• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມສ້າງຄວາມປະທັບໃຈສຳລັບຜູ້ແທນສາກົນເຂົ້າຮ່ວມບັນດາກອງປະຊຸມຂອງ APEC


ນະ​ຄອນ​ດ່ານັ້ງ
(ພາບ​ປະ​ກອບ​ອີນ​ເຕີ​ແນັດ)
      ຫວຽດ​ນາມ​ສ້າງ​ຄວາມ​ປະ​ທັບ​ໃຈ​ສຳ​ລັບ​ຜູ້​ແທນ​ສາ​ກົນ​ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ຂອງ APEC, ນີ້​ແມ່ນ​ຄຳ​ເຫັນ​ຂອງ​ບັນ​ດາ​ຜູ້​ແທນ​ສາ​ກົນ​ຢູ່ນອກກອງ​ປະ​ຊຸມ​ຄັ້ງ​ທີ​ໜຶ່ງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສ​ູງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊ​ີ - ປາ​ຊີ​ຟິກ (SOM1) ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ​້ອງ ຖືກ​ດຳ​ເນີນ​ຢູ່​ຍາ​ຈາງ, ແຂວງ​ແຄ໋ງ​ຮ່​ວາ ໃນ​ລະ​ຫວ່າງວັນ​ທີ 18/02 – 03/03/2017. ທ່ານ Andrey Klochenko, ຜູ້​ແທ​ນ​ທີ່​ມາ​ຈາກ​ສະ​ຫະ​ພັນ​ລັດ​ເຊ​ຍ, ໄດ້​ແບ່ງ​ປັນ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ກອງ​ປະ​ຊຸມ SOM 1 ຂອງ​ຫວຽດ​ນາມ. ຄະ​ນະ​ຈັດ​ຕັ້ງ​ມີ​ຖັນ​ແຖວ​ພະ​ນັກ​ງານ​ເຮັດ​ວຽກ​ແບບ​ມີ​ອາ​ຊ​ີບ, ມີ​ປະ​ສິດ​ທິ​ຜົນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ຜູ້​ແທນ​ຈາກ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ APEC ເຂົ້າ​ຮ່ວມກອງ​ປະ​ຊຸມ. ທ່ານ Mohamad Iqbal Djamil, ຜູ້​ແທນ​ມາ​ຈາກ​ອິນ​ໂດ​ເນ​ເຊຍ ໃຫ້​ຮູ້​ວ່າ, ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ທ່ານ​ມາ​ນະ​ຄອນ​ທະ​ເລ​ຍາ​ຈາງ, ພາຍ​ຫຼັງ​ກອງ​ປ​ະ​ຊຸມນີ້​ທ່ານ​ຈະ​ສະ​ຫງວນ​ເວ​ລາ​ເພື່ອ​ຄົ້ນ​ຫາ​ຍາ​ຈາງ. ສຳ​ລັບ​ທ່ານ​ນາງ Anne Veronica Craig, ຜູ້​ແທນ​ທີ່​ມາ​ຈາກ​ອົດ​ສະ​ຕາ​ລີ ໃຫ້​ຮູ້​ວ່າ, ທ່ານ​ໄດ້​ມາ​ຫວຽດ​ນາມ 3 ຄັ້ງ ແລະ ຍາມ​ໃດ​ທ່ານ​ນາງກໍ່ໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ປະ​ຊາ​ຊົນ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top