• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ຊູດັງ ມີຄວາມສາມາດບົ່ມຊ້ອນຮ່ວມມືໃນຫລາຍຂົງເຂດ

      ວັນທີ 25 ພຶດສະພາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານ Sayed Altayed Ahmed ເອກອັກຄະລັດຖະທູດ ຊູດັງ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ

ທ່ານປະທານປະເທດເຈີ່ນດ້າຍກວາງ ຕ້ອນຮັບທ່ານ Sayed Altayed Ahmed 
      ທ່ານປະທານປະເທດຕີລາຄາສູງ ບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ຊູດັງ ໃນຊຸມປີຜ່ານມາ. ທ່ານປະທານປະເທດຖືວ່າ 2 ປະເທດມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອຍົກສູງປະສິດທິຜົນແຫ່ງການຮ່ວມມືກ່ວາອີກ, ພິເສດແມ່ນໃນຂົງເຂດການຄ້າ, ການລົງທຶນ, ກະສິກຳ, ສິນໃນນ້ຳ, ນ້ຳມັນອາຍແກັສ, ໂທລະຄົມມະນາຄົມ…ທ່ານປະທານປະເທດປາດຖະໜາຢາກໃຫ້ ຊູດັງ ສືບຕໍ່ສະໜັບສະໜູນ ຫວຽດນາມ ເປັນສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021 ແລະ ອອກສະໝັກຮັບເລືອກຕັ້ງເປັນຜູ້ອຳນວຍການໃຫຍ່ UNESCO ອາຍຸການ 2017 – 2021; ພ້ອມທັງສະເໜີ 2 ປະເທດ ຈັດຕັ້ງກອງປະຊຸມທາບທາມດ້ານການເມືອງຄັ້ງທີ 5 ລະຫວ່າງກະຊວງການຕ່າງປະເທດ 2 ປະເທດ.
        ສ່ວນທ່ານ Sayed Altayed Ahmed ເອກອັກຄະລັດຖະທູດ ຊູດັງ ຢືນຢັນວ່າ ຊູດັງ ພ້ອມແລ້ວທີ່ຈະເປັນປະຕູອອກ ເພື່ອນຳບັນດາປະເພດສິນຄ້າຂອງ ຫວຽດນາມ ເຂົ້າຕະຫລາດ ອາຟຣິກກາ. ທ່ານເອກອັກຄະລັດຖະທູດກໍ່ໃຫ້ຮູ້ວ່າ: ຈະສືບຕໍ່ແນະນຳ, ໂຄສະນາບັນດາກາລະໂອກາດລົງທຶນດຳເນີນທຸລະກິດຂອງ ຫວຽດນາມ ເຖິງບັນດາວິສາຫະກິດ ຊູດັງ, ຜ່ານນັ້ນ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.
 (ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ຕອນບ່າຍວັນທີ 22/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດມາຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2024

Top