• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມກອງປະຊຸມ SOM ອາຊຽນ ຢູ່ ຟີລິບປີນ


ກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາວຸໂສ ອາ​ຊຽນ (SOM)
(ພາບ: TTXVN)

      ຕອນ​ເຊົ້າ​ວັນ​ທີ 20/2, ຢູ່ Brocay, ຟີ​ລິບ​ປີນ, ໄດ້ໄຂ​ກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາວຸໂສ ອາ​ຊຽນ (SOM) ເພື່ອ​ກະ​ກຽມ​ເນື້ອ​ໃນ​ໃຫ້​ກອງປະຊຸມວົງແຄບລັດ​ຖະ​ມົນ​ຕີ​​ການ​ຕ່າງ​ປະ​ເທດ. ທ່ານ ຫງວຽນ​ກວົ໋ກ​ຢູງ, ຮອງ​ລັດ​ຖ​ະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ຫົວ​ໜ້າ SOM ອາ​ຊຽນ ຂອງ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ. ທີ່ກອງ​ປະ​ຊຸມ, ຫົວ​ໜ້າ SOM ຂອງ​ບັນ​ດາ​ປະ​ເທດ​ທີ່ເປັນ​ສະ​ມາ​ຊິກ ອາ​ຊຽນ ເຫັນ​ດີ​ເປັນ​ເອ​ກະ​ສັນ​ກ່ຽວ​ກັບ​ເນື້ອ​ໃນ​ຈຳ​ນວນ​ໜື່ງ​ເຊິ່ງຈະຍື່ນສະເໜີ​ຢູ່ກອງ​ປະ​ຊຸມວົງ​ແຄບລັດ​ຖະ​ມົນ​ຕີ​​ການ​ຕ່າງ​ປະ​ເທດ ໃນ​​ວັນ​ທີ 21/2, ລວມ​ມີ ສະ​ພາບການ​​ໂລກ ແລະ ພາກ​ພື້ນ; ວຽກງານ​ຜັນ​ຂະ​ຫຍາຍ​ໝາກ​ຜົນ​ຂັ້ນ​ສູງ​ອາ​ຊຽນ ຄັ້ງ​ທີ 28 ແລະ 29; ຈຸດ​ສຸມ​ໃຫ້​ບຸ​ລິ​ມະ​ຊິກ​ຂອງ​ອາ​ຊຽນ​ໃນ​ປີ 2017 ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ ຂອງ ອາ​ຊຽນ. ປີ 2017 ໄດ້ຮັບຖືວ່າ​ເປັນ ປີ​ສະ​ເຫຼີມສະຫຼອງ “ຄຳ” ເມື່ອ ອາ​ຊຽນ ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ສ້າງ​ຕັ້ງ ແລະ ກ້າວເຂົ້າສູ່ປີທີ 2 ແຫ່ງການສ້າງ​ປະ​ຊາ​ຄົມ.
         ສືບ​ຕໍ່​ທິດ​ນຳ “ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະ ມີຄວາມ​ຮັບ​ຜິດ​ຊອບ”, ຫວຽດ​ນາມ ຈະ​ ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ຢ່າງແໜ້ນແຟ້ນບົນຈິດໃຈ​ເຈດ​ຕະ​ນາ​ດີ, ຈິງ​ໃຈ ເພື່ອ​ສ້າງຄວາມ​ປະ​ທັບ​ໃຈກ່ຽວກັບ​​ຜົນ​ສຳ​ເລັດ​ຂອງ​ອາ​ຊຽນ​ໃນ​ປີສະ​ເຫຼີມສະຫຼອງ “ຄຳ” 2017. ຫວຽດ​ນາມ​ ບຸ​ລິ​ມະ​ຊິກບັນ​ດາ​ໜ້າ​ທີ່​ຄື: ສືບ​ຕໍ່​ປັບ​ປຸງ, ຮັກ​ສາ​ສາ​ມັກ​ຄີ, ເຫັນ​ດີ​ເປັນ​ເອ​ກະ​ພາບ​ຂອງ​ອາ​ຊຽນ; ກໍ່ຄືບັນດາຫຼັກການ, ຄຸນຄ່າທີ່ໄດ້ສ້າງເປັນຜົນສຳເລັດຂອງ ອາຊຽນ; ຊຸກ​ຍູ້ການ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ ອາ​ຊຽນ 2025 ແລະ ບັນ​ດາ​ແຜນ​ການ​ສັງລວມ​ຢ່າງ​ມີ​ປະ​ສິ​ດ​ທິຜົນ; ສືບ​ຕໍ່​ປັບ​ປຸງ, ຍົກ​ສູງ​​ປະ​ສິດ​ທິຜົນ ກົງ​ຈັກການຈັດ​ຕັ້ງ ​ເພື່ອ​ແນ​ໃສ​່ຕອບ​ສະ​ໜອງ​ບັນ​ດາຄວາມ​ຮຽກ​ຮ້ອງ ແລະ ໜ້າ​ທີ່​ໄດ້​ວາງອອກໃຫ້ດີກວ່າ​; ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ອາ​ຊຽນ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ເຈ​ລະ​ຈາ ໃຫ້ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ ແລະ ສຸດ​ທ້າຍ​ແມ່ນ​ເພີ່ມ​ທະ​ວີວຽກງານ​ ໂຄສະນາ ​ເພື່ອ​ນຳ​ປະ​ຊາ​ຄົມ ອາ​ຊຽນ ເຂົ້າ ຊີ​ວິດການເປັນຢູ່, ນັບ​ມື້​ນັບມີຄວາມ​ໃກ້ຊິດ ສະ​ໜິດ​ຕິດ​ພັນ ກັບ ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top