• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ້ອງວ່າການລັດຖະບານ ຫວຽດນາມ ແລະ ຫ້ອງວ່າການສຳນັກງານນາຍົກລັດມົນຕີລາວເພີ່ມທະວີການຮ່ວມມື

ທ່ານ​ ມາຍ​ຕ໋ຽນ​ຢູ້ງ ແລະ ທ່ານ ເພັດ ພົມ​ພິ​ພັກ ມອບ​ຂອງ​ຂວັນ​ທີ່​ລະ​ນຶກ​ໃຫ້​ກັນ
(ພາບ: VGP/Nguyn Hoàng)
       ໃນ​ຂ​ອບ​ເຂດ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກຢູ່​ລາວ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​​ການ​ສ​ຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ, ຕອ​ນ​ເຊົ້າ​ວັນ​ທີ 27/3, ຢູ່ແຂວງຫຼວງ​ພະ​ບາງ, ທາ​ງ​ພາກ​ເໜືອ​ລາວ, ທ່ານ​ ມາຍ​ຕ໋ຽນ​ຢູ້ງ, ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ຫວຽດ​ນາມ ແລະ ທ່ານ ເພັດ ພົມ​ພິ​ພັກ, ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​​ສຳ​ນັກ​ງານ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ, ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ທີ 5 ກ່ຽວ​ກັບ “ວຽກ​ງານ​ເປັນ​ເສ​ນາ​ທິ​ການ​ຮັບ​ໃຊ້​ລັດ​ຖະ​ບານ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ”. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, 2 ຝ່າຍ​ສຸມ​ໃສ່​ປຶກ​ສາ​ຫາ​ລື ແລະ ແລ​ກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ວຽກ​ງານ​​ເປັນເສ​ນາ​ທິ​ການ​ໃຫ້​ແກ່​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ລວມ​ມີ: ການ​ສ້າງ​ແຜນ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະ​ບານ; ສ​້າງ ແລະ ປັບ​ປຸງ​ກົດ​ໝາຍ, ເອ​ກະ​ສານນິ​ຕິ​ກຳ; ​ວຽກ​ງານ​ຕິດ​ຕາມກວດ​ກາສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ໂດຍ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ມອບ​ໝາຍ​ໃຫ​້…
        ແລະກ່ອນ​ໜ້າ​ນັ້ນ, ໃນ​ວັນ​ດຽວ​ກັນ, ​ໂດຍ​ນອນ​ຂອບ​ເຂດ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລາວ, ທ່ານ ມາຍ​ຕ໋ຽນ​ຢູ້ງ, ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ມີ​ການ​ພົບ​ປະ​ກັບ​ທ່ານ ເພັດ ພົມ​ພິ​ພັກ, ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ. ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ຊຸກ​ຍູ​້​ການ​ພົວ​ພັນ​ຮ່ວມ​ມື​ໃນ​ບັນ​ດາ​ວຽກ​ງານ​ກ່​ວາ​ອີກ; ແບ່ງ​ປັນຫຼາຍ​ບົດ​ຮຽນ​ເພື່ອ​ໃຫ້ 2 ຝ່າຍ​ຮັບ​ໃຊ້​ວຽກ​ງານເປັນ​ເສ​ນາ​ທິ​ການ, ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ຊີ້​ນຳ, ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ແຕ່​ລະ​ປະ​ເທດ​ໃຫ້​ດີ​ກ່​ວາ​ອີກ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top