• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຫວຽດນາມມີຄວາມພະຍາຍາມປະຕິບັດຄຳໝັ້ນສັນຍາສາກົນ ວ່າດ້ວຍສິດທິມະນຸດ

ເນື່ອງໃນໂອກາດລະນຶກວັນສິດທິມະນຸດໂລກວັນທີ 10 ທັນວາ, ທ່ານ ຮ່າກິມງອກ, ລັດຖະມົນຕີຊ່ວຍວ່າການກະຊວງການ ຕ່າງປະເທດ ຫວຽດນາມ ໄດ້ມີບົດຂຽນທີ່ຍົກໃຫ້ເຫັນບັນດາຄວາມພະຍາຍາມອັນ ໃຫຍ່ຫຼວງຂອງຫວຽດນາມໃນການເຂົ້າຮ່ວມ ແລະ ປະຕິບັດບັນດາ ສົນທິສັນຍາ, ໃຫ້ຄຳໝັ້ນສັນຍາສາກົນວ່າດ້ວຍສິດທິມະນຸດ. ວາລະ ສານຂ່າວພາບຫວຽດນາມສະບັບນີ້ ຂໍຖືເປັນກຽດນຳສະເໜີສ່ວນຫນຶ່ງຂອງເນື້ອໃນບົດຂຽນດັ່ງກ່າວດັ່ງລຸ່ມນີ້. 
ຫວຽດນາມເຂົ້າຮ່ວມ ແລະ ປະຕິບັດບັນດາສົນທິສັນຍາ, ໃຫ້ຄຳໝັ້ນ ສັນຍາສາກົນວ່າດ້ວຍສິດທິມະນຸດ


ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນສູງ ແລະ ສະໄຫມປະຊຸມຄັ້ງທີ 28
ສະພາສິດທິມະນຸດຂອງສະຫະປະຊາຊາດ. ພາບ: ໂຕ໋ອວຽນ/VNA

 
ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຮ່າກິມງອກ. ພາບ: ຖົ໋ງເຍິດ/VNA
"ຜ່ານການເຄື່ອນໄຫວສາກົນຕ່າງໆກ່ຽວກັບສິດທິມະນຸດ, ຫວຽດນາມ ນັບມື້ສະແດງໃຫ້ເຫັນບົດບາດ ແລະ ການປະກອບສ່ວນຢ່າງຕັ້ງຫນ້າ ເຂົ້າໃນການສ້າງຄຸນຄ່າຂອງສິດທິມະນຸດເວົ້າລວມໃນຂົງເຂດພາກພື້ນ ແລະ ສາກົນ".
ຫວຽດນາມໄດ້ເຂົ້າຮ່ວມເກືອບໝົດທຸກບັນດາສົນທິສັນຍາສາກົນ ພື້ນ ຖານວ່າດ້ວຍສິດທິມະນຸດ (7/9 ສົນທິສັນຍາ), ໃນນັ້ນ, ຫວຽດນາມ ເປັນປະເທດທີສອງໃນໂລກ ແລະ ເປັນປະເທດທຳອິດຢູ່ທະວີບອາຊີ ເຂົ້າຮ່ວມສົນທິສັນຍາວ່າດ້ວຍສິດທິຂອງເດັກນ້ອຍ. ຕົ້ນປີ 2015 ນີ້, ຫວຽດນາມໄດ້ໃຫ້ສັດຕະຍາບັນສົນທິສັນຍາຄົນພິການ ແລະ ສົນທິ ສັນຍາຕ້ານການທໍລະມານ. ຫວຽດນາມຍັງເຂົ້າຮ່ວມ 20 ສົນທິສັນຍາ ວ່າດ້ວຍສິດອອກແຮງງານຂອງອົງການແຮງງານສາກົນ(ILO), ໃນນັ້ນມີຈຳນວນ 5/8 ສົນທິສັນຍາພື້ນຖານຂອງອົງການແຮງງານສາກົນ. ຊຶ່ງເປັນການໃຫ້ຄຳຫມັ້ນສັນຍາລະດັບສູງທີ່ສຸດ, ລວມທັງທຽບໃສ່ຫຼາຍ ປະເທດທີ່ພັດທະນາ, ສະແດງເຖິງຄວາມພະຍາຍາມອັນໃຫຍ່ຫຼວງ ຂອງຫວຽດນາມໃນເງື່ອນໄຂທີ່ເສດຖະກິດ-ສັງຄົມຍັງປະສົບກັບ ຄວາມຫຍຸ້ງຍາກຫລາຍຢ່າງ.

