• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຫວຽດນາມ-ລາວສຳເລັດການປັກຫຼັກໝາຍຊາຍແດນ

ວັນທີ 16 ມີນາ 2016, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ແລະ ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ເຂົ້າຮ່ວມພິທີສະຫຼຸບຜົນສຳເລັດໂຄງການປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍຊາຍແດນປະເທດຫວຽດນາມ-ລາວ.
ໂຄງການດັ່ງກ່າວໄດ້ເລີ່ມຕົ້ນປະຕິບັດນັບແຕ່ປີ 2008, ສອງຝ່າຍ ໄດ້ປະສານສົມທົບ ຜັນຂະຫຍາຍການປັກຫຼັກໝາຍຢູ່ທຸກໆຈຸດຕາມແລວຊາຍແດນ, ເພີ່ມຄວາມຖີ່ຂອງຈຳນວນຈຸດປັກຫຼັກໝາຍຕາມ ພື້ນທີ່ບໍລິເວນຕ່າງໆທີ່ຈຳເປັນ ເພື່ອແນໃສ່ເຮັດໃຫ້ຈະແຈ້ງທິດທາງ ຂອງຊາຍແດນຢູ່ເທິງຫນ້າດິນ; ບູລະນະ ແລະ ກໍ່ສ້າງໃໝ່ບັນດາ ຫຼັກໝາຍທີ່ມີໃນປະຈຸບັນ, ໂດຍສະເພາະ ແມ່ນບັນດາ ຈຸດຄູ່ຊາຍ ແດນ, ໃຫ້ເປັນຮູບເປັນລະບົບຫຼັກໝາຍໃໝ່ທີ່ໝັ້ນຄົງ, ສະຫງ່າ ແລະ ທັນສະໄໝ, ພ້ອມກັນນັ້ນກໍ່ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ມີ ຄວາມຊັດເຈນສູງ ເພື່ອເຮັດສຳເລັດສຳນວນເອກະສານນິຕິກຳ ເສັ້ນຊາຍແດນຫວຽດນາມ-ລາວທີ່ມີຈຳນວນ 1.002 ຫລັກຫມາຍ.

ໂຄງການດັ່ງກ່າວບໍ່ພຽງແຕ່ນຳມາເຊິ່ງໂສມໜ້າໃໝ່, ສາມາດມອງເຫັນໄດ້ງ່າຍ ແລະ ຄຸ້ມຄອງເສັ້ນຊາຍແດນສອງປະເທດ ຫວຽດ ນາມ-ລາວໄດ້ງ່າຍກວ່າເທົ່ານັ້ນ ຫາກຍັງປະກອບສ່ວນສ້າງ ພື້ນ ຖານນິຕິກຳສາກົນທີ່ໝັ້ນຄົງໃຫ້ແກ່ການຮ່ວມມື ແລະ ການປະ ສານສົມທົບລະຫວ່າງສອງຝ່າຍໃນບັນຫາການປົກປັກຮັກສາ ແລະ ຄຸ້ມຄອງເສັ້ນຊາຍແດນອານະເຂດ.

ທ່ານນາຍົກລັດຖະມົນຕີ ຫງວຽນເຕິ້ນຢຸງກ່າວປາໄສທີ່ພິທີສະຫຼຸບ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ມອບຫຼຽນໄຊແຮງງານ ແລະ ຫຼຽນໄຊມິດຕະພາບໃຫ້ແກ່ບຸກຄົນ ຂອງລາວທີ່ມີຜົນງານ ດີເດັ່ນໃນການປະຕິບັດ
ໂຄງການປັກຫຼັກໝາຍຖີ່ ແລະ ບູລະນະ ລະບົບຫຼັກໝາຍຊາຍແດນປະເທດຫວຽດນາມ-ລາວ.  ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ມອບຫຼຽນໄຊ ມິດຕະພາບໃຫ້ແກ່ບຸກຄົນຈາກຫວຽດນາມ ທີ່ມີຜົນງານ ດີເດັ່ນໃນການປະຕິບັດໂຄງການປັກຫຼັກໝາຍຖີ່
ແລະ ບູລະນະ ລະບົບຫຼັກໝາຍຊາຍແດນປະເທດຫວຽດນາມ-ລາວ.  ພາບ: ຖົ໋ງເຍິດ/VNA

