• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແມ່ນສະມາຊິກອັນຕັ້ງໜ້າໃນການຮັກສາສິ່ງແວດລ້ອມ


ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດິງ​ເຫ້ວ
ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ
Naoko Ishii ປະ​ທານກອງ​ທຶນ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ

      ຕອນ​ບ່າຍ​ວັນ​ທີ 24/2, ຢູ່​ຮ່​າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດິງ​ເຫ້ວ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Naoko Ishii ປະ​ທານກອງ​ທຶນ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດິງ​ເຫ້ວ ຢືນ​ຢັນ​ວ່າ ຫວຽດ​ນາມ​ຍາມ​ໃດ​ກໍ​ສູ້​ຊົນ​ກາຍ​ເປັນ​ສະ​ມາ​ຊິກ​ອັນ​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ຊຶ່ງ​ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ, ພິ​ເສດ​ແມ່ນ​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ສິ່ງ​ແວດ​ລ້ອມ ຕິດ​ພັນ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ສ່ວນ​ທ່ານ​ນາງ Naoko Ishii ຢືນ​ຢັນ​ວ່າ ຈະ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ລັດ​ຖະ​ບານ​ຫວຽດ​ນາມ​ໃນ​ບັນ​ຫາ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ທ່ານ​ນາງ​ຍັງ​ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ເມື່ອ​ເຫັນ​ວ່າ ດ້ວຍ​ການ​ໜູນ​ຊ່ວຍ​ຂອງກອງ​ທຶນ, ຫວຽດ​ນາມ​ໄດ້​ຕັ້ງ​ໜ້າ​ສະ​ແດງ​ບົດ​ບາດ​ນຳ​ໜ້າ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ຮູບ​ແບບ​ນະ​ຄອນ​ໝັ້ນ​ຄົງ ຊຶ່ງ​ແມ່ນ​ຮູບ​ແບບ​ທີ່ກອງ​ທຶນ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ​ຈະ​ທະ​ວີ​ຄູນ​ຢູ່​ບັນ​ດາ​ປະ​ເທດ​ໃນ​ວົງ​ວຽນ​ຕໍ່​ໄປ.
(ແຫຼ່ງຄັດຈາກ VOV)
 

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top