• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງຊອກຫາມາດຕະການສັນຕິພາບໃຫ້ແກ່ການປະທະກັນ ອິດສະລາແອນ - ປາແລດສະຕິນ

ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ
(ພາບ: vietnam+)
       ​​“ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ” ພວມເຮັດ​ໃຫ້​ພາກ​ພື້ນ​ຕາ​ເວັນ​ອອກກາງຕົກ​ເຂົ້າ​ສູ່​ສະ​ພາ​ບບໍ່​ມີ​ທາງ​ອອກ, ນາບ​ຂູ່ເຖິງ​ສັນ​ຕິ​ພາບ ແລະ ຄວາມ​ສະ​ຫງົບ​ປອດ​ໄພ​ສາ​ກົນ; ການ​ແບ່ງ​ແຍກ​ໃນ​ພາກ​ພື້ນ​ໄດ້​ເປີດ​ປະ​ຕູ​ໃຫ້​ແກ່​ການ​ແຊກ​ແຊງ​ຈາກ​ພາຍນອກ, ກໍ່​ຄ​ວາມ​ຂາດ​ສະ​ຖຽນ​ລະ​ພາບ ແລະ ​ການປະ​ທະ​ກັນ. ນັ້ນ​ແມ່ນ​ຄຳ​ກ່າວ​ເຕືອນ​ຂອງທ່ານ Nickolay Mladenov ຜູ້​ປະ​ສານ​ງານ​ພິ​ເສດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ວິ​ວັດ​ການ​ສັນ​ຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ ທີ່ຍົກ​ອອກ​ມາຢູ່​ວາ​ລະ​ປຶກ​ສາ​ຫາ​ລື​ເປີດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ດ້ວຍ​ຫົວ​ຂໍ້​ວ່າ “ສະ​ພາບ​ຕາ​ເວັນ​ອອກ​ກາງ, ໃນ​ນັ້ນ ມີ​ບັນ​ຫາ ປາ​ແລດ​ສະ​ຕິນ” ຖືກ​ດຳ​ເນີນ​ ​ໃນ​ວ​ັນ​ທີ 20/04.
        ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື, ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ ຫວຽດ​ນາມ ປະ​ຈຳ ສະ​ຫະ​ປະ​ຊາ​ຊາດ​ເນັ້ນ​ໜັ​ກວ່າ ການ​ໃຊ້​ຄວາ​ມ​ຮຸ​ນ​ແຮງ, ການກໍ່​ການ​ຮ້າຍ​ຫົວ​ຮຸນ​ແຮງ, ການ​ປະ​ທະ​ກັນ​ລະ​ຫວ່າງ ອິດ​ສະ​ລາ​ແອນ - ປາ​ແລດ​ສະ​ຕິນ, ບັນ​ດາ​ການ​ປະ​ທະ​ກັນ​ຢູ່ ຊີ​ຣີ, ເຢ​ແມນ, ອີ​ຣັກ ແລະ ​ຢູ່​ແຫ່ງ​ອື່ນ​ໆອີກ ໄດ້​ນາບ​ຂູ່​ຢ່າງ​ຮ້າຍ​ແຮງ​ເຖິງ​ສັນ​ຕິ​ພາບຄວາມ​ສະ​ຫງົບ​ປອດ​ໄພ​ໃນ​ພາກ​ພື້ນ ແລະ ສາ​ກົນ. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ຢືນ​ຢັນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ຕໍ່​ສູ້​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ ປາ​ແລດ​ສະ​ຕິນ ເພື່ອ​ບັນ​ດາ​ສິດ​ພື້ນ​ຖານ, ພິ​ເສດ​ແມ່ນ​ສິດ​ຕັດ​ສິນ​ດ້ວຍ​ຕົນເອງ ແລະ ສິດ​ສ້າງ​​ຕັ້ງ​ລັດ​ເອ​ກະ​ລາດ. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດກໍ່​ສະ​ແດງ​ຄວາມ​ວິ​ຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ບັນ​ດາ​ການ​ຜັນ​ແປ​ຢູ່ ຊີ​ຣີ ໃນໄລ​ຍະ​ມໍ່ໆ​ມານີ້ ແລະ ຢືນ​ຢັນ​ວ່າ  ຫວຽດ​ນາມ ກ່າວ​ປະ​ນາມ​ຢ່າງ​ແຮງ​ເລື່ອງ​ນຳ​ໃຊ້​ອາ​ວຸດ​ເຄ​ມີ ແລະ ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳ​ທີ່​ຕ້ານ​ຄື​ນ​ສາ​ມັນ​ຊົນ.​
 (ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ຕອນບ່າຍວັນທີ 22/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດມາຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2024

Top