• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ ປະກອບສ່ວນ ພົ້ນເດ່ັນຫຼາຍ ຢ່າງ ທີີ່ APEC 24

ສັບປະດາຂັ້ນສູງ APEC ຄັ້ງທີ 24 (APEC 24) ຊຶ່ງໄດ້ ຈັດ ຂຶ້ນຢູ່ນະຄອນຫຼວງ ລີມາ ປະເທດ ເປຣູ ແຕ່ວັນທີ 14-20 ພະຈິກ 2016 ພາຍໃຕ້ຫົວຂໍ້  “ການຈະເລີນ ເຕີບ ໂຕຄຸນນະພາບ ແລະ ພັດທະນາຊັບພະຍາກອນມະນຸດ”. ຄະນະຜູ້ແທນຫວຽດນາມ ນຳໂດຍ ປະທານປະເທດ ເຈິ່ນ ດ້າຍ ກວາງ ໄດ້ມີການ ປະກອບສ່ວນ ທີ່ພົ້ນເດັ່ນຫຼາຍ ຢ່າງ ເຂົ້າໃນຜົນສຳເລັດລວມ ຂອງ ກອງປະຊຸມ. 
ຜົນສຳເລັດອັນພົ້ນເດັ່ນ ຂອງ APEC 24 ທີ່ບັນລຸໄດ້ແມ່ນ ບັນດາຜູ້ນຳພື້ນຖານເສດຖະກິດ ສະມາຊິກ APEC ໄດ້ ພ້ອມ ກັນຢືນຢັນຢ່າງແຂງແຮງ ແລະ ທັນການກ່ຽວກັບ ການຊຸກຍູ້ ເສລີດ້ານການຄ້າ ແລະ ການລົງທຶນ, ການຈະ ເລີນເຕີບໂຕ ດ້ານຄຸນນະພາບ ແລະ ພັດທະນາຊັບພະ ຍາກອນມະນຸດ. ບັນດາສະມາຊິກ APEC ໄດ້ບັນລຸບາດ ກ້າວໃໝ່ ກ່ຽວກັບ ການເຊື່ອມຕໍ່ ແລະ ຮວມເຂົ້າກັນ ໃນ ພາກພື້ນ. ສິ່ງພົ້ນເດັ່ນ ແມ່ນການຮັບຮອງເອົາ ເອກະສານ 2 ສະບັບ ທີ່ມີຄວາມໝາຍ ໃນການກຳນົດທິດ ຂອງ ການ ຮ່ວມມືໄລຍະຍາວຂອງ APEC ທາງດ້ານເສດຖະກິດ ແລະ ບໍລິການ ຊຶ່ງລວມມີ “ຖະແຫຼງການລີມາ ກ່ຽວກັບ ຂົງເຂດການຄ້າເສລີ ອາຊີ-ປາຊີຟິກ (FTAAP)” ແລະ “ຍົກສູງຄວາມສາມາດ ແຂ່ງຂັນ ດ້ານ ບໍລິການ”.

ໃນຖານະເປັນປະເທດເຈົ້າພາບ APEC 2017, ຄະນະຜູ້ ແທນ ຫວຽດນາມ ໄດ້ເຂົ້າຮ່ວມ ສັບປະດາຂັ້ນສູງ APEC ຢູ່ ເປຣູ ໃນຖານະບົດບາດພິເສດ. ທີ່ເປຣູ, ປະທານປະ ເທດ ເຈິ່ນດ້າຍກວາງ ໄດ້ເຂົ້າຮ່ວມກອງປະຊຸມທີ່ ສຳຄັນ ໃນ ສັບປະດາຂັ້ນສູງ APEC, ກອງປະຊຸມຂັ້ນສູງ TPP, ການປຶກສາຫາລື ກັບ ສະຫະພັນ ປາຊີຟິກ ແລະ ໄດ້ປະ ກອບສ່ວນຢ່າງຕັ້ງໜ້າ ແລະ ພົ້ນເດ່ັນເຂົ້າໃນຜົນ ສຳເລັດ ລວມ.

