• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອິນເດຍ ຍູ້ແຮງການຮ່ວມມືໃນຂົງເຂດສື່ມວນຊົນ-ພິມຈຳໜ່າຍ - ກະຈາຍສຽງ

(ພາບປະກອບ)
       ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ທ່ານ​ M.Venkaiah Naidu ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ກະຈາຍສຽງ​ໂທລະພາບ ອິນ​ເດຍ ​ໃນ​ຕອນ​ບ່າຍ​ວັນ​ທີ 27/03 ຢູ່​ສຳນັກງານ​ຂອງ​ກະຊວງຖະ​ແຫຼ​ງຂ່າວ ​ແລະ ກະຈາຍສຽງ​ໂທລະພາບ ອິນ​ເດຍ, ທ່ານ ​ເຈືອງມີງຕ໋ວນ ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ ​ແລະ ສື່ສານ ຫວຽດນາມ ຖື​ວ່າ: ອິນ​ເດຍ ​ແມ່ນ​ປະ​ເທດ​ທີ່​ມີ​ຂົງ​ເຂດ​ສື່​ມວນ​ຊົນ - ພິມ​ຈຳໜ່າຍ - ກະ​ຈາ​ຍສຽງ​ໂທລະພາບພັດທະນາ​ຢ່າງ​ແຮງ ດັ່ງ​ນັ້ນ 2 ຝ່າຍ​ມີ​ຄວາມສາ​ມາ​ບົ່ມ​ຊ້ອນ​ຫລາຍ​ຢ່າງ ​ເພື່ອ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ​ໂດຍ​ຜ່ານ​ເລື່ອງ​ເພີ່ມ​ທະວີ​ການ​ພົບ​ປະ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ບົດຮຽນ. ທ່ານ ​ເຈືອງມີງຕ໋ວນ ​ໄດ້​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ຮ່ວມ​ມືຢ່າງ​ລະອຽດຄື: ​ແບ່ງປັນ​ບົດຮຽນ​ສ້າງ​ນະ​ໂຍບາຍ, ກຳນົດ​ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ສື່​ມວນ​ຊົນ, ການພິມ​ຈຳໜ່າຍ, ການກະຈາຍສຽງ​ ​ແລະ ໂທລະພາບ; ໜູນ​ຊ່ວຍ​ກັນ​ກໍ່ສ້າງ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ໃນ​ການ​ເຄື່ອນ​ໄຫວ​ສື່​ມວນ​ຊົນ. ສ່ວນ​ທ່ານ​ລັດຖະມົນຕີ Naidu ປາດ​ຖະໜາ​ຢາກ ​ໃຫ້ອິນ​ເດຍ ​ແລະ ຫວຽດນາມ ສາມາດ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ສື່​ມວນ​ຊົນ 2 ປະ​ເທດ ​ແລະ ວຽກ​ງານ​ກໍ່ສ້າ​ງ​ໃນ​ຂົງ​ເຂດ​ສື່​ມວນ​ຊົນ, ກະຈາຍສຽງ​ໂທລະພາບ, ​ສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ຜະລິດ​ຮູບ​ເງົາ​ຢູ່​ແຕ່ລະ​ປະ​ເທດ ​ເພື່ອ​ໃຫ້ 2 ຝ່າຍ​ສາມາດ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ກ່ວາ​ອີກ.
 (ແຫຼ່ງຄັດຈາກ VOV)
 

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top