• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຫ້ອງວາງສະແດງ ເຄື່ອງບູຮານ ທີ່ໂຮງແຮມ City Star

ຈາກການວາງສະແດງເຄື່ອງບຸຮານກວ່າ 200 ຊິ້ນຂອງນັກສະສົມຫວຽດນາມ 21 ຄົນ, ຂຸມເກັບເຫຼົ້າ ຂອງໂຮງແຮມ City Star ທີ່ຄຸ້ມຖະໜົນ ບຸ່ຍທິຊວນ, ເມືອງ I, ນະຄອນໂຮ່ຈີມິນ ໄດ້ກາຍເປັນຫໍພິພິດທະພັນຂະໜາດນ້ອຍ ຊ່ຶງ ດຶງ ດູດຈັບໃຈບໍ່ພຽງແຕ່ວົງການສະສົມວັດຖຸພັນບູຮານເທົ່ານັ້ນ ຫາກຍັງນັບທັງ ຜູ້ຮັກມັກສິ່ງຂອງຼບູຮານອີກດ້ວຍ.
 
ຍ່ານເວຫາທີ່ດີເລີດດັ່ງກ່າວ ແມ່ນໄດ້ກຳເນີດເກີດຂຶ້ນຈາກແ ນວຄວາມຄິດສ້າງສັນ ຂອງທ່ານ ຫງວຽນວັນຊີ໊, ເຈົ້າຂອງໂຮງແຮມ ແລະ ໝູ່ເພື່ອນຂອງລາວ ເປັນນັກສະສົມໃນທົ່ວປະເທດ, ຜູ້ທີ່ມີຄວາມນິຍົມຄື ດຽວກັນ ກ່ຽວກັບເຄື່ອງບູຮານ. ນະແຫ່ງນີ້ກໍແມ່ນສະຖານທີ່ ເຂົາເຈົ້າພົບປະ, ແລກປ່ຽນປະສົບການ ແລະ ພິທີຮັກສາ ວັດຖຸພັນບູຮານ ທີ່ມີຄ່າຫາຍາກນຳກັນ ອີກດ້ວຍ.  

ມູມໜຶ່ງທີ່ວາງສະແດງສິ່ງຂອງບູຮານຂອງນັກສະສົມ 21 ຄົນທີ່ ຂຸມເກັບເຫຼົ້າ City Star.

  ວິທີການຈັດວາງ ແລະ ນຳໃຊ້ແສງສະຫວ່າງທີ່ມີຄວາມກົມກຽວກັນ ອັນໄດ້ເຮັດໃຫ້ວັດຖຸວັນແຕ່ລະຊິ້ນ ຍິ່ງມີຄວາມງາມເດັ່ນຊັດ.

ກັບມີຝາດ້ວຍດິນເຜົາເຄືອບລາຍທຽວ ແຕ່ກາງສະຕະວັດທີ XX.

ກາດິນເຜົາເຄືອບສີຂາວ ແລະ ສີຂຽວໄຄນ້ຳ ມີກາລະນີ ແຕ່ສະໄໝລາດຊະວົງ ມາກ-ເລ-ຈຸງ-ຮືງ, ສະຕະວັດທີ XVI, XVII.

ຈານດິນເຜົາເຄືອບດອກສີຟ້າ ມີກາລະນີແຕ່ສະໄໝລາດສະວົງ ເລເຊີ, ສະຕະວັດທີ XV.

ໂຖດອກໄມ້ດິນເຜົາເຄືອບ ມີກາລະນີ ແຕ່ໃນສະໄໝ ລາດຊະວົງ ເລຊີ, ສະຕະວັດທີ XV.

ໂຖເຜົາໄມ້ຈັນ ດິນເຜົາເຄືອບສີຂາວ ແລະ ສີຂຽວໄຄນ້ຳ ມີກາລະນີ
ແຕ່ສະໄໝ ເລຈຸງຮືງ, ສະຕະວັດທີ XVII.

ກາດິນເຜົາເຄືອບສີຟ້າໝົ່ນ ມີກາລະນີແຕ່ສະໄໝລາດສະວົງ ມາກ, ສະຕະວັດທີ XVIII.

ຮູບປັ້ນໂຕ ເງ (ເປັນສັດປະເພດທີ່ສັກສິດໃນວັດທະນະທຳ ຂອງ ຊາວຫວຽດນາມ) ດ້ວຍໄມ້ ມີກາລະນີແຕ່ສະໄໝ  ເລຈຸງຮືງ,
ສະຕະວັດທີ XVIII.

