• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແກ້ໄຂບັນດາບັນຫາຂັດແຍ້ງກັນຢູ່ທະເລຕາເວັນອອກດ້ວຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ທ່ານ​ນາງ ​ເລ​ທິທູ​ຮັ່ງ
       ວັນ​ທີ 09/04/2017, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ ຫວຽດນາມ ຕໍ່​ແຫຼ່ງຂ່າວ​ ທ່ານ​ປະທານາທິບໍດີ ຟີ​ລິບ​ປີນ Duterte ອອກ​ຄຳ​ສັ່ງ​ໃຫ້​ກອງທັບຢືດຄອງທຸກ​ໂຄງ​ສ້າງ​ພູມ​ສາດ​ເຊິ່ງ ຟີ​ລິບ​ປີນ ມີ​ຄຳ​ຮຽກ​ສິດ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​​ແຕ່ຍັງ​ບໍ່​ທັນ​ຖືກ​​ຝ່າຍ​​ໃດຢືດຄອງ ກໍ່​ຄື​ຖະ​ແຫຼ​ງ ຈະ​ຢ້ຽມຢາມ​ເກາະ ທິຕື ທີ່ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊາ ຂອງ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ທ່ານ​ນາງ ​ເລ​ທິທູ​ຮັ່ງ ຊີ້​ແຈ້ງວ່າ ຫວຽດນາມ ​ເອົາ​ໃຈ​ໃສ່ ​ແລະ ພວມ​ຕິດຕາມ, ກຳນົດ​ບັນດາ​ແຫຼ່ງຂ່າວ​ນີ້. ຫວຽດນາມ ມີ​ພະຍານ​ຫຼັກ​ຖານປະຫວັດສາດ ​ແລະ ພື້ນຖານ​ນິຕິ​ກຳ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຕົນ​ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ທຸກ​ການ​ກະທຳ​ຂອງ​ປະ​ເທດ​ອື່ນໆ​ຢູ່ 2 ໝູ່​ເກາະ​ດັ່ງກ່າວ ຖ້າບໍ່​ໄດ້​ຮັບ​ການ​ອະນຸຍາດ​ຂອງ ຫວຽດນາມ ລ້ວນ​ແຕ່​ຜິດ​ກົດໝາຍ ​ແລະ ​ໄຮ້​ຄຸນຄ່າ. ທ່ານ​ນາງ ​ເລ​ທິທູ​ຮັ່ງ ​ເນັ້ນ​ໜັກ​ວ່າ ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ນັ້ນ​ແມ່ນ ທຸກ​ການ​ຂັດ​ແຍ້​ງກັນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ. ​ໃນ​ຂະນະ​ທີ່​ພວມ​ລໍຖ້າຊອກ​ຫາ​ມາດ​ຕະການ​ແກ້​ໄຂ​​ໂດຍພື້ນຖານ ​ແລະ ຍາວ​ນານ​ໃຫ້​ແກ່​ການ​ຂັດ​ແຍ້​ງກັນ, ບັນດາ​ຝ່າຍ​ຄວນ​ລະງັບ​ໃຈ, ບໍ່​​ໃຫ້​ເກີດ​ບັນດາ​ການ​ກະທຳ​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ວຸ້ນວາຍ ຫຼື ​ເປີດ​ກ້ວາງ​ການ​ຂັດ​ແຍ້​ງກັນ, ​ເໝາະ​ສົມ​ກັບ​ຈິ​ດ​ໃຈ ​ແລະ ​ເນື້ອ​ໃນ​ຈິດ​ໃຈ​ຂອງຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ປີ 2002.
 (ແຫຼ່ງຄັດຈາກ VOV)
 
 

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top