• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຫວຽດນາມ ອາດສາມາດກາຍເປັນ “ໂຕມັງກອນຂອງອາຊີ”

ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການ ພົວພັນ ທາງດ້ານ ການທູດ ລະຫວ່າງ ຫວຽດນາມ ແລະ ຊູແອດ (1969-2014), ຂ່າວພາບ ຫວຽດນາມ ໄດ້ມີການສຳພາດ ທ່ານນາງເອກອັກຄະລັດຖະທູດ ຊູແອດ ປະຈຳ ຫວຽດນາມ Camilla Mellander ກ່ຽວກັບການພົວພັນ ຮ່ວມມືລະຫວ່າງ ສອງປະເທດ.

 

ທ່ານນາງ Camilla Mellander, ເອກອັກຄະລັດຖະທູດ ຊູແອດ ປະຈຳ ຫວຽດນາມ. ພາບ: ຫວຽດເກື່ອງ/VNP

ນັກຂ່າວ: ປີ 2014 ເປັນປີທີ່ ຫວຽດນາມ ແລະ ຊູແອດ ສະເຫຼີມສະຫຼອງ 45 ປີແຫ່ງວັນ ສ້າງຕັ້ງ ການພົວພັນທາງດ້ານການທູດ, ຂໍຖາມບັນດາຜົນສຳເລັດພົ້ນເດັ່ນທີ່ສຸດໃນການພົວພັນ ລະຫວ່າງ ຫວຽດນາມ-ຊູແອດ ໃນ 45 ປີຜ່ານມາຄືແນວໃດ?

ທ່ານນາງເອກອັກຄະລັດຖະທູດ Camilla Mellander:
ຊູແອດ ແລະ ຫວຽດນາມ ເລີ່ມສ້າງຕັ້ງການພົວພັນທາງດ້ານການທູດໃນປີ 1969. ພວກຂ້າພະເຈົ້າ ເປັນປະເທດສະໜອງແຫຼ່ງທຶນ ODA ຫຼາຍທີສອງໃຫ້ແກ່ ຫວຽດນາມ ໃນຊຸມປີ 70, ເປັນອັນດັບ ໜຶ່ງໃນຊຸມປີ 80 ແລະ ອັນດັບທີສີ່ ໃນຊຸມປີ 90 ຂອງສະຕະວັດທີ 20. ໃນນັ້ນ, ໂຮງງານ ຜະລິດເຈ້ຍ ບາຍບັ່ງ ແລະ ໂຮງໝໍ ເດັກແຫ່ງຊາດ ເປັນສອງຕົວຢ່າງພົ້ນເດັ່ນທີ່ສຸດ. ຊູແອດ ໄດ້ສະໜອງກວ່າ 3 ຕື້ USD ໃນວິວັດການຮ່ວມມືພັດທະນາກັບ ຫວຽດນາມ.

ປີ 2012, ອົງການຮ່ວມມືພັດທະນາສາກົນຂອງ ຊູແອດ (SIDA) ມີການຕີລາຄາວິວັດການຮ່ວມມື ພັດທະນາກວ່າ 4 ທົດສະວັດກັບ ຫວຽດນາມ. ຜົນງານອອກມາສະແດງໃຫ້ເຫັນວ່າ ພາຍໃຕ້ການ ສະໜັບສະໜູນຂອງ ຊູແອດ, ສະພາບການສາທາລະນະສຸກ, ການສຶກສາ ແລະ ພັດທະນາທີ່ເວົ້າ ລວມຂອງຊາວ ຫວຽດນາມ ຫຼາຍລ້ານຄົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ບັນລຸໄດ້ຜົນງານ ຢ່າງໃຫຍ່ຫຼວງ.

ປະຈຸບັນ, ພວກເຮົາພວມກ້າວເຂົ້າໄປໄລຍະການພົວພັນສອງຝ່າຍໃໝ່, ນັ້ນແມ່ນຫັນໄປເຖິງສາຍພົວພັນ ສະເໝີພາບກວ່າ. ຂ້າພະເຈົ້າດີໃຈທີ່ເຫັນວ່າ ສອງປະເທດມີການຮ່ວມມືບົນຫຼາຍຂົງເຂດລວມມີ: ການເມືອງ, ເສດຖະກິດ, ການລົງທຶນ, ວັດທະນະທຳ ແລະ ການສຶກສາ ເທິງຫຼາຍ ຂັ້ນ, ແຕ່ຂັ້ນສູນກາງ ເຖິງທ້ອງຖິ່ນ, ແຕ່ລັດຖະບານ, ສະພາແຫ່ງຊາດ ເຖິງຂັ້ນກະຊວງ, ວິສາຫະກິດ ກັບວິສາຫະກິດ ແລະ ທັງການພົວພັນລະຫວ່າງປະຊາຊົນສອງປະເທດ ອີກດ້ວ
ຍ.