ດ້ວຍການສຳເລັດໂຄງການ, ເສັ້ນຊາຍແດນແຫ່ງຊາດລະຫວ່າງ ສອງປະເທດທີ່ມີຄວາມຍາວທັງຫມົດ 2.340 ກິໂລແມັດ ໄດ້ຮັບ ການປະກອບເພີ່ມເຕີມ ແລະ ປັກຫຼັກໝາຍຊາຍແດນລະຫວ່າງປະເທດໃໝ່ ໄດ້ທັງຫມົດ 100.2 ຈຸດ ແລະ ຫລັກຫມາຍ, ເພີ່ມຂຶ້ນ 4,5 ເທື່ອ ທຽບໃສ່ໄລຍະຜ່ານມາ (ກ່ອນຫນ້າເກີດມີໂຄງການ, ເສັ້ນຊາຍແດນ ລະຫວ່າສອງ ປະເທດມີຫຼັກໝາຍພຽງ 199 ຫລັກຫມາຍເທົ່ານັ້ນ). 
ກ່າວປາໄສທີ່ພິທີ, ທ່ານນາຍົກລັດຖະມົນຕີທັງສອງໄດ້ຢືນຢັນວ່າ, ໂຄງການດັ່ງກ່າວໄດ້ເພີ່ມສັນຍາລັກທີ່ມີຄວາມຊີວິດຊີວາ ຂອງສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ບົນຫຼັກການເຄົາລົບ ຄວາມເປັນເອກະລາດ, ອຳນາດອະທິປະໄຕໃນ ຜືນແຜ່ນດິນອັນ ຄົບຖ້ວນ ແລະ ຜົນປະໂຫຍດອັນຊອບທຳຂອງກັນ ແລະ ກັນ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເປັນເສັ້ນຊາຍແດນ ແຫ່ງສັນ ຕິພາບ, ສະຖຽນລະພາບ, ຮ່ວມມືພ້ອມກັນພັດທະນາ, ເພື່ອຜົນປະໂຫຍດຂອງປະຊາຊົນ ສອງປະເທດ; ສະແດງໃຫ້ເຫັນຄວາມເປັນ ເອກະພາບສູງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ນາຍົກລັດຖະມົນຕີທັງສອງທ່ານໄດ້ຢືນຢັນວ່າ, ໄປຄຽງຄູ່ກັບການ ຍົກສູງປະສິດທິຜົນຂອງວຽກງານຄຸ້ມຄອງ ແລະ ປົກປັກຮັກສາ ເສັ້ນຊາຍແດນ, ປັບປຸງວຽກງານປ້ອງກັນຊາດ  ແລະ ປອ້ງກັນ ຄວາມສະຫງົບ ຂອງແຕ່ລະປະເທດແລ້ວ, ໂຄງການດັ່ງກ່າວກໍຍັງ ປະກອບສ່ວນສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືໃນຂົງເຂດ ການຄ້າ, ການລົງທຶນ ແລະ ການພົບປະໃນຂົງ ເຂດເສດຖະກິດ, ວັດທະນະທຳ, ທ່ອງທ່ຽວລະຫວ່າງສອງປະເທດ, ຈາກນັ້ນຈະເປັນການຊຸກຍູ້ສາຍພົວພັນມິດຕະພາບ ແລະ  ການ ຮ່ວມມືຮອບດ້ານລະຫວ່າງ ສອງປະເທດ.

ດ້ວຍເຫດນັ້ນ, ທ່ານນາຍົກລັດຖະມົນຕີທັງສອງຮຽກຮ້ອງໃຫ້ກ້ອນ ກຳລັງທີ່ມີບົດບາດໜ້າທີ່ຂອງສອງຝ່າຍ ສືບຕໍ່ຮ່ວມມື ເປັນຢ່າງດີ, ປົກປັກຮັກສາໃຫ້ໝັ້ນຄົງ ຜົນສຳເລັດທີ່ບັນລຸໄດ້ ຂອງໂຄງການ ແນໃສ່ຮັກສາເສັ້ນຊາຍແດນຫວຽດນາມ-ລາວ ເປັນເສັ້ນຊາຍແດນ ແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢ່າງຍືຍຍົງ, ປະໄວ້ມູນມໍລະດົກອັນດີງາມ ໃຫ້ແກ່ເຊັ່ນລູກເຊັ່ນຫຼານຊົ່ວກາ ລະນານ.


ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ແລະ ທ່ານນາຍົກ ລັດຖະ ມົນຕີ ທອງສິງ ທຳມະວົງ ເປັນສັກຂີພິຍານໃນພິທີລົງນາມ
ໃນເອກະສານນິຕິກຳສຳຄັນ ຊຶ່ງເປັນຂີດໝາຍຂອງຄວາມສຳເລັດ ໂຄງ ການຢ່າງມີໄຊ. ພາບ: ຖົ໋ງເຍິດ/VNA
 
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ (ເບື້ອງຂວາ) ແລະ ທ່ານຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງ ການຕ່າງປະເທດລາວ ທອງລຸນ ສີສຸລິດ ແລກປ່ຽນເອກະສານ ທີ່ໄດ້ຮັບການລົງນາມ. ພາບ: ຖົ໋ງເຍິດ/VNA

 
ເນື່ອງໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ລົງນາມໃນເອກະສານນິຕິ ກຳສຳຄັນສອງສະບັບຄື: “ອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນປະເທດ” ແລະ “ສັນຍາວ່າດ້ວຍລະບຽບ ການຄຸ້ມຄອງຊາຍແດນ ແລະ ດ່ານຊາຍ ແດນຢູ່ເທິງຫນ້າດິນຕໍ່ແຜ່ນ” ລະຫວ່າງລັດຖະບານແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ລັດຖະບານແຫ່ງສາທາລະນະລັດປະຊາທິປະ ໄຕປະຊາຊົນລາວ.
ປະຕິບັດໂດຍ: VNA/VNP

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top