ປະທານປະເທດ ເຈິ່ນດ້າຍກວາງ ພ້ອມກັບຫົວໜ້າ ຄະນະ ປະເທດຕ່າງໆ ທີ່ເຂົ້າຮ່ວມກອງປະຊຸມ APEC 24 ຖ່າຍ ຮູບ ຮ່ວມກັນ. 
ພາບ: ຍານຊ໋າງ/VNA



ປະທານປະເທດ ເຂົ້າຮ່ວມ ວາລະໄຂກອງປະຊຸມ ຜູ້ນຳ ບັນດາ ພື້ນຖານເສດຖະກິດ ທີ່ສັງກັດເວທີປາໄສ ຄວາມ ຮ່ວມມືເສດຖະກິດອາຊີ-ປາຊີຟິກ
. ພາບ: ຍານຊ໋າງ/VNA



ປະທານປະເທດ ເຂົ້າຮ່ວມ ແລະ ກ່າວປາໄສ ທີ່ກອງປະ ຊຸມ ສຸດຍອດວິສາຫະກິດ APEC (CEO Summit).
ພາບ: ຍານຊ໋າງ/VNA



ປະທານປະເທດ ເຂົ້າຮ່ວມການສົນທະນາ ກັບສະພາ ທີ່ ປຶກສາ ວິສາຫະກິດ APEC (ABAC).
ພາບ: ຍານຊ໋າງ/VNA

ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມການສົນທະນາ ຢ່າງຕັ້ງໜ້າ ເຂົ້າໃນບັນຫາໃຫຍ່ໆ ຂອງ ກອງປະຊຸມ ຕ່າງໆ, ເນັ້ນໜັກ ເຖິງຄວາມຕ້ອງການ ຊຸກຍູ້ ການຈະ ເລີນເຕີບໂຕ ແບບຍືນຍົງ, ກວມລວມ ແລະ ມີຄວາມປະ ດິດສ້າງ, ປະຕິຮູບໂຄງປະກອບ, ພັດທະນາຄວາມ ສາ ມາດ ໃນສະຕະວັດທີ XXI, ສະມັດຕະພາບການ ອອກ ແຮງງານ ແລະ ຄວາມສາມາດ ໃນການແກ່ງແຍ້ງ ແຂ່ງ ຂັນ, ໂດຍສະເພາະ ຢ່າງຍິ່ງ ແມ່ນ ບັນດາວິສາຫະກິດຂະ ຫນາດນ້ອຍ ແລະ ກາງ. ນີ້ແມ່ນບັນຫາສຸດທີ່ສຳຄັນ ແນ ໃສ່ ປັບປຸງພື້ນຖານການຈະເລີນເຕີບໂຕດ້ານຄຸນນະພາບ ທີ່ໝັ້ນຄົງ. 

ຫວຽດນາມ ໄດ້ເຂົ້າຮ່ວມໂດຍກົງ ໃນຂະບວນການຄົ້ນ ຄວ້າ ສຳເລັດ ແຜນຍຸດທະສາດ ວ່າດ້ວຍເຂດການ ຄ້າ ເສລີ ອາຊີ-ປາຊີຟິກ, ສ້າງຄວາມຫວັງ ໃນການເປີດກວ້າງ ການຂະຫຍາຍຕົວ ໃຫ້ແກ່ບັນດາວິສາຫະກິດ ແລະ ເສດ ຖະກິດ ຫວຽດນາມ ເມື່ອ FTAAP ປະກົດຜົນເປັນຈິງ.

