• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມໄວ້ທຸກປະທານກູບາ Fidel Castro

      ປະ​ທານກູ​ບາ Fidel Castro, ຜູ້​ບັນຊາ​ການ​ໃຫຍ່​ການ​ປະຕິວັດ ກູ​ບາ, ອະດີ​ເລຂາທິການ​ຜູ້​ທີ​ໜຶ່ງ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ກູ​ບາ, ອະດີດ​ປະທານ​ສະພາ​ແຫ່​ງລັດ ​ແລະ ສະພາ​ລັດຖະມົນຕີ​ແຫ່ງ ສາທາລະນະ​ລັດ ກູ​ບາ, ​ໄດ້​ເຖິງ​ແກ່​ມໍລະນະ​ກຳ, ອາຍຸ​ຍືນ 90 ປີ. ​ເພື່ອ​ອາ​ໄລ​ຫາ​ເພື່ອນ​ຜູ້​ຍິ່ງ​ໃຫຍ່, ອ້າ​ຍນ້ອງ​ຜູ້​ສະໜິດສະໜົມ​ທີ່​ສຸດຂອງ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ, ວັນ​ທີ 4/12, ຫວຽດນາມ​ໄດ້​ໄວ້​ທຸກປະ​ທານກູ​ບາ Fidel Castro ​ໃນ​ທົ່ວ​ປະ​ເທດ. ບັນດາ​ອົງການ, ສຳນັກງານ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ບັນດາ​ອົງການ​ຜູ້ຕາງໜ້າ ຫວຽດນາມ ຢູ່​ຕ່າງປະ​ເທດ​ລ້ວນ​ແຕ່​​ເອົາທຸງ​ລົງ​ເຄິ່ງ​ເສົາ, ມີ​ແຜ່ນ​ແພ​ໄວ້​ທຸກ, ບໍ່​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ລະ​ຫຼິ້ນ​ບັນ​ເທິງ​ສາທາລະນະ.
        ອາ​ໄລ​ຫາ​ການ​ນຳ​ ກູ​ບາ Fidel Castro ​ແລະ ສະ​ແດງ​ນຳ້​ໃຈ​ສາມັກຄີ, ສະໜິດ​ຕິດ​ພັນ, ການ​ແບ່ງປັນ​ລະຫວ່າງ ຫວຽດນາມ - ກູ​ບາ, ຫຼາຍ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ຕັ້ງ​ພິທີ​ອາ​ໄລ​ຫາ​ການ​ນຳ Fidel Castro.
(ການ​ນຳ​ແຂວງ ​ເບັ໋ນ​ແຈ​ໄດ້​ຈັດ​ຕັ້ງ​ພິທີ ​ໄວ້ອາ​ໄລ​ການ​ນຳ Fidel Castro)
        ການ​ນຳ​ແຂວງ ​ເບັ໋ນ​ແຈ​ໄດ້​ຈັດ​ຕັ້ງ​ພິທີ ​ໄວ້ອາ​ໄລ​ການ​ນຳ Fidel Castro ຢູ່​ບ້ານ Moncada, ​ເມືອງ ຢົ່ງ​ຈົມ. ອ່ານ​ສູນ​ທອນ​ພົດ​ນະ​ພິທີ, ທ່ານ ຫງວຽນ​ມິ​ງຈູງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ຢົ່ງ​ຈົມ ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ການ​ນຳ ກູ​ບາ Fidel Castro, ​ເຊິ່ງ​ແມ່ນ​ເພື່ອ​ນຜູ້​ຍິ່ງ​ໃຫຍ່, ​ເປັນ​ອ້າຍ​ນ້ອງ​ຜູ້​ສຸດ​ຈິດ​ສຸດ​ໃຈ, ​ໃກ້ຊິດ​ສະໜິດສະໜົມ​ກັບ​ປະຊາຊົນ ຫວຽດນາມ. Fidel Castro ​ແລະ ປະທານ ​ໂຮ່ຈີ​ມິນ ພ້ອມ​ກັບບັນດາ​ການ​ນຳ​ລຸ້ນກ່ອນ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ, ປັບປຸງ, ພັດທະນາ​ສາຍ​ພົວພັນ​ສາມັກຄີ, ມິດຕະພາບ, ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ສອງ​ປະ​ເທດ.
      ຕອນ​ເຊົ້າ​ວັນ​ດຽວ​ກັນ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ ກວາງ​ຈີ້ ​ໄດ້​ຈັດ​ຕັ້ງ​ພິທີ​ອາ​ໄລ​ຫາ​ການ​ນຳ Fidel Castro ​ແລະ ວາງສະ​ແດງ​ຊຸດ​ຮູບ​ຖ່າຍ “ຈຸດ​ເວລາ​ທີ່ປະທານ Fidel Castro ​ຢູ່​ເຂດ​ດິນ​ອັນ​ດຸ​ເດືອດ ກວາງ​ຈີ້ ​ເມື່ອ​ປີ 1973“. ທ່ານ​ເລ​ວຽດຈີ່, ຢູ່​ນະຄອນ ດົ່ງ​ຮ່າ ​ໄດ້​ເວົ້າ​ດ້ວຍ​ຄວາມ​ສະ​ເທືອ​ນ​ໃຈ​ວ່າ:
      “ຮູບ​ພາບ Fidel Castro  ​ແມ່ນ​ດີ​ເລີດ, ​ເພິ່ນ​ແມ່ນ​ປະມຸກ​ລັດ​ຜູ້​ທຳ​ອິດ, ​ແລະ ​ເປັນ​ຜູ້​ໜຶ່ງ​ດຽວ​ໄດ້​ມາ​ຢາມ​ເຂດ​ປົດ​ປ່ອຍ ກວາງ​ຈີ້. ​ເພິ່ມ​ແມ່ນ​ຮູບ​ພາບ​ທີ່​ສວຍ​ງາມ​ຢູ່ໃນ​ໃຈ​ຂ້າພະ​ເຈົ້າ ກໍ່​ຄື​ປະຊາຊົນ ກວາງ​ຈີ້. ຂ້າພະ​ເຈົ້າ​ປາຖະໜາ​ວ່າ, ສາຍ​ພົວພັນ​ອັນ​ສະໜິດ​ຕິດ​ພັນ​ລະຫວ່າງ ຫວຽດນາມ - ກູ​ບາ ​ເວົ້າ​ລວມ ​ແລະ ກວາງ​ຈີ້​ເວົ້າ​ສະ​ເພາະ ນັບ​ມື້​ນັບ​ຮັດ​ແໜ້ນ​ກວ່າ​ອີກ“.
(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top