• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມໄດ້ມີກ່ຳປັ່ນດຳນ້ຳ6ລຳທີ່ທັນສະໄໝ

ກ​່ຳ​ປັ່ນດຳ​ນ້ຳລຳສຸ​ດ​ທ້າຍໄດ້​ໄປ​ຮອ​ດ​ອ່າວ​ ກາມ​ແຣງ
(ພາບ: nld.com.vn)
           ວັນ​ທີ 20/01, ກ່ຳ​ປັ່ນ​ຂົນ​ສົ່ງ​ປະ​ເພດ​ໜັກ Rolldock Srorm, ຂອງ​ໂຮນ​ລັງ, ໄດ້​ຂົນ​ສົ່ງ​ກ​່ຳ​ປັ່ນດຳ​ນ້ຳລຳສຸ​ດ​ທ້າຍ ໃນ​ຈ​ຳ​ນວນ 6 ລຳເຊິ່ງ​ຫວຽດ​ນາມ ຊື້​ຂອງ​ສະ​ຫະ​ພັນ​ລັດ​ເຊຍ ໄດ້​ໄປ​ຮອ​ດ​ອ່າວ​ ກາມ​ແຣງ, ແຂວງ​ແຄ໋ງຮ່​ວາ. ພັ​ນ​ໂທ ຫງວຽນ​ຫຶວ​ມິງ, ຜ​ູ້​ຮັບ​ຜິດ​ຊອບ​ການ​ເມືອງກອງ​ພົນ​ນ້ອຍ​ກ່ຳ​ປັ່ນ​ດຳ​ນ້ຳ 189 - ກຳ​ລັງ​ກອງ​ທັບ​ເຮືອ ໃຫ້​ຮູ້​ວ່າ.
        “ກ່ຳ​ປັ່ນ​ເລກ​ທີ 6 ມີ​ຊື່ ບ່າ​ເຣີຍ - ວູງ​ເຕົ່າ, ອາດ​ສາ​ມາດ​ເວົ້າ​ໄດ້​ວ່າ ໄດ້​ສຳ​ເລັດ​ວິ​ວັດ​ການ​ຮັບ​ກ່ຳ​ປັ່ນ​ດຳ​ນ້ຳ 6 ລຳ​ທີ່​ທັນ​ສະ​ໄໝ​ທີ່​ສຸດ ເຊິ່ງກອງ​ທັບ​ເຮືອ​ຫວຽດ​ນາມ ໄດ້​ຮັບ​ການ​ຄຸ້ມ​ຄອງ ແລະ ນຳ​ໃຊ້. ເລື່ອງ​ຮັບ​ປະ​ກັນ​​ຄວາມ​ໝັ້ນ​ຄົ​ງ ແລະ ຜັນ​ຂະ​ຫຍາຍບັນ​ດາ​ໜ້າ​ທີ່​ໃນ​ວຽກ​ງານ​ຝຶກ​ອົບ​ຮົ​ມ, ຮ່ຳ​ຮຽນ, ປະ​ຕິ​ບັດ​ງານ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ວຽກ​ງານ​ທີີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ສຳ​ລັບ​ກຳ​ລັງ​ກ່ຳ​ປັ່ນ​ດຳ​ນ້ຳ​ຂອງ​ພວກ​ຂ້າ​ພະ​ເຈົ້າ, ພາຍ​ຫຼັງ​ວິ​ວັດ​ການມອບ​ຮັບ​ສຳ​ເລັດ ແລະ ເປັນ​ເຈົ້າ​ອາ​ວຸດ, ອຸດ​ປະ​ກອນ​ເຕັກ​ນິກ​ທີ່​ທັນ​ສະ​ໄໝ ແລະ ພ້ອມ​ແລ້ວ​ທີ່​ຈະ​ກະ​ກຽມ​ການ​ສູ້​ຮົບ”.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top