• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມປາດຖະຫນາຢາກເພີ່ມທະວີການຮ່ວມມືກັບລັດເຊຍໃນວຽກງານປ້ອງກັນຄວາມສະຫງົບ

      ວັນທີ 25 ກໍລະກົດ, ຢູ່ ທຳນຽບປະທານປະເທດ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ຕ້ອນຮັບເລຂາສະພາປ້ອງກັນຄວາມສະຫງົບ ລັດເຊຍ Patrusev Nikolai Platonovich ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
 
ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຕ້ອນຮັບເລຂາສະພາປ້ອງກັນຄວາມສະຫງົບ ລັດເຊຍ Patrusev Nikolai Platonovich
      ທ່ານປະທານປະເທດ ເຈີນດ້າຍກວາງ ຊີ້ແຈ້ງວ່າ: ຫວຽດນາມ ຍາມໃດກໍ່ປາດຖະຫນາ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບລັດເຊຍ ຊຸກຍູ້ການຮ່ວມມືສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ ມີປະສິດທິຜົນ ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ສອງຝ່າຍ.  ທ່ານປະທານປະເທດ ສະເຫນີ ບັນດາອົງການກ່ຽວຂ້ອງ ລັດເຊຍ ຮ່ວມມືຢ່າງມີປະສິດທິຜົນກັບກະຊວງຕຳຫລວດ, ກະຊວງປ້ອງກັນປະເທດ ຫວຽດນາມ ໃນການຕໍ່ສູ້ປ້ອງກັນ ຕ້ານອາດຊະຍາກຳ, ປົກປັກຮັກສາຄວາມສະຫງົບປອດໄພ ຄວາມເປັນລະບຽບຮຽ  ບຮ້ອຍຢູ່ແຕ່ລະປະເທດ. ສ່ວນທ່ານ Patrusev Nikolai Platonovich ສະແດງຄວາມປາດຖະຫນາວ່າ ໃນໄລຍະຈະມາເຖິງ ກະຊວງຕຳຫລວດ ແລະ ກະຊວງປ້ອງກັນປະເທດຫວຽດນາມ ພ້ອມກັບອົງການຝ່າຍລັດເຊຍ ຈະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ຮ່ວມມືຢ່າງແຫນ້ນແຟ້ນກ່ວາໃນການຕໍ່ສູ້ປ້ອງກັນ ຕ້ານອາດຊະຍາກຳ, ປົກປັກຮັກສາຄວາມສະຫງົບແຫ່ງຊາດ.
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top