ຄວາມພະຍາຍາມຂອງຫວຽດນາມບໍ່ພຽງແຕ່ສະແດງ ໃຫ້ເຫັນດ້ານ ຈຳນວນບັນດາສົນທິສັນຍາສາກົນກ່ຽວກັບສິດທິມະນຸດທີ່ຫວຽດນາມ ເຂົ້າຮ່ວມເທົ່ານັ້ນ ຫາກຍັງທັງມີຈິດໃຈທີ່ເຂັ້ມງວດ ໃນການປະຕິບັດ ພາລະໜ້າທີ່ຂອງປະເທດສະມາຊິກທີ່ເຂົ້າຮ່ວມສົນທິສັນຍາ. ເປັນຕົ້ນແມ່ນຄວາມພະຍາຍາມ ຫັນກົດໝາຍພາຍໃນ, ຂໍ້ກຳນົດຂອງບັນດາ ສົນທິສັນຍາວ່າດ້ວຍສິດທິມະນຸດ (ນັບເປັນຫຼາຍສິບພັນເອກະສານ ກົດໝາຍ ແລະ ລຸ່ມກົດໝາຍຕ້ອງໄດ້ປັບປຸງຄືນ, ເພີ່ມເຕີມ ແລະ ປະ ກາດໃຊ້ໃໝ່…); ການຈັດຕັ້ງຜັນຂະຫຍາຍຊວນເຊື່ອ, ການເຜີຍແຜ່ ບັນດາສົນທິສັນຍາສາກົນວ່າດ້ວຍສິດທິມະນຸດ ໃນຂອບເຂດ ທົ່ວ ປະເທດ, ໂດຍຜ່ານພາຫະນະສື່ມວນຊົນຕ່າງໆ, ພ້ອມກັນນັ້ນຍັງໄດ້ ນຳເຂົ້າຫຼັກສູດການສຶກສາ; ປະຕິບັດຢ່າງເຂັ້ມງວດບັດດາພັນທະ ພາກບັງຄັບທີ່ ກ່ຽວພັນເຖິງການກໍ່ສ້າງ ແລະ ສົ່ງບົດລາຍງານລະດັບຊາດ. ຫວຽດນາມໄດ້ຮຽບຮຽງ ແລະ ຍື່ນບົດລາຍງານແຫ່ງຊາດ 16 ສະບັບ ຕໍ່ບັນດາຄະນະກຳມະການສົນທິສັນຍາວ່ດ້ວຍສິດທິມະນຸດ ແລະ ໄດ້ຮັບການຕີລາຄາສູງໃນດ້ານຄຸນນະພາບ.

ຫວຽດນາມສືບຕໍ່ປະຕິບັດບັນດາຄຳໝັ້ນໝາຍສາກົນອື່ນໆກ່ຽວກັບ ສິດທິມະນຸດ ຊຶ່ງພົ້ນເດັ່ນແມ່ນ ກົນໄກກວດກາການເຜີຍແຜ່ທົ່ວໄປປະ ຈຳໄຕມາດ (UPR) ຂອງຄະນະກຳມະການສິດທິມະນຸດ. ຫວຽດນາມໄດ້ປະຕິບັດການກວດກາ (UPR)  ຄັ້ງທຳອິດເມື່ອເດືອນພຶດສະພາ 2009, ຮັບຮອງເອົາຈຳນວນ  96/123 ຂໍ້ສະເໜີ. ທີ່ວາລະກວດກາ ປະຈຳໄຕມາດຄັ້ງທີສອງໃນເມື່ອເດືອນກຸມພາ 2014, ຫວຽດນາມໄດ້ ຮັບຮອງເອົາຈຳນວນ 182/227 ຂໍ້ສະເໜີ. ຫວຽດນາມໄດ້ມີທ່າທີອັນ ຕັ້ງຫນ້າ ແລະ ເຂັ້ມງວດໃນການກະກຽມບົດລາຍງານ, ເຂົ້າຮ່ວມ ພົບປະສົນທະນາ ແລະ ອັດຕາສ່ວນຮັບຮອງເອົາບັນດາຂໍ້ສະເໜີ ດັ່ງ ກ່າວແມ່ນຢູ່ລະດັບສູງ. ສິ່ງທີ່ສຳຄັນກວ່ານັ້ນ ແມ່ນຫວຽດນາມໄດ້ມີຄວາມພະຍາຍາມປະຕິບັດເຂັ້ມງວດທີສຸດບັນດາຂໍ້ສະເໜີ ທີ່ຫວຽດ ນາມຍອມຮັບຮອງ.

ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ອະນຸມັດຜ່ານແຜນແມ່ ບົດກ່ຽວກັບການປະຕິບັດຈຳນວນ 182 ຂໍ້ສະເໜີ, ກະຊວງການຕ່າງ ປະເທດຫວຽດນາມໄດ້ຮັບໜ້າທີ່ເປັນອົງການປະສານງານ ການປະຕິ ບັດແຜນການດັ່ງກ່າວ.

ໂຄງການ ປົກປອ້ງເດັກນ້ອຍແຫ່ງຊາດ ໄດ້ສ້າງສະພາບແວດ ລ້ອມການດຳລົງຊີວິດທີ່ປອດໄພ, ປອດໃສຊຶ່ງໃນນັ້ນເດັກນ້ອຍທຸກຄົນ
ຕ່າງກໍ່ໄດ້ຮັບການປົກປ້ອງ, ໄດ້ຮັບການເບິ່ງແຍງດູແລ ແລະ ສຶກສາ. ພາບ: ກີ໋ວຈູງ/VNA



ດ້ວຍຈິດໃຈກະຕັນຍູ ແລະ ຮີດຄອງປະເພນີຂອງຄົນຫວຽດນາມ, ຜູ້ມີອາຍຸສູງຍາມໃດກໍໄດ້ຮັບການເອົາໃຈໃສ່
ເບິ່ງແຍງດູແລ ແລະ ເຄົາ ລົບນັບຖືເປັນພິເສດ. ພາບ: ເຟືອງວີ/VNA



ຊີວິດຈິດໃຈ ແລະ ດ້ານວັດຖຸຂອງຜູ້ອາຍຸສູງນັບມື້ນັບໄດ້ຍົກສູງຂຶ້ນ. ພາບ: ກົງດາດ


ມວນຊົນຊັ້ນຄົນຕ່າງໆໃນນະຄອນຫຼວງຮ່າໂນ້ຍເຂົ້າຮ່ວມການ ແລ່ນເພື່ອສ້າງກອງທຶນຊ່ວຍໜູນການປິ່ນປົວພະຍາດມະເຣງ
ແລະ ພະຍາດຫົວໃຈໃຫ້ແກ່ເດັກນ້ອຍທີ່ມີສະພາບຫຍຸ້ງຍາກ. ພາບ: ກວກແຄ໋ງ/VNA

