• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢືນຢັນຫຼັກໝັ້ນສະໜັບສະໜູນມາດຕະການແກ້ໄຂແບບ 2 ລັດ

      ວັນທີ 25 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງການປຶກສາຫາລືເປີດດ້ວຍຫົວຂໍ້ວ່າ: “ສະພາບການຕາເວັນອອກກາງ, ເຊິ່ງລວມມີບັນຫາ ປາແລດສະຕີນ” ພາຍໃຕ້ການເປັນປະທານຂອງທ່ານ ຫລຽວແຈງອີ, ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ຈີນ ປະຈຳ ສປຊ, ປະທານສະພາຄວາມໝັ້ນຄົງ ສປຊ ປະຈຳເດືອນ ກໍລະກົດ 2017. 

ທ່ານນາງ ຫງວຽນເຟືອງງາ 
      ຜູ້ຕາງໜ້າຂອງເກືອບ 50 ປະເທດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການປຶກສາຫາລື. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫງວຽນເຟືອງງາ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນຄວາມວິຕົກວັງວົນຂອງປະຊາຄົມສາກົນກ່ຽວກັບສະພາບການຕາເວັນອອກກາງ, ພິເສດແມ່ນສະພາບຄວາມເຄັ່ງຕຶງປີນຂັ້ນໄດລະຫວ່າງ ອິດສະຣາແອນ ແລະ ປາແລດສະຕິນ. ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ກ່າວປະນາມທຸກໆການເຄື່ອນໄຫວກໍ່ການຮ້າຍ, ກໍ່ຄວາມຮຸນແຮງ, ກໍ່ຄວາມເສຍຫາຍໃຫ້ແກ່ປະຊາຊົນ… ທ່ານນາງ ໄດ້ຮຽກຮ້ອງບັນດາຝ່າຍກ່ຽວຂ້ອງຈົ່ງລະງັບໃຈ, ມີບັນດາການກະທຳເຮັດໃຫ້ຄວາມເຄັ່ງຕຶງຫລຸດລົງ ແລະ ເຊື່ອມຕໍ່ການເຈລະຈາຄືນໃໝ່ໂດຍໄວ. ທ່ານນາງຢືນຢັນຫຼັກໝັ້ນຂອງ ຫວຽດນາມ ແມ່ນສະໜັບສະໜູນມາດຕະການແກ້ໄຂແບບ 2 ລັດລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top