ຮູບປັ້ນເຈົ້າແມ່ ດ້ວຍໄມ້ໄດ້ຟອກຄຳຢູ່ທາງນອກ ມີກາລະນີແຕ່ສະໄໝລາດຊະວົງ ເລຈຸງຮືງ,
ສະຕະວັດທີ XVIII.

ຮູບປັ້ນ “ໂຟງ”(ຄົນຮັບໃຊ້ໃນວິຫານ)ດ້ວຍໄມ້, ໄດ້ ຟອກຄຳຢູ່ທາງນອກ ມີກາລະນີຕ່ສະໄໝເລຈຸງຮືງ, ສະຕະວັດທີ XVIII.

ກັບປູນ ດ້ວຍດິນເຜົາເຄືອບ ມີກາລະນີ ແຕ່ສະໄໝ ເລຈຸງຮືງ,
ສະຕະວັດທີ XVIII.
 
ສິ່ງຂອງບູຮານທີ່ໄດ້ຮັບການວາງສະແດງໃນຂຸມເກັບເຫຼົ້າ ດັ່ງກ່າວ ສ່ວນຫຼາຍຈະມີທາດວັດຖຸເປັນ ຫີນ, ທອງ, ໄມ້, ເຄື່ອງປັ້ນດິນເຜົາ ແລະ ດິນເຜົາເຄືອບ. ນີ້ແມ່ນບັນດາວັດຖຸພັນ ທີ່ມີຄ່າຫາຍາກ ເຄີຍໄດ້ນຳໃຊ້ ໃນວັງ ພະຍາຈິ້ງ ແລະ ເຈົ້າຊີວິດອົງຕ່າງໆແຕ່ສະໄໝລາດຊະວົງ ຫງວຽນ ຊຶ່ງເຂົາເຈົ້າໄດ້ສັ່ງຊື້ມາແຕ່ ປະ ເທດຈີນ ດ້ວຍກາໝາຍ ຕ່າງໆຄື: ແຄ໋ງຊວນທິຕາ, ໂນ້ຍຝູທິຈຸງ… ແລະ ບັນດາວັດຖຸພັນທີ່ເປັນຕົວແທນ ຂອງບັນດາກະແສ ເຄື່ອງບູຮານ ໄດ້ຮັບການສະສົມມາຈາກທຸກຫົນແຫ່ງຂອງປະເທດຊາດຄື: ເຄື່ອງຂຸດ, ຊວ້ານ ຈາກກຳປັ່ນຈົມຢູ່ເກະຈ່າມ, ນະຄອນໂຮ້ຍອານ ແລະ ຢູ່ຮ່ອນເກົາ, ແຂວງບ່າເຣ້ຍ-ຫວູງເຕົາ. ວັດຖຸພັນ ເກືອບໝົດທຸດຊິ້ນດັ່ງກ່າວ ແມ່ນມີແຕ່ສະໄໝ ວັດທະນະທຳໂດງເຊີນ ແລະ ບັນດາລາດຊະວົງ ຫຼີ, ເຈີ່ນ, ເລ, ຫງວຽນ, ມີກາລະນີແຕ່ສະຕະວັດທີ III ເຖິງກາງສະຕະວັດທີ XX. ນອກຈາກນັ້ນ, ຢູ່ຂຸມເກັບເຫຼົ້າແຫ່ງນີ້ ກໍວາງສະແດງ ບັນດາຜະລິດຕະພັນ ເຄື່ອງປັ້ນດິນເຜົາຂອງພາກໃຕ້ ໃນສະຕະວັດທີ XX ເຊັ່ນ: ໄກມາຍ, ລ໋າຍທຽວ ແລະ ບຽນຮ່ວາ.

ດ້ວຍວິທີການຈັດວາງ ແລະ ນຳໃຊ້ແສງສະຫວ່າງ ສ້າງ ຄວາມງາມຢ່າງເດັ່ນຊັດໃຫ້ແກ່ວັດຖຸພັນ ບູຮານ ແຕ່ ລະຊິ້ນ, ຂຸມເກັບເຫຼົ້າ City Star ໄດ້ກາຍເປັນ ສະຖານທີ່ດຶງດູດ ຄວາມສົນໃຈຂອງ ນັກສະສົມເຄື່ອງບູຮານ ທັງຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ.

ບົດ: ຫງວຽນຫວູແທ່ງດາດ. ພາບ: ເລມິນ

bichlien

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top