• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມໝັ້ນໝາຍສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດອາເມລິກາ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ
          ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ
ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 21/4, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ ໄດ້​ພົບ​ປະ​ກັບ​ຜູ້​ຮັກ​ສາ​ການຕາງ​ໜ້າດ້ານ​ການ​ຄ້າ​ອາ​ເມ​ລິ​ກາ Stephen Vaught , ຕ້ອນ​ຮັບ​ກຸ່ມ​ບັນ​ດາ​ຜູ້​ຊ່ວຍວຽກ ສ.ສ.ຊ ຂອງ 2 ພັກ​ສາ​ທາ​ລະ​ນະ ແລະ ປະ​ຊາ​ທິ​ປະ​ໄຕ, ຄະ​ນະ​ການ​ນຳ​ສູນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ ແລະ ສາ​ກົນ…ທີ່​ບັນ​ດາ​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ ຢື​ນຢັນ​ວ່າ : ລັດ​ຖະ​ບານ​ຫວຽດ​ນາມ ພ້ອມ​ແລ້ວ​ຈະ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາເພື່ອ​ຮັກ​ສາ​ທ່າ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ 2 ປະ​ເທດ, ເປັນ​ຕັ້ນ​ແມ່ນ​ເສດ​ຖະ​ກິດ-ການ​ຄ້າ, ສືບ​ຕໍ່​ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ.
     ບັນ​ດາ​ຜູ້​ຊ່ວຍວຽກ ສ.ສ.ຊ ຂອງ ​ອາ​ເມ​ລິ​ກາ​ໄດ້​ຢື​ນ​ຢັນ​ການ​ສະ​ໜັບ​ສະ​ໜູນ​ຂອງ 2 ພັກ​ສາ​ທາ​ລະ​ນະ ແລະ ປະ​ຊາ​ທິ​ປະ​ໄຕ ຖືກ​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ກັບ​ຫວຽດ​ນາມ, ໝັ້ນ​ໝາຍ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່ ​ຫນູນ​ຊ່ວຍ​ຫວຽດ​ນາມແກ້​ໄຂ​ຜົນ​ຮ້າຍ​ຢ່ອນຫຼັງ​ຈາກ​ສົງ​ຄາມ. ບັນ​ດາ​ຜູ້​ຊ່ວຍວຽກ ສ.ສ.ຊ ຂອງ​ອາ​ເມ​ລິ​ກາຍັງ​ແບ່ງ​ປັນ​ຄວາມ​ສົນ​ໃຈ​ຂອງ​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ທີ່​ມີ​ຕໍ່​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ໃນ​ນັ້ນມີ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ປອດ​ໄພ, ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ, ການ​ບິນຢູ່​ທະ​ເລ​ຕາ​ເວັນ​ອອກ. ເຫັນ​ດີ​ຕໍ່​ການແກ້​ໄຂ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top