• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫລາຍດ້ານກັບມຽນມາ


ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ຕ້ອນຮັບ
​ທ່ານ Kyaw Sue ລັດຖະມົນຕີ​ກະຊວງ​ພາຍ​ໃນ ມຽນມາ

      ຕອນ​ເຊົ້າ​ວັນ​ທີ 05/12 ທີ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Kyaw Sue ລັດຖະມົນຕີ​ກະຊວງ​ພາຍ​ໃນ ມຽນມາ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈີ່​ນດ້າຍ​ກວາງ ຕີ​ລາຄາ​ສູງ​ໝາກ​ຜົນ​ການ​ເຈລະຈາ​ລະຫວ່າງ​ ທ່ານລັດຖະມົນຕີ​ກະຊວງ​ພາຍ​ໃນ ມຽນມາ Kyaw Sue ​ແລະ ທ່າ​ນລັດຖະມົນຕີ​ກະຊວງ​ຕຳຫລວດ ຫວຽດນາມ ​ໂຕ​ເລີມ, ​ເປັນ​ຕົ້ນ​ແມ່ນ ​ເລື່ອງ 2 ຝ່າຍ​ໄດ້​ແລກປ່ຽນ, ​ເຫັນ​ດີ​ເປັນ​ເອກ​ະພາບ​ຕໍ່​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມມື​ລະ​ຫວ່າ​ງ 2 ປະ​ເທດ​ໃນ​ຂົງ​ເຂດ​ປະຕິບັດ​ກົດໝາຍ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ​ໃຫ້​ເຂົ້າ​ສູ່​ລວງ​ເລິກ​, ມີ​ປະສິດທິ​ຜົ​ນຢ່າງ​ແທດ​ຈິງ​ກ່ວາ​ອີກ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢັ້ງຢືນ​ວ່າ ຍາມ​ໃດ ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ​ກາ​ນພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມືຫລາຍ​ດ້ານ​ກັບ ມຽນມາ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຕີ​ລາຄາ​ສູງ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຂອງ ມຽນມາ ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາ​ກົນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ ອາ​ຊຽນ, ກົນ​ໄກ​ການ​ຮ່ວມ​ມືລະ​ກວ່າ​ງ 4 ປະ​ເທດ​ ກຳປູ​ເຈຍ - ລາວ - ມຽນມາ - ຫວຽດນາມ, ສະຫະ​ປະຊາ​ຊາດ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ 2 ຝ່າຍ​ເປີດ​ກ້ວາງ​ເຮັດ​​ໃຫ້ການ​ພົວພັນ​ມິດຕະພາບ​ອັນ​ດີ​ງາມ​ລະຫວ່າງ ຫວຽດນາມ - ມຽນມາ ​ເລິກ​ເຊິ່ງກ່ວາ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ ​ເພື່ອຄາດໝາຍ​ສ້າງ​ປະຊາ​ຄົມ ອາ​ຊຽນ ສັນຕິພາບ, ສະຖຽນ​ລະ​ພາບ ຮ່ວມ​ມື ​ແລະ ພັດທະນາ.
(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top