• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມພ້ອມກັບໂລກຕອບສະຫນອງການເຄື່ອນໄຫວມອບໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກ

ຮ່າ​ໂນ້ຍ​ຈັດ​ການ​ເຄື່ອນ​ໄຫວມອດ​ໄຟ​ຫນຶ່ງ​ຊົ່ວ​ໂມງ​
ເພື່ອ​ຫນ່ວຍ​ໂລກ 2017”
ພາບ:vnexpress.net
      ເພື່ອ​ຕອບ​ສະ​ຫນອງ​ການ​ເຄື່ອນ​ໄຫວ “ມອດ​ໄຟ​ຫນຶ່ງ​ຊົ່ວ​ໂມງ​ເພື່ອ​ຫນ່ວຍ​ໂລກ 2017”, ແນ​ໃສ່​ຮຽກ​ຮ້ອງ​ການ​ກະ​ທຳ​ດ່ວນ​ຮັບ​ມື​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ, ບັນ​ດາ​ນະ​ຄອນ​ໃນ​ທົ່ວ​ໂລກ ພ້ອມ​ກັນ​ມອດ​ໄຟ​ໃນ​ເວ​ລາ 20 ໂມງ 30 ນາ​ທີ​ຂອງວັນ​ທີ 25/3. ຄາດ​ວ່າ ມີ​ 7000 ນະ​ຄອນ ຂຶ້ນ​ກັບ 172 ປະ​ເທດ ແລະ ເຂດ​ແຄ້ວນ​ໄດ້​ມອດ​ໄຟ. ນີ້​ແມ່ນ​ເຫດ​ການ​ສັງ​ຄົມ​ມີ​ຂອບ​ຂະ​ຫນາດ​ໃຫຍ່​ສຸດ ແລະ ມີ​ຜູ້​ເຂົ້າ​ຮ່ວມ​ຫລາຍ​ສຸດ​ຢູ່​ໃນ​ໂລກ. ນີ້​ແມ່ນ​ຂໍ້​ລິ​ເລີ່ມ​ຂອງ ກອງ​ທຶນ​ສາ​ກົນ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ທຳ​ມະ​ຊາດ ແລະ ເຫດ​ກາ​ນ​ເພື່ອ​ສິ່ງ​ແວດ​ລ້ອມນີ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່ Sydney ປະ​ເທດ ອົດ​ສະ​ຕາ​ລີ ໃນ​ປີ 2007. ພ້ອມ​ກັບ​ຫລາຍ​ປະ​ເທດ​ ແລະ ເຂດ​ແຄ້ວນໃນ​ໂລກ,  ນະ​ຄອນ ຮ່າ​ໂນ້ຍ ແລະ ຫລາຍ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ​ໄດ້​ພ້ອມ​ກັນ​ມອດ​ໄຟ​ນັບ​ແຕ່​ເວ​ລາ 20 ໂມງ 30 ນາ​ທີ ຮອດ 21 ໂມງ ໃນວັນ​ທີ 25/3 ດ້ວຍສານ​ທີ່​ວ່າ “ມອດ​ໄຟ​ເພື່​ອ​ອະ​ນາ​ຄົດ”. ກ່າວ​ຄຳ​ເຫັນ​ທີ່​ເຫດ​ການມອດ​ໄຟ​ຫນຶ່ງ​ຊົ່ວ​ໂມງ​ເພື່ອ​ຫນ່ວຍ​ໂລກ​ປີ 2017 ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ, ທ່ານ ເຈີ​ນ​ຕວນ​ແອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ຫວຽດ​ນາມ ເນັ້ນ​ຫນັກ​ວ່າ:
        “ເຫດ​ການ​ນີ້​ໄດ້​ຮັບ​ການ​ຕອບ​ສະ​ຫນອງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ໃນ​ທົ່ວ​ໂລກ. ສຳ​ລັບ​ຫວຽດ​ນາມ ເຫດ​ການນີ້​ແມ່ນ​ເລີ່ມ​ຕົ້ນ​ແຕ່​ປີ 2009,  ເບື້ອງ​ຕົ້ນ​ມີ​ພຽງ 6 ແຂວງ, ນະ​ຄອນ​ເຂົ້າ​ຮ່ວມ ແຕ່​ມາ​ຮອດ​ປະ​ຈຸ​ບັນ ໄດ້​ມີ​ເຖິງ 63 ແຂວງ, ນະ​ຄອນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ ແລະ ເພື່ອນ​ຫນຸ່ມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ເຫດ​ການນີ້​ມີ​ຄວາມ​ໝາຍ​ວ່າ ​ ດ້ວຍ​ການ​ກະ​ທຳ​ນ້ອຍແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຮູ້ ແລະ ການ​ແບ່ງ​ປັນ​ຂອງ​ປະ​ຊາ​ຄົມ​ຕໍ່​ເຫດ​ການ​ລວມ​ຂອງ​ໂລກ​ໃນ​ການ​ນຳ​ໃຊ້​ພະ​ລັງ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​.”
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top