• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມງານຕະຫລາດນັດ ຈີນ-ອາຊີໃຕ້ຄັ້ງທີ 3


ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ
ພາບ:evn.com

        ວັນ​ທີ 12/6, ງານ​ຕະ​ຫລາດ​ນັດ ຈີນ - ອາ​ຊີ​ໃຕ້ ຄັ້ງ​ທີ 3 ແລະ ງານ​ຕະ​ຫລາດ​ນັດ​ຂາ​ອອກ​ຂາ​ເຂົ້າ ຄູນ​ໝີງ ຄັ້ງ​ທີ 23 ຖືກ​ໄຂ​ຂຶ້ນ​ຢູ່ ນະ​ຄອນ ຄູນ​ໝີງ ແຂວງ​ຢູ​ນ​ຫນານ ປະ​ເທດ​ຈີນ.  ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ເນັ້ນ​ຫນັກ​ວ່າ: ງານ​ຕະ​ຫລາດ​ນັດ​ຈີ​ນ - ອາ​ຊີ​ໃຕ້ ມີ​ຄວາມ​ໝາຍ​ສຳ​ຄັນ, ແມ່ນ​ຂົວ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ລ​ະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຮ່​ວາງ​ຈູງ​ຫາຍ ໃຫ້​ຮູ້​ວ່າ: ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ ໄດ້ ແລະ ພວມ​ພັດ​ທະ​ນາ​ຢ່າ​ງ​ແຮງ. ຈີນ ກາຍ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ສຸດ​ຂອງ​ຫວຽດ​ນາມ​ຢ່າງ​ລຽນ​ຕິດ​ໃນ 11 ປ​ີ​ຜ່ານ​ມາ ແລະ ຫວຽດ​ນາມ ກໍ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ 2 ຂອງ​ຈີນ​ໃນ​ອາ​ຊຽນ. ຫວຽດ​ນາມ ສະ​ຫ​ນັບ​ສະ​ຫນູນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫລາຍ​ດ້ານ​ກັບ​ຈີນ ເວົ້າ​ລວມ ແລະ ແຂວງ ຢູນ​ຫນານ ເວົ້າ​ສະ​ເພາະ, ສົ່ງ​ເສີມ ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຈີນ ລົງ​ທຶນ ແລະ ທຳ​ມາ​ຫາ​ກິນ​ຍາວ​ນານ​ຢູ່ ຫວຽດ​ນາມ.
        ງານ​ຕະ​ຫລາດ​ນັດ ຈີນ - ອາ​ຊີ​ໃຕ້​ປີນີ້ ດຶງ​ດູດ​ການເຂົ້າ​ຮ່ວມຂອງ ກວ່າ 3.000 ວິ​ສາ​ຫະ​ກິດ​ ​ມາ​ຈາກ 31 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ພາກ​ພື້ນ ອາ​ຊີ​ໃຕ້ ແລະ ອາ​ຊຽນ ດ້ວຍ ກວ່າ 6000 ຮ້ານ​ວາງ​ສະ​ແດງ, ໃນ​ນັ້ນ ຫວຽດ​ນາມ ມີ​ຮ້ານ​ວາງ​ສະ​ແດງ 144 ຮ້ານ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top