ຕີລາຄາກ່ຽວກັບການປະກອບສ່ວນຂອງຫວຽດນາມ
ຜ່ານການເຄື່ອນໄຫວສາກົນຕ່າງໆກ່ຽວກັບສິດທິມະນຸດ, ຫວຽດນາມ ນັບມື້ສະແດງໃຫ້ເຫັນບົດບາດ ແລະ ການປະກອບສ່ວນຢ່າງຕັ້ງຫນ້າ ເຂົ້າໃນການສ້າງຄຸນຄ່າຂອງສິດທິມະນຸດເວົ້າລວມໃນຂົງເຂດພາກພື້ນ ແລະ ສາກົນ. ສິ່ງດັ່ງກ່າວແມ່ນ ສອດຄ່ອງກັບທິດທາງການຕ່າງປະ ເທດຂອງຫວຽດນາມ ເມື່ອກ້າວເຂົ້າສູ່ການພັດທະນາໄລຍະໃໝ່, ບໍ່ ພຽງແຕ່ເຂົ້າຮ່ວມຢ່າງຕັ້ງຫນ້າເທົ່ານັ້ນ ຫາກຍັງເປັນສະມາຊິກທີ່ມີ ຄວາມຮັບຜິດຊອບ ແລະ ເປັນເຈົ້າການໃນການເຂົ້າຮ່ວມຂະບວນ ການກຳນົດຮ່າງ, ສ້າງບັນດາຂໍ້ກຳນົດ ແລະ ມາດຖານລວມ. ການ ປະກອບສ່ວນຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນວິທີເຂົ້າເຖິງການ ຍົກສູງພົບປະສົນທະນາ, ຮ່ວມມືກໍ່ສ້າງເພື່ອຫຼຸດຜ່ອນຄວາມແຕກ ໂຕນ, ຫຼີກລ້ຽງການປະທະກັນໃນບັນຫາສິດທິມະນຸດ; ພ້ອມກັນນັ້ນໃຫ້ການສະໜັບສະໜູນການເຂົ້າເຖິງຢ່າງຮອບດ້ານ, ສະເຫມີພາບ ສິດຕ່າງໆ, ກົມກຽວລະຫວ່າງສິດທິຂອງ ບຸກຄົນ ແລະ ສິດທິຂອງລວມ ໝູ່. ວິທີການເຂົ້າເຖິງນີ້ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງການເຂົ້າຮ່ວມ ຂອງຫວຽດນາມໃນກົນໄກຫຼາຍຝ່າຍ ກ່ຽວກັບສິດທິມະນຸດຂອງສະ ຫະປະຊາຊາດ ແລະ ໃນຂອບເຂດອາຊຽນ. 

ນັກໂທດທີ່ຖືກກັກຂັງໄດ້ຮັບການສ້າງເງື່ອນໄຂສະດວກສຶກສາ ຮຳ່ຮຽນເພື່ອກັບຄືນມີຊີວິດໃໝ່ກັບວົງຄະນາຍາດ. ພາບ: ຢ໊ວານເຕິນ/VNA


ຊົ່ວໂມງອອກກຳລັງກາຍຂອງບັນດານັກໂທດ. ພາບ: ຢ໊ວານເຕິນ/VNA
 
ຄວາມພະຍາຍາມ ແລະ ການປະກອບສ່ວນຂອງຫວຽດນາມ ປະເທດ ຕ່າງໆໄດ້ຮັບຮູ້ ແລະ ຕີລາຄາຄວາມຕັ້ງໜ້າ. ບັນດາປະເທດໄດ້ໃຫ້ການຊົມເຊີຍຄວາມພະຍາຍາມຂອງຫວຽດນາມ ໃນການເຂົ້າຮ່ວມ ແລະ ປະຕິບັດຢ່າງເຂັ້ມງວດບັນດາສົນທິສັນຍາສາກົນ ແລະ ບັນດາ ຂໍ້ສະເໜີ, ຄຳເຕືອນໃນທາງບວກຕໍ່ອົງການຈັດຕັ້ງ ແລະ ສ່ວນບຸກຄົນທີ່ກຳອຳນາດ, ກວດກາປະຈຳໄຕມາດການເຜີຍແຜ່ທົ່ວໄປກໍຄື ຄວາມເຂັ້ມງວດຂອງຫວຽດນາມ ໃນການກໍ່ສ້າງ ແລະ ຂຽນບົດ ລາຍງານລະດັບຊາດ. ບາງປະເທດກຳລັງພັດທະນາມີຄວາມຫວັງ ຢາກຊອກຮູ້ປະສົບການຂອງ ຫວຽດນາມ. ຫວຽດນາມໄດ້ຮັບຄວາມ ໄວ້ເນື້ອເຊື່ອໃຈຈາກຫຼາຍປະເທດ, ໃຫ້ຄຳປຶກສາໃນການແກ້ໄຂບັນ ຫາທີ່ສັບສົນ ແລະ ມີລັກສະນະລະອຽດອ່ອນກ່ຽວກັບສິດທິມະນຸດ. 
ປະຕິບັດໂດຍ: VNA/VNP

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top