• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມານະພະຍາຍາມພ້ອມກັບ ອາຊຽນ ແລະ ຈີນ ຊຸກຍູ້ COC

ທ່ານ​ນາງ ເລ​ທິ​ທ​ູ​ຮັ່ງ, ໂຄ​ສົກ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ ຫວຽດ​ນາມ
       ວັນ​ທີ 20/4, ທີ່​ການ​ປະ​ຊຸມ​ຂ່າວ​ນັດ​ສາ​ມັນ​ຂອງ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ທັດ​ສະ​ນະ​ຂອງ ຫວຽດ​ນາມ ຕໍ່​ຂໍ້​ມູນ​ຂ່າວ ອາ​ຊ​ຽນ ແລະ ຈີນ ຈະ​ເລີ່ມ​​ຕົ້ນ​ການເຈ​ລະ​ຈາ​ຮ່າງ​ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໃນ​ເດືອນ 5 ຈະ​ມາ​ເຖິງ, ທ່ານ​ນາງ ເລ​ທິ​ທ​ູ​ຮັ່ງ, ໂຄ​ສົກ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ ຫວຽດ​ນາມ ຊີ້​ແຈ້​ງວ່າ:
        “ຜົນ​ປະ​ໂຫຍດ​ລວມ​ຂອງ​ທຸກໆ​ປະ​ເທດ​ແມ່ນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບົນ​ພື້ນ​ຖານນັ້ນ, ບັນ​ດາ​ປະ​ເທດ ອາ​ຊ​ຽນ ແລະ ຈີນ ຍາມ​ໃດ​ກໍ່​ເຫັນ​ດີ​ສ້າງກົດ​ແຫ່ງ​ການ​ປະ​ພຶດ​ມີ​ລັກ​ສະ​ນະ​ສັງ​ລວມ, ຜູກ​ຮັດ, ມີ​ປະ​ສິດ​ທິ​ຜົນ, ໜູນ​ຊ່ວຍ​ຮັກ​ສາ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ​ຄວາມ​ໝັ້ນ​ຄົງ ແລະ ຄວາ​ມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສ້າງ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ​ສະ​ດວກ​ໃຫ້​ແກ່​ການ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ເໝາະ​ສົມ​ກັບ​ບັນ​ດາຫຼັກ​ການ​ທີ່​ຮັບ​ຮອງ​ຢ່າງ​ກ້​ວາງ​ຂວາງ​ໃນ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝ​າຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ບົນ​ພື້​ນ​ຖານນັ້ນ, ເຊິ່ງ​ແມ່ນ​ສະ​ມາ​ຊິກ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ອາ​ຊ​ຽນ​ ແລະ ປະ​ຊາ​ຄົມ​ສາ​ກົນ, ຫວຽດ​ນາມ ພວມ​ມະ​ນາ​ພະ​ຍາ​ຍາມ​ພ້ອມ​ກັບ ອາ​ຊຽນ ແລະ ຈີນ ຊຸກ​ຍູ້​ການ​ປຶ​ກ​ສາ​ຫາ​ລື​ແທດ​ຈິງ, ເພື່ອບັນ​ລຸ COC ໂດຍ​ໄວ.”
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top