ທ່ານປະທານປະເທດ ເຈືອງເຕິນຊາງ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ Camilla Mellander
ທີ່ສຳນັກງານປະທານປະເທດ. ພາບ: ເອກະສານ ສະຖານທູດ ຊູແອດ


ທ່ານຮອງນາຍົກລັດຖະມົນຕີ ຮວ່າງຈຸງຫາຍ ຕ້ອນຮັບທ່ານນາງ Camilla Mellander
 ພ້ອມຄະນະຜູ້ແທນການຄ້າ ຊູແອດ. ພາບ: ເອກະສານ ສະຖານທູດ ຊູແອດ

ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮວ່າງແອງຕວ໋ນ ພ້ອມທ່ານນາງ Camilla Mellander
ທີ່ພິທີສະເຫຼີມສະຫຼອງວັນຊາດ ຊູແອດ ຢູ່ ຮ່າໂນ້ຍ ໃນຄຳ່ຄືນວັນທີ 6//6/2014. ພາບ: ເອກະສານ ສະຖານທູດ ຊູແອດ

ທ່ານນາງ Camilla Mellander ພົບປະກັບທ່ານປະທານຄະນະກຳມະການປົກຄອງປະຊາຊົນນະຄອນ ໂຮ່ຈີມິນ
ເລຮວ່າງກວນ. ພາບ: ເອກະສານ ສະຖານທູດ ຊູແອດ

ນັກຂ່າວ: ທ່ານຕີລາຄາແນວໃດ ກ່ຽວກັບຍຸດທະສາດຂອງ ຫວຽດນາມ ໃນການເຊື່ອມໂຍງສາກົນ? ຫວຽດນາມ ຕ້ອງເຮັດຫຍັງ ເພື່ອສວຍໂອກາດຍາດແຍ່ງບັນດາຜົນປະໂຫຍດ ຂອງການເຊື່ອມໂຍງ ໃນອະນາຄົດ?

ທ່ານນາງເອກອັກຄະລັດຖະທູດ Camilla Mellander:
ຫວຽດນາມ ໃນປະຈຸບັນ ແມ່ນປະເທດໜຶ່ງທີ່ຂະຫຍັນຂັນແຂງ ດ້ວຍກຳລັງແຮງງານໜຸ່ມ ແລະ ສາມາດ ກາຍເປັນໂຕມັງກອນໃໝ່ຂອງອາຊີ ຖ້າພວກເພື່ອນມີຄວາມດຸໝັ່ນໃນການເຮັດວຽກ ແລະ ໄປຕາມທິດທາງ ທີ່ຖືກຕ້ອງ. ການເຂົ້າຮ່ວມອົງການ ການຄ້າໂລກ WTO ເປັນບາດກ້າວໜຶ່ງ ເພື່ອໃຫ້ປະເທດຊາດ ພັດທະນາຂຶ້ນ ແລະ ມີວຽກເຮັດທີ່ຫຼາຍກວ່າ.

ເຖິງວ່າ ການເງິນໂລກ ພວມປະສົບຄວາມຫຍຸ້ງຍາກ, ແຕ່ ຫວຽດນາມ ຍັງດຶງດູດແຫຼ່ງເງິນລົງທຶນ ໂດຍກົງຈາກຕ່າງປະເທດ ໄດ້ກວ່າ 20 ຕື້ USD ໃນປີ 2013, ເພີ່ມ 65% ທຽບກັບປີກ່ອນ. ຂ້າພະເຈົ້າ ຊົມເຊີຍບັນດາວິທີການ ທີ່ລັດຖະບານ ຫວຽດນາມ ໄດ້ປະຕິບັດເພື່ອຄວບຄຸມເງິນເຟີ້ ແລະ ຮັກສາ ອັດຕາ ແລກປ່ຽນເງິນຕາໃຫ້ໝັ້ນຄົງ.

