• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະອິນໂດເນເຊຍຍູ້ແຮງແລະເປີດກວ້າງການຮ່ວມມືໃນທຸກຂົງເຂດ

      ໃນຂອບເຂດການຢ້ຽມຢາມສ.ອິນໂດເນເຊຍຢ່າງເປັນທາງການ, ວັນທີ 22 ສິນຫາ, ຢູ່ສຳນັກງານສະພາແຫ່ງຊາດອິນໂດເນເຊຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ມີການພົບປະກັບທ່ານປະທານສະພາຜູ້ແທນປະຊາຊົນ (ສະພາຕ່ຳ) ອິນໂດເນເຊຍ Setya Novanto.

 ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ
(ພາບປະກອບ)
      ທີ່ການພົບປະ, ການນຳ 2 ຝ່າຍໄດ້ເຫັນດີນຳກັນໂດຍຖືວ່າ, ຫວຽດນາມ ແລະ ອິນໂດເນເຊຍ ແມ່ນ 2 ປະເທດມີບົດບາດສຳຄັນໃນອາຊຽນ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ແບ່ງປັນບັນດາຜົນປະໂຫຍດ ແລະ ທັດສະນະທີ່ຄ້າຍຄືກັນ. 2 ຝ່າຍຕ້ອງມານະພະຍາຍາມເປີດກວ້າງການຮ່ວມມືນັບທັງຊອງພັກ, ລັດ, ສະພາແຫ່ງຊາດ ແລະ ບັນດາອົງການຈັດຕັ້ງປະຊາຊົນ… ຍູ້ແຮງການຮ່ວມມືລະຫວ່າງ 2 ປະເທດກ່ຽວກັບດ້ານເສດຖະກິດ, ການຄ້າ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 8 ຕື້ USD ໃນປີ 2018 ແລະ ບັນລຸໄດ້ຄາດໝາຍ 10 ຕື້ USD ໂດຍໄວ; ຍູ້ແຮງການເຄື່ອນໄຫວຂອງບັນດາສະມາຊິກລັດຖະສະພາລະຫວ່າງ 2 ປະເທດເພື່ອແນໃສ່ຊຸກຍູ້ການຮ່ວມມື ແລະ ແລກປ່ຽນບົດຮຽນລະຫວ່າງ 2 ອົງການນິຕິບັນຍັດໃນໄລຍະຈະມາເຖິງ. 2 ຝ່າຍກໍ່ຕ້ອງສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີປາໄສພາກພື້ນ ແລະ ສາກົນ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top