• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມວາລະໄຂກອງປະຊຸມສະມັດຊາລັດຖະສະພາອາຊີ


ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ: nhandan.com.vn)
 
      ວາ​ລະ​ປະ​ຊຸມ​ຄັ້ງ​ທີ 9 ສະ​ມັດ​ຊາ​ລັດ​ຖະ​ສະ​ພາ ອາ​ຊີ (APA) ​ໄດ້ໄຂ​ຂຶ້ນ​ໃນ​ວັນ​ທີ 28/11, ຢູ່ ຊຽມ​ຣຽບ, ປະ​ເທດ ກຳ​ປູ​ເຈຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 23 ຄະ​ນະ​ສະ​ມັດ​ຊາ​ລັດ​ຖະ​ສ​ະ​ພາ​​ບັນ​ດາ​ປະ​ເທດໃນ​ພາກ​ພື້ນ. ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໂດຍ​ທ່ານ​ນາງ ຕ່ອງ​ທິ​ຟ໋ອງ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ນຳ​ໜ້າ, ເຂົ້າ​ຮ່ວມ​ກອງ​ປະ​ຊຸມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ຮ​ູນ​ແຊນ ໄດ້​ເນັ້ນ​ໜັກ​ວ່າ: ​ປີນີ້ກອງ​ປະ​ຊຸມ​ໃຫ​ຍ່​ໄດ້​ເລືອກ​ເຟັ້ນ​ຫ​ົວ​ຂໍ້ “ເພີ່ມ​ທະ​ວີ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່ ອາ​ຊີ”, ແມ່ນ​ຫົວ​ຂໍ້​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​​ສະ​ຕິຮັກ​​ຫອມສັນ​ຕິ​ພາບ​ຂອງ​ປະ​ຊາ​ຊົນ ອາ​ຊີ, ຕອບ​ສະ​ໜອງ​ສະ​ພາບ​ການ​​ໂລກ​ໃນ​ປະ​ຈຸ​ບັນ. ທ​ີ່​ວາ​ລະ​ໄຂ, ບັນ​ດາ​ການ​ນຳ​ສະ​ພາ​ແຫ່ງ​ຊາ​ດ​ປະ​ເທດ​ຕ່າງໆ ປາດ​ຖະ​ໜາ​ວ່າ ບັນ​ດາ​ປະ​ເທດ ອາ​ຊີ ສືບ​ຕໍ່​ສາ​ມັກ​ຄີ​ກັນມຸ່ງ​ໄປ​ເຖິງ​ການ​ຊຸ​ກ​ຍູ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ, ຄວາມ​ວັດ​ທະ​ນາ​ຖາ​ວອນ​ແບບ​ຍືນ​ຍົງ​ຢູ່​ພາກ​ພື້ນ. ຕາມ​ໂຄງ​ການ​ແລ້ວ, ກອງ​ປະ​ຊຸມ APA ຄັ້ງ​ທີ 9 ມີ​ບັນ​ດາ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ, ວາ​ລ​ະ​ປະ​ຊຸມ​ຂອ​ງ​ສະ​ມາ​ຊິກ​​ລັດ​ຖະ​ສະ​ພາຍິງ APA, ​ວາ​ລະປະ​ຊຸມ​ຂອງ​ກຳ​ມາ​ທິ​ການ​ປະ​ຈຳ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມ…
        ຢູ່ນອກ​ວາ​ລະ​ໄຂ​ກອງ​ປະ​ຊຸມ APA, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ່ອງ​ທິ​ຟ໋ອງ ມີ​ການ​ພົບ​ປະ​ກັບ​ທ່ານ​ນາງ ປາ​ນີ ຢາ​ທໍ​ຕູ້, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ. ທີ່​ການ​ພ​ົບ​ປະ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ປາດ​ຖະ​ໜາ​​ຢາກ ສືບ​ຕໍ່ສົມ​ທົບ​ກັນ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສ​ະ​ພາ​ແຫ່ງ​ຊາດ​ລາວ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ ແລະ ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ວຽກ​ງານ. ທ່ານ​ນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ປາ​ນີ ຢາ​ທໍ​ຕູ້ ຢັ້ງ​ຢືນ​ວ່າ ສະ​ພາ​ແຫ່ງ​ຊາດ​ລາວ ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​​ຮ່ວມ​ມື ແລະ ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ປະ​ຕິ​ບັດ​ງານ​ກັບ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top