ຫວຽດນາມ ຕ້ອງບຸລິມະສິດເຖິງການສຳເລັດວິວັດການເຈລະຈາ FTA ກັບ ອີຢູ ໃນປີ 2014. ພວກຂ້າພະເຈົ້າ ສະໜັບສະໜູນ ຫວຽດນາມ ໃນວິວັດການດັ່ງກ່າວ ຍ້ອນພວກຂ້າພະເຈົ້າເຊື່ອວ່າ ການຄ້າ ເສລີ ຈະນຳ ຜົນປະໂຫຍດ ມາໃຫ້ແກ່ທຸກຝ່າຍທີ່ເຂົ້າຮ່ວມ.

ຂ້າພະເຈົ້າຮູ້ສຶກດີໃຈ ທີ່ໄດ້ເຫັນປະຈັກຕາ ຕໍ່ການປະກອບສ່ວນ ຢ່າງຕັ້ງໜ້າຂອງ ຫວຽດນາມ ໃຫ້ການ ກໍ່ສ້າງປະຊາຄົມ ອາຊຽນ ກໍ່ຄືບົດບາດສຳຄັນຂອງ ຫວຽດນາມ ໃນການ ຈັດທຳບັນດາ ສາຍພົວພັນ ລະຫວ່າງ ອາຊຽນ-ອີຢູ. ບໍ່ສົງໃສຫຍັງວ່າ ຊູແອດ ຖື ຫວຽດນາມ ເປັນຄູ່ຮ່ວມມືທີ່ໜ້າ ໄວ້ເນື້ອເຊື່ອໃຈ ໃນການແລກປ່ຽນການຄ້າກັບຂົງເຂດ ອາຊຽນ.

ກ່ຽວກັບການເມືອງ, ຫວຽດນາມ ມີການຕັດສິນໃຈສຳຄັນ ເມື່ອເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສະຫະປະຊາ ຊາດ ແລະ ໄດ້ເລືອກຕັ້ງເປັນສະມາຊິກຂອງ ສະພາ ສິດທິມະນຸດ ສະຫະປະຊາຊາດ ໄລຍະ 2014-2016.

  ທ່ານນາງ Camilla Mellander ແລະ ນັກຮ້ອງ ໝີລິງ ທີ່ກອງປະຊຸມຂ່າວ ເປີດລາຍການສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງດ້ານການທູດ ລະຫວ່າງ ຊູແອດ-ຫວຽດນາມ. ພາບ: ເອກະສານ ສະຖານທູດ ຊູແອດ

ທ່ານນາງ Camilla Mellander ທີ່ພິທີມອບໝວກກັນນອກ 500 ໜ່ວຍ
ໃຫ້ແກ່ນັກຮຽນໂຮງຮຽນປະຖົມສຶກສາ ກາດລິງ (ຮ່າໂນ້ຍ). ພາບ: ເອກະສານ ສະຖານທູດ ຊູແອດ


ທ່ານນາງ Camilla Mellander ຕັດແຖບຜ້າໄຂຕະຫຼາດນັດວາງສະແດງ ເຕັກໂນໂລຢີ ຜະລິດຕະພັນປະຢັດພະລັງງານ
- Enertec Expo 2012 ທີ່ ຮ່າໂນ້ຍ. ພາບ: ວຽດເກື່ອງ


ຊູແອດ ເປັນປະເທດມີການຮ່ວມມື ແລະ ຊ່ວຍເຫຼືອ ຫວຽດນາມ ຫຼາຍໂຄງການກ່ຽວກັບເຕັກໂນໂລຢີສີຂຽວ,
ຮັກສາສິ່ງແວດລ້ອມ. ພາບ: ວຽດເກື່ອງ 
ນັກຂ່າວ: ໃນ 3 ປີຜ່ານມາ, ມູນຄ່າການຄ້າສອງສົ້ນ ລະຫວ່າງ ຫວຽດນາມ-ຊູແອດ ເພີ່ມປະມານ 28% ຕໍ່ປີ. ພວກເຮົາຄວນເຮັດຫຍັງ ເພື່ອເພີ່ມເຕີມມູນຄ່າດັ່ງກ່າວ?

ທ່ານນາງເອກອັກຄະລັດຖະທູດ Camilla Mellander:
ລັດຖະບານ ຊູແອດ ວາງເປົ້າໝາຍເພີ່ມເຕີມການຄ້າກັບ ຫວຽດນາມ.ພວກຂ້າພະເຈົ້າສາມາດ ປະກອບ ສ່ວນ ໃຫ້ການ ພັດທະນາເສດຖະກິດຂອງ ຫວຽດນາມ ດ້ວຍວິທີ ເພີ່ມທະວີການພົວພັນດ້ານ ການຄ້າ, ແລກປ່ຽນວິທີການ ດຳເນີນທຸລະກິດ ແລະ ຖ່າຍທອດເຕັກໂນໂລຢີ.

