮອດເຊັ່ນຄົນອື່ນ ດັ່ງນັ້ນມີໄພທີ່ຈະຖືກ ສູນຫາຍໄປຕາມການເວລາ.

ດັ່ງນັ້ນ, ສາມາດເວົ້າໄດ້ວ່າ, ການເຄື່ອນໄຫວບຳລຸງສ້າງຄົນທີ່ສູນ ພັດທະນາສິລະປະດົນຕີພື້ນເມືອງຫວຽດນາມ ໄດ້ປະກອບສ່ວນເຂົ້າໃນວຽກງານ ອະນຸລັກຮັກສາ, ພັດທະນາ ແລະ ເຊີດຊູດສິ່ງຍອດຍິ່ງຂອງດົນຕີພື້ນເມືອງຂອງຫວຽດນາມ.
ບົດ: ຫວີງຮືງ - ພາບ: ຈິ້ງວັນໂບ້

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top