ໃນນາມປະເທດເຈົ້າພາບ APEC 2017, ຫວຽດນາມ ໄດ້ ສະເໜີຄວາມຄິດ ກ່ຽວກັບທິດທາງກ້າວເດີນ ໃຫ້ແກ່ APEC ຫຼັງປີ 2020 ໂດຍຜ່ານ “ການພົວພັນຄູ່ຮ່ວມມື ອາຊີ-ປາຊີ ຟິກ ເພື່ອການພັດທະນາແບບຍືນຍົງ ແລະ ກວມລວມ ໃນ ສະຕະວັດທີ XXI”.

ໃນໂອກາດນີ້, ຫວຽດນາມ ໄດ້ຕັ້ງໜ້າແນະນຳກ່ຽວ ກັບປີ APEC ຊຶ່ງຫວຽດນາມ ເປັນເຈົ້າພາບ, ຊຶ່ງບັນດາປະເທດ ສະມາຊິກ ໄດ້ຕີລາຄາສູງ ແລະ ສະໜັບສະໜູນ ຢ່າງແຂງ ແຮງ. ຫົວຂໍ້ APEC 2017 ແມ່ນ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງ ອານາຄົດລວມ”. ມີເຫດການ, ການເຄື່ອນໄຫວ ຫຼາຍຢ່າງ ຈະໄດ້ຮັບ ການຈັດຕັ້ງຢູ່ ບັນ ດາແຂວງ, ນະຄອນ ຂອງ ຫວຽດນາມ. ພິເສດ, ສັບປະ ດາ ຂັ້ນສູງ APEC ຄັ້ງທີ 25 ຈະໄດ້ຮັບການຈັດຕັ້ງ ແຕ່ ວັນທີ 10-11 ພະຈິກ 2017 ຢູ່ນະຄອນ ດ່ານັ໊ງ ຊຶ່ງ ສູນ ກາງເສດຖະກິດ ແຖວໜ້າຂອງ ຫວຽດນາມ.

ປະທານປະເທດ ເຈິ່ນດ້າຍກວາງ ພົບປະກັບ ປະທານາທິ ບໍດີ ສະຫະພັນລັດເຊຍ ປູຕິນ.
ພາບ: VNA



ປະທານປະເທດ ເຈ່ີນດ້າຍກວາງ ພົບປະ ກັບ ປະທານ ປະເທດ ຈີນ ສີຈິ້ນຜິງ.
ພາບ: ຍານຊ໋າງ/VNA



ປະທານປະເທດ ເຈິ່ນດ້າຍກວາງ ພົບປະກັບ ປະທານາທິ ບໍດີ ສ.ອາເມລິກາ ບາຣັກ ໂອບາມາ.
ພາບ: ຍານຊ໋າງ/VNA



ປະທານປະເທດ ເຈິ່ນດ້າຍກວາງ ພົບປະກັບ ນາຍົກລັດ ຖະມົນຕີ ຍີ່ປຸ່ນ ຊິນໂຊ ອາເບາະ.
ພາບ: VNA

 
ໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ APEC ຄັ້ງນີ້,  ປະ ທານປະເທດ ເຈິ່ນດ້າຍກວາງ ໄດ້ທຳການພົບປະເຈລະ ຈາ ຢ່າງກວ້າງຂວາງ ກັບ ບັນດາປະມຸກລັດ, ຜູ້ນຳບັນດາ ພື້ນຖານເສດຖະກິດ ສະມາຊິກ APEC, ໃນນັ້ນ ມີປະທາ ນາທິບໍດີ ປະເທດເຈົ້າພາບ ເປຣູ;  ປະທານປະເທດ ຈີນ; ປະທານາທິບໍດີ ລັດເຊຍ, ສ.ອາເມລິກາ, ຈີເລ; ເຈົ້າຊີວິດ ບຣູໄນ ດາຣູຊາລາມ; ນາຍົກລັດຖະມົນຕີ ຍີ່ປຸ່ນ, ອົສຕຣາ ລີ, ການາດາ, ສິງກະໂປ, ປາປົວນິວກີເນ; ຮອງປະທານາ ທິບໍດີ ອິນໂດເນເຊຍ ແລະ ອື່ນໆ. 
ໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top