ຊູແອດ ມີຫຼາຍວິທີການເຕັກໂນໂລຢີສີຂຽວ ແລະ ໝັ້ນຄົງ, ເໝາະສົມກັບຍຸດທະສາດຂະຫຍາຍຕົວສີຂຽວ ແລະ ໝັ້ນຄົງຂອງຫວຽດນາມ.

ປີຜ່ານມາ, ບັນດາການຢ້ຽມຢາມ ຫວຽດນາມ ນຳໂດຍທ່ານນາງລັດຖະມົນຕີກະຊວງຍຸຕິທຳ Beatrice Ask, ທ່ານລັດຖະມົນຕີ ການຄ້າ Gunnar Oom ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ Frank Belfrage ໄດ້ປະກອບສ່ວນ ເພີ່ມທະວີການພົວພັນທາງດ້ານການເມືອງ ແລະ ເສດຖະກິດ ກໍ່ຄືການຄ້າກັບ ຫວຽດນາມ.

ປະຈຸບັນ, ມີບໍລິສັດກວ່າ 70 ແຫ່ງຂອງ ຊູແອດ ພວມດຳເນີນການເຄື່ອນໄຫວຢູ່ ຫວຽດນາມ. ໃນນັ້ນ ມີບໍລິສັດຈຳນວນໜຶ່ງ ໄດ້ຮັບຜົນສຳເລັດອັນດີເດັ່ນ ຢູ່ຕະຫຼາດຫວຽດນາມ ຄື: ABB, Atlas Copco, AstraZeneca, Electrolux, IKEA, SKF ແລະ TetraPak.

ພວກຂ້າພະເຈົ້າເຫັນວ່າ ມີວິສາຫະກິດຫຼາຍແຫ່ງຂອງ ຊູແອດ ຢາກມາລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ, ສິ່ງດັ່ງກ່າວສະແດງອອກ ຜ່ານເຫດການວິສາຫະກິດຫຼາຍ ສີບແຫ່ງຂອງ ຊູແອດ ມາ ຫວຽດນາມ ໃນປີກ່ອນ. ບັນດາວິສາຫະກິດດັ່ງກ່າວ ສະແດງຄວາມສົນໃຈເຖິງຫຼາຍຂົງເຂດຄື: ການຄົມມະນາຄົມ, ສາທາລະນະສຸກ, ເຕັກໂນໂລຢີສະອາດ, ທະນາຄານ, ເຕັກໂນໂລຢີສື່ສານ ແລະ ສື່ມວນຊົນ.

ສະຖານທູດ ຊູແອດ, ສະພາການຄ້າ ແລະ ການລົງທຶນ ຊູແອດ (Business Sweden) ພວມມີການສະໜັບສະໜູນຢ່າງຕັ້ງໜ້າໃຫ້ແກ່ບັນດາບໍລິສັດ ຊູແອດ ທີ່ພວມມີໜ້າ ຫຼື ຢາກມາ ລົງທຶນຢູ່ ຕະຫຼາດ ຫວຽດນາມ. ພວກຂ້າພະເຈົ້າ ຈະສົມທົບກັບບັນດາອົງການທີ່ກ່ຽວຂ້ອງຝ່າຍ ຫວຽດນາມ. ຈະມີຫຼາຍການແລກປ່ຽນຄະນະວິສາຫະກິດ, ເຂົ້າຮ່ວມຕະຫຼາດນັດການຄ້າ ທີ່ ຫວຽດນາມ ແລະ ຊູແອດ ກໍ່ຄືບັນດາເວທີປາຖະກະຖາ ຈະໄດ້ຮັບການຈັດຕັ້ງໃນເວລາຈະມາເຖິງ ເພື່ອໃຫ້ວິສາຫະກິດ ສອງປະເທດ ມີຄວາມເຂົ້າໃຈເຊິງກັນ ແລະ ກັນກວ່າ.

ນັກຂ່າວ: ຂໍຂອບໃຈ!
ບົດ: ບິກເວີນ - ພາບ: ຫວຽດເກື່ອງ ແລະ ເອກະສານ ສະຖານທູດ ຊູແອດ